ຈັດສັນຄືນໃໝ່ ການຂາຍເຄື່ອງຢູ່ບໍລິເວນສວນເຈົ້າອານຸວົງ

    ປີ 2024 ທີ່ຈະມາເຖິງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມອາຊຽນ ເຊິ່ງເປັນກາລະ ໂອກາດອັນສຳຄັນ ທີ່ປະເທດເຮົາຈະໄດ້ນຳສະເໜີຜົນງານທ່າແຮງຕ່າງໆ ໃຫ້ແກ່ແຂກຄົນທີ່ຈະເດີນທາງ ມາຮ່ວມກອງປະຊຸມຄັ້ງນີ້ ເຊິ່ງຈະຕ້ອງມີການກະກຽມຄວາມພ້ອມຫຼາຍດ້ານ ໂດຍສະເພາະນະຄອນຫຼວງ ວຽງຈັນ ໃນຖານະທີ່ເປັນໃຈກາງທາງດ້ານເສດຖະກິດ-ສັງຄົມ ວັດທະນະທຳ ເປັນບ່ອນຕ້ອນຮັບປະມຸກລັດ ແລະ ຜູ້ຄົນຈຳນວນຫຼາຍ ທີ່ຈະເດີນທາງເຂົ້າມາ.

    ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃນນາມຕາງໜ້າ ຄະນະກໍາມະການຈັດສັນຄືນໃໝ່ ການຂາຍເຄື່ອງຢູ່ສະຖານທີ່ບໍລິເວນສວນສາທາລະນະເຈົ້າອານຸວົງ ທັງເປັນຜູ້ຈັດສັນການຄ້າ-ຂາຍ ແລະ ການບໍລິການຢູ່ໃນສະຖານທີ່ດັ່ງກ່າວ ໄດ້ຖະແຫຼງຂ່າວຕໍ່ສື່ ມວນຊົນໃນວັນທີ 3 ພຶດສະພາ 2023 ທີ່ພະແນກດັ່ງກ່າວວ່າ: ຈຸດປະສົງຂອງການຈັດສັນຄືນໃໝ່ນີ້ 1 ເພື່ອເປັນການກະກຽມໃຫ້ແກ່ການຕ້ອນຮັບບັນດາແຂກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກຽມຕ້ອນຮັບບັນດາຜູ້ແທນແຂກທີ່ຈະມາຮ່ວມໃນກອງປະຊຸມອາຊຽນ ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບ ໃນປີ 2024 ທີ່ຈະມາເຖິງນີ້.

    2 ເພື່ອເປັນການປັບປຸງກົນໄກການຄຸ້ມຄອງ ແລະ ຈັດສັນບັນດາຮ້ານຂາຍເຄື່ອງຄືນໃໝ່ ໂດຍເນັ້ນການສົ່ງເສີມການຜະລິດພາຍໃນ ກໍຄືສິນຄ້າອຸດສາຫະກໍາປຸງແຕ່ງ ປຸງແຕ່ງຈາກກະສິກໍາ ແລະ ຫັດຖະກໍາ ທີ່ຜະລິດໄດ້ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງທົ່ວປະເທດໄດ້ເຂົ້າມາຈໍາໜ່າຍແລກປ່ຽນຊື້ຂາຍ ແລະ 3 ເພື່ອເປັນການຍົກລະດັບການບໍລິການ ການຄ້າ-ຂາຍໃຫ້ເປັນເອກະລັກ ຮັກສາໄດ້ວັດທະນາທໍາອັນດີງາມໄວ້ ສ້າງໃຫ້ມີຄວາມຍືນຍົງ ເປັນບ່ອນດຶງດູດການທ່ອງທ່ຽວຢູ່ໃນນະຄອນຫຼວງວຽງຈັນ.

    ສ່ວນແຜນຂອງການປັບປຸງຈັດສັນການຂາຍສິນຄ້າຢູ່ບໍລິເວນສວນເຈົ້າອານຸວົງຄືນໃໝ່ ກໍານົດເນື້ອທີ່ຈັດສັນຮ້ານຄ້າ-ຂາຍຄືນໃໝ່ຕາມຂອບເຂດອະນຸຍາດ ໃຫ້ຕັ້ງຮ້ານຮອດເຂດໜ້າວັດຈັນ ການຈັດສັນຮ້ານຄ້າ-ຂາຍ ເນັ້ນການຈັດສັນໃຫ້ມີສິນຄ້າຫັດຖະກໍາ ເຄື່ອງທີ່ລະນຶກ ສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າຜະລິດພາຍໃນ ເຊິ່ງຈະໄດ້ປິ່ນໜ້າຮ້ານອອກມາໃສ່ຖະໜົນ ເພື່ອຄວາມຈົບງາມ (ປັດຈຸບັນແມ່ນປິ່ນຫຼັງໃສ່ທາງ) ໃຫ້ໄດ້ຈໍານວນ 70 ຮ້ານ ສ່ວນສິນຄ້າອື່ນໆ ແມ່ນຈະໄດ້ຈັດສັນຕາມໝວດໝູ່ ຂອງສິນຄ້າ ຕາມແຜນຜັງຕົວຈິງ.

    ກໍານົດເວລາໃນການດໍາເນີນການ ພາຍຫຼັງທີ່ໄດ້ມີການຖະແຫຼງຂ່າວແລ້ວ ຈະໄດ້ມີການດໍາເນີນການຮ່ວມກັບຊາວຄ້າ-ຂາຍ ເພື່ອໃຫ້ເຂົ້າໃຈ ແລະ ຈັດສັນ ໃຫ້ສໍາເລັດ ໃນວັນທີ 15 ພຶດສະພາ 2023 ໃນໄລຍະປັບປຸງການຄ້າ-ຂາຍ ດັ່ງກ່າວ ແມ່ນຈະບໍ່ໄດ້ມີການປິດຕະຫຼາດແຕ່ຢ່າງໃດ ຍັງມີການບໍລິການເປັນປົກກະຕິ ແຕ່ກໍອາດຈະບໍ່ສະດວກໃນການບໍລິການປານໃດ ກໍຂໍອາໄພຕໍ່ຜູ້ມາໃຊ້ບໍລິການໃນຄັ້ງນີ້ ຄາດໝາຍການປັບປຸງ ຈັດສັນໃນຄັ້ງນີ້ ຄາດໝາຍໃຫ້ສໍາເລັດສົມບູນ ບໍ່ໃຫ້ກາຍເດືອນ ພຶດສະພາ 2023.

error: Content is protected !!