ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສານປະຊາຊົນພາກກາງ ແຫ່ງ ສປປ ລາວ ແລະ ສານປະຊາຊົນຂັ້ນສູງ ປະຈໍານະຄອນດານັງ ແຫ່ງ ສສ ຫວຽດນາມ ກ່ຽວກັບການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານເຕັກນິກ-ວິ ຊາການ ດ້ານຂໍ້ມູນຂ່າວສານ ຝຶກອົບຮົມ ຍົກລະດັບວິຊາສະເພາະ ແລະອື່ນໆ ໃນວັນທີ 26 ເມສາ 2023 ໂດຍການເປັນປະ ທານຮ່ວມຂອງ ທ່ານ ພົມສຸວັນ ພິລາຈັນ ປະທານສານປະຊາຊົນພາກກາງ ແລະ ທ່ານ ປອ ຫວງຽນ ວັນ ເບືອງປະທານສານ ປະຊາຊົນຂັ້ນສູງປະຈໍານະຄອນດານັງ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງ 2 ຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພົມສຸວັນ ພິລາຈັນ ກ່າວວ່າ: ໃນ ສປປ ລາວ ສານປະຊາຊົນພາກມີ 3 ແຫ່ງ ຄື: ສານປະຊາຊົນພາກ ເໜືອ ຕັ້ງຢູ່ແຂວງຫຼວງພະບາງ ສານປະຊາຊົນພາກກາງ ຕັ້ງຢູ່ນະຄອນຫຼວງວຽງ ຈັນ ແລະ ສານປະຊາຊົນພາກໃຕ້ຕັ້ງຢູ່ ແຂວງຈໍາປາສັກ ເຊິ່ງສານປະຊາຊົນພາກ ປະກອບມີ 7 ຄະ ນະສານ ຄື: ຄະນະສານອາຍາ ຄະນະສານແພ່ງ ຄະນະສານ ການຄ້າ ຄະນະສານຄອບຄົວ ຄະນະສານເດັກ ຄະນະສານແຮງງານ ແລະ ຄະນະສານປົກຄອງ ສານປະຊາຊົນພາກ ແມ່ນເຮັດໜ້າທີ່ພິຈາລະນາຄະດີເປັນຂັ້ນອຸທອນ ແລະ ຂັ້ນລົບລ້າງ.


ໃນນີ້ ສານປະຊາຊົນພາກກາງ ໄດ້ສ້າງຕັ້ງຂຶ້ນໃນທ້າຍປີ 2004 ມີສິດຂອບເຂດຮັບຜິດຊອບຄື: ສານປະຊາຊົນ ແຂວງຊຽງ ຂວາງ ແຂວງໄຊສົມບູນ ແຂວງວຽງຈັນ ແຂວງບໍລິຄຳໄຊ ແຂວງຄຳມ່ວນ ສານປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສານ ປະຊາຊົນເຂດ 16 ເຂດ ໃນ 5 ແຂວງພາກກາງ ແລະ ນະຄອນຫຼວງ ນັບແຕ່ເດືອນມັງກອນ ຫາ ເດືອນເມສາ 2023 ສາ ມາດພິຈາລະແກ້ໄຂຄະດີໄດ້ ຄື: ຄະດີຂັ້ນອຸທອນເຂົ້າມາທັງໝົດ 262 ເລື່ອງ ສາມາດແກ້ໄຂໄດ້ 87 ເລື່ອງ ກວມເອົາ 33,20% ຄະດີຂັ້ນລົບລ້າງ ເຂົ້າມາທັງໝົດ 66 ເລື່ອງ ສາມາດແກ້ໄຂໄດ້ 23 ເລື່ອງ ກວມເອົາ 34,84% ໄດ້ພິພາກສາປັບໄໝຜູ້ກະທໍາຜິດເປັນ ເງິນ ຈໍານວນ 1.854 ລ້ານກີບ ແລະ ຮິບວັດຖຸສິ່ງຂອງທີ່ໃຊ້ເຂົ້າໃນການກະທໍາຜິດເຂົ້າເປັນຂອງລັດຄື ເປັນເງິນກີບ ຮິບເງິນກີບ ຈຳນວນ 1ລ້ານກີບ ຮິບເງິນບາດ ຈໍານວນ 80.000 ບາດ ໂທລະສັບ 7 ໜ່ວຍ ລົດຈັກ 2 ຄັນ ພ້ອມທັງພິພາກສາໃຫ້ໂຈດ ແລະ ຈໍາເລີຍ ເສຍອາກອນໃຫ້ລັດ ໄດ້ຄືເງິນກີບ ຈໍານວນ 579 ລ້ານກວ່າກີບ ເງິນບາດ ຈຳນວນ 825.763 ບາດ ແລະ ເງິນໂດລາ ຈໍານວນ 235.557 ໂດລາສະຫະລັດ.

ຈາກນັ້ນ ຄະນະຜູ້ແທນທັງສອງຝ່າຍກໍໄດ້ລາຍງານສະພາບການຈັດຕັ້ງການເຄື່ອນໄຫວຂອງສານແຕ່ລະຝ່າຍໃຫ້ກັນຊາບ ແລະ ສົນທະນາບັນດາຕ່າງໆກ່ຽວກັບການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ສອງຝ່າຍໃຫ້ຄວາມສົນໃຈ ພ້ອມທັງເຫັນ ດີເປັນເອກະພາບໃຫ້ມີການພົວພັນຮ່ວມມືກັນ ໂດຍໃນແຕ່ລະປີ ຫຼື ສອງປີ ຄະນະຜູ້ແທນຂັ້ນສູງ ແລະ ວິຊາ ການຂອງສານ ປະຊາຊົນພາກກາງ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ແລະ ວິຊາການຂອງສານປະຊາຊົນຂັ້ນສູງປະຈຳນະຄອນດາ ນັງແຫ່ງ ສສ ຫວຽດນາມ ມີການໄປ-ມາຢ້ຽມຢາມແລກ ປ່ຽນບົດຮຽນເຊິ່ງກັນແລະກັນ ຢ່າງເປັນທາງການ ສືບຕໍ່ພົວພັນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເປັນຕົ້ນແມ່ນດ້ານເຕັກນິກ-ວິຊາການ ດ້ານຂໍ້ມູນຂ່າວສານ ຝຶກອົບຮົມ ຍົກລະດັບວິຊາສະເພາະ ແລະ ອື່ນໆ ທີ່ສອງຝ່າຍເຫັນວ່າມີຄວາມຈຳເປັນ ໂອກາດນີ້ທັງ 2 ຝ່າຍກໍໄດ້ລົງນາມເຊັນບົດບັນທຶກການພົບ ປະໂດຍມີຄະ ນະຜູ້ແທນທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພະຍານ.