2 ສະຖາບັນ ລາວ ແລະ ສ ເກົາຫຼີ ຮ່ວມມືດ້ານວິຊາການ ພັດທະນາອາຊີບ

    ວິທະຍາໄລ (ວລ) ເຕັກນິກ-ວິຊາຊີບ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ເປີດໂຄງການຮ່ວມມືດ້ານວິຊາການກັບມະຫາວິທະຍາໄລ ກຸນຈາງ ສ ເກົາຫຼີ ໃນທ້າຍເດືອນເມສາ 2023 ຜ່ານມາທີ່ຫ້ອງປະຊຸມວິທະຍາໄລດັ່ງກ່າວ ໂດຍມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານ ບຸນປັນ ທໍາມະລັງກາ ຜູ້ອໍານວຍການວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ທ່ານ ລີເຄຊອນ ອະທິການບໍດີ ມະຫາວິທະຍາໄລ ກຸນຈາງ ສ ເກົາຫຼີ ພ້ອມດ້ວຍແຂກທີ່ຖືກເຊີນ ຈາກຂະແໜງການ  ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂດຍປະຕິບັດໂຄງການ ຕາມບົດບັນທຶກເຊັນສັນຍາຮ່ວມກັນ ໃນຄັ້ງວັນທີ 15 ທັນວາ 2022 ທັງສອງຝ່າຍຕົກລົງຮ່ວມມືທາງດ້ານວິຊາການ ຄື: ໂຄງການ ເສີມສ້າງຂີດຄວາມສາມາດດ້ານການສຶກສາ ແລະ ການຊ່ວຍເຫຼືອດ້ານວິຊາການ ເພື່ອຟື້ນຟູອຸດສາຫະກໍາການທ່ອງທ່ຽວ ໃນພາກວິຊາບໍລິຫານໂຮງແຮມ ແລະ ການທ່ອງທ່ຽວ ທີ່ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ພາຍໃຕ້ການຮ່ວມມືລະຫວ່າງສອງສະຖາບັນ ເພື່ອສົ່ງເສີມ ແລະ ສະໜັບສະໜູນມະຫາວິທະຍາໄລຊັ້ນນໍາ ແລະ ມຸ່ງໝາຍຊຸກຍູ້ສົ່ງເສີມຄວາມສາມາດທີ່ສໍາຄັນລະຫວ່າງປະເທດ ໃນອຸດສາຫະກໍາການທ່ອງທ່ຽວແບບຍືນຍົງ ຂອງກະຊວງສຶກສາທິການ ສ ເກົາຫຼີ ເຊິ່ງມະຫາວິທະຍາໄລກຸນຈາງ ຈະໃຫ້ທຶນແກ່ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ໃນດ້ານອຸປະກອນ ມີປຶ້ມຕໍາລາ ອຸປະກອນການສອນ ຫ້ອງທົດລອງ ແລະ ອຸປະກອນຮັບໃຊ້ພາກປະຕິບັດດ້ານຜູ້ຊ່ຽວຊານ ຈະຈັດສົ່ງຜູ້ຊ່ຽວຊານສະໜັບສະໜູນການບັນຍາຍ ໃຫ້ຄໍາແນະນໍາ ແລະ ພັດທະນາປຶ້ມຕໍາລາ ດ້ານການເຝິກອົບຮົມແບບເຊື້ອເຊີນໂດຍຜູ້ຊ່ຽວຊານ ສົ່ງເສີມຄຸນນະພາບໃຫ້ແກ່ສະມາຊິກພາກວິຊາ ດ້ານພັດທະນາປຶ້ມຕໍາລາ ຈະພັດທະນາສື່ການຮຽນ-ການສອນດ້ານການທ່ອງທ່ຽວ ການໂຮງແຮມ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ດ້ານສົ່ງເສີມນັກຮຽນດີເດັ່ນ ຈະສະໜັບສະໜູນທຶນການສຶກສາ ແລະ ການເຝິກອົບຮົມໃນແຕ່ລະປີ.

error: Content is protected !!