ສສກ ສຳເລັດການເຝິກອົບວິຊາການຕອບໂຕ້ ກຳນົດ ຊອກຄົ້ນ ແລະ ການປ້ອງກັນແຫຼ່ງກຳເນີດລັງສີ

    ພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກີລາ ສສກ ໄດ້ສຳເລັດການຈັດເຝິກອົບວິຊາການກ່ຽວກັບວິທີການຕອບໂຕ້ ກຳນົດ ຊອກຄົ້ນ ແລະ ການປ້ອງກັນແຫຼ່ງກຳເນີດລັງສີໃຫ້ແກ່ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ຕໍາຫຼວດທີ່ປະຈຳດ່ານ ເຈົ້າໜ້າທີ່ປະ ຈຳດ່ານສະໜາມບິນສາກົນ ເຈົ້າໜ້າທີ່ວິຊາການຂອງທະຫານ ແລະ ເຈົ້າໜ້າທີ່ຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຈຳນວນໜຶ່ງ.

    ພິທີປິດກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເມື່ອທ້າຍເດືອນເມສາ 2023 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງ ສສກ ມີບັນດາຄະນະຜູ້ຊ່ຽວຊານຈາກກົມພະລັັງງານ ສະຫະລັດອາເມຣິກາ ຊ່ຽວຊານຈາກອົງການພະລັງງານປະລະມະນູແຫ່ງປະເທດຢີ່ປຸ່ນ ສຳມະນາກອນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ປອ ສຸລິອຸດົງ ສູນດາລາ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະທີມງານຈັດຕັ້ງກອງປະຊຸມຝຶກອົບຮົມ ແລະ ບັນດາເຈົ້າໜ້າທີ່ເຂົ້າຮ່ວມ ໂດຍສະເພາະແມ່ນຄະນະຊ່ຽວຊານຈາກ ອົງການພະລັງງານປະລະມະນູແຫ່ງປະເທດຢີປຸ່ນ (JAEA) ແລະ ກົມພະລັງງານ ສະຫະລັດອາເມຣິກາ (US.DOE) ທີ່ໄດ້ຖ່າຍຖອດຄວາມຮູ້ ແລະ ປະສົບການໃຫ້ແກ່ບັນດາເຈົ້າໜ້າທີ່ ທີ່ໄດ້ເຝິກອົບຮົມ ເຊິ່ງການເຝິກອົບຮົມດັ່ງກ່າວ ໄດ້ເຝິກທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອຈຳລອງເຫດການໃນການຊອກຄົ້ນ ແລະ ກຽມຕອບໂຕ້ ກໍລະນີເກິີດມີການພົບເຫັນລັງສີ ຫຼື ເຫດສຸກເສີນທາງລັງສີ.

   ໂອກາດດຽວກັນ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳລາວ ໄດ້ສະແດງຄວາມຊົມເຊີຍຕໍ່ໜ່ວຍງານທີ່ກ່ຽວຂ້ອງ ໂດຍສະເພາະທາງກະຊວງ ສສກ ທີ່ເຫັນໄດ້ຄວາມສຳຄັນຕໍ່ວຽງກງານລັງສີ ແລະ ນິວເຄຼຍ ວຽກງານດັ່ງກ່າວ ແມ່ນເປັນວຽກທີ່ມີຄວາມລະອຽດອ່ອນ ຕ້ອງໄດ້ເອົາໃຈໃສ່ໃນການຄຸ້ມຄອງຢ່າງເປັນລະບົບ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງໂດຍສະເພາະເຈົ້າໜ້າທີ່ພາສີ ແລະ ທາງສະຖານທູດສະຫະລັດອາເມຣິກາ ໃນນາມຕ່າງໜ້າລັດຖະບານສະຫະລັດອາເມຣິກາ ພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນທາງດ້ານວິຊາການ.     ພາຍຫຼັງທີ່ໄດ້ຮັບການເຝິກອົບຮົມ ເພື່ອເຮັດໃຫ້ວຽກງານຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ທາງກົມພະລັງງານ ສະຫະລັດອາເມຣິກາ ກໍໄດ້ມອບອຸປະກອນ ແລະ ເຄື່ອງມືໃນການຊອກຄົ້ນກວດຈັບລັງສີ ຈຳນວນໜຶ່ງ ທີ່ໄດ້ເຝິກອົບຮົມການນຳໃຊ້ ໃຫ້ແກ່ກະຊວງ ສສກ ໂດຍສະເພາະພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ກົມຄຸ້ມຄອງວິທະຍາສາດ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ເຊິ່ງອຸປະກອບດັ່ງກ່າວ ມີມູນຄ່າລວມທັງໝົດ 110.092 ໂດລາສະຫະລັດ.

error: Content is protected !!