ໂດຍ: ສາລິກາ
ການໃຊ້ໂທລະສັບມືຖື (Smartphone) ຖືວ່າຕິດພັນກັບຊີວິດປະຈຳວັນຂອງຄົນໃນສັງຄົມປັດຈຸບັນເລີຍກໍວ່າໄດ້ ນັບແຕ່ເດັກຈົນເຖິງໄວກາງຄົນ ແຕ່ຍັງບໍ່ຈຳແນກໄດ້ວ່າເປັນການໃຊ້ ຫຼື ຫຼີ້ນກັນແທ້ ເພາະຈຳນວນຫຼາຍ ໃຊ້ຫຼິ້ນເກມ ຟັງເພງ ເບິ່ງໜັງ ສ້າງຄວາມບັນເທີງຕ່າງໆ ແຕ່ຈະໃຊ້ເຂົ້າໃນວຽກງານ ຫຼື ການສຶກສາຮ່ຳຮຽນແມ່ນມີແດຕາສ່ວນທີ່ຕ່ຳຫຼາຍ.

ຈາກການຫຼີ້ນ ທີ່ມີອັດຕາສ່ວນຫຼາຍກວ່າ ການນຳໃຊ້ ເຮັດໃຫ້ມີຄວາມສ່ຽງຕໍ່ການເກີດບັນຫາຕ່າງໆຕາມມາ ເຊັ່ນການຫຼີ້ນເກມ ທີ່ອາດກ້າວໄປເຖິງຕົກເປັນເຫຍື່ອການພະນັນທາງ online ມົ້ວສຸມໃນສື່ລາມົກອານະຈານ ແລະ ອື່ນໆ ຖ້າຫຼິ້ນ ຈົນກາຍເປັນການເສບຕິດທີ່ຍາກກວ່າຈະແກ້ໄຂໄດ້ຍາກ.
ຕໍ່ກັບສະພາບທີ່ກ່າວມາໃນຂ້າງເທິງ ຜູ້ຂຽນໄດ້ຕິດຕາມຂ່າວໃນເພຈ ໜັງສືພິມຄວາມສະຫງົບ ກ່ຽວກັບການທຳຮ້າຍຮ່າງກາຍຈົນເຖິງຂັ້ນເສຍຊີວິດ ຍ້ອນບໍ່ໃຫ້ຫຼິ້ນໂທລະສັບ ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 30 ເມສາ 2023 ເວລາ 7 ໂມງ 10 ນາທີ ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງອຸດົມໄຊໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ໃນເວລາປະມານ 5 ໂມງໄດ້ ມີເຫດການທໍາຮ້າຍຮ່າງກາຍ ຢູ່ຈຸດຮັບຝາກລົດຂອງຮ້ານອາຫານແຫ່ງໜຶ່ງ ເຂດບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າໄປກວດສອບເຫດການຈຶ່ງຮູ້ໄດ້ວ່າ ມີມູນຄວາມຈິງແທ້ ຜູ້ຖືກທໍາຮ້າຍຮ່າງກາຍເປັນເພດຊາຍ ຊື່ ທ້າວ ຢ່າຊົງ ອາຍຸ 12 ປີ ຢູ່ບ້ານພູຂຽວ ເມືອງໄຊ ຕາມຮ່າງກາຍມີຮ່ອງຮອຍບາດແຜຖືກແທງດ້ວຍຂອງມີຄົມຫຼາຍກ່ວາ 10 ຈຸດ ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ແລະ ເຈົ້າໜ້າທີ່ໄດ້ທໍາການປະຖົມພະຍາ ບານຂັ້ນເບື້ອງຕົ້ນ ແລ້ວ ນໍາສົ່ງໂຮງໝໍ ແຕ່ຜູ້ບາດເຈັບໄດ້ເສຍຊີວິດໃນເວລາຕໍ່ມາ.

ເຈົ້າໜ້າທີ່ໄດ້ສືບສວນ ຫາຜູ້ກໍ່ເຫດ ຈຶ່ງກັກຕົວຜູ້ລົງມືກໍ່ເຫດ ໄດ້ຊື່ ທ້າວ ຕູ່ວາ ອາຍຸ 18 ປີ ອາຊີບ ວ່າງງານ ຢູ່ບ້ານມົກກົກ ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 1 ພຶດສະພາ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກໍ່ເຫດໄດ້ໃຫ້ສາລະພາບວ່າ: ໄດ້ລົງມືທໍາຮ້າຍຮ່າງກາຍຜູ້ເສຍຊີວິດແທ້ ສ່ວນແຮງຈູງໃຈແມ່ນຍ້ອນຂໍຫຼິ້ນໂທລະສັບນຳ ທ້າວ ຢ່າຊົງ ຫຼາຍຄັ້ງແຕ່ຜູ້ກ່ຽວບໍ່ ຍິນຍອມໃຫ້ຫຼິ້ນ ຈຶ່ງເອົາຟາມືຟາດໃສ່ຫົວ ທ້າວຢ່າຊົງ 1 ບາດ ແລ້ວເອົາມີດຕັດທີ່ພົກພາໃນມືແທງໃສ່ບໍລິເວນຮ່າງກາຍ ແລະ ຫົວຈົນເຮັດໃຫ້ ທ້າວຢ່າຊົງ ໝົດສະຕິ ຈາກນັ້ນໄດ້ເອົາມີດຕັດທີ່ໃຊ້ກໍ່ເຫດຖິ້ມໃສ່ຮ່ອງລະບາຍນໍ້າໃກ້ກັບຈຸດເກີດເຫດ ແລ້ວ ເອົາຕົວລົບໜີໄປເສັ້ນທາງເລກທີ 13 ເໜືອ ຮອດກິໂລແມັດທີ 7 ເຂດບ້ານໂຮມໄຊ ເມືອງໄຊ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາ ເນີນຄະດີ.

ຕໍ່ກັບເຫດການທີ່ເກີດຂຶ້ນນັ້ນຜູ້ຂຽນກໍຕ້ອງສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີດວິດໃນເຫດການຄັ້ງນີ້ ເຊິ່ງເຫດການດັ່ງກ່າວຈະການເປັນບົດຮຽນ ແລະ ປະສົບການອັນລ້ຳຄ່າໃຫ້ກັບອີກຫຼາຍໆຄົນ ຫຼາຍໆຄອບຄົບໃນສັງຄົມ ທີ່ຕ້ອງໄດ້ເອົາໃຈໃສ່ໃນການສັ່ງສອນລູກຫຼານໃນການນຳໃຊ້ໂທລະສັບມືຖື ເພື່ອບໍ່ໃຫ້ເກີດມີໂສກນາດຕະກຳແບບນີ້ເກີດຂຶ້ນອີດໍອີກ.