ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ສ້າງຄວາມເຂັ້ມແຂງໃຫ້ກັບຮາກຖານ

    ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດເມືອງຫົງສາ-ເມືອງເງິນ ປະກອບສ່ວນສ້າງຄວາມເຂັ້ມ ແຂງໃຫ້ແກ່ຮາກຖານບ້ານ ແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ ຜ່ານມາຈາກບົດສະຫຼຸບ ກອງປະຊຸມໃຫຍ່ສະມາຊິກຜູ້ຖືຮຸ້ນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໃນທ້າຍເດືອນເມສາ 2023 ຜ່ານມາ  ຢູ່ທີ່ສະໂມສອນຂອງບ້ານ ສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ ໂດຍເປັນປະທານຮ່ວມຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ທ່ານ ສຸດທິສັກ ມິ່ງບຸບຜາ ຮອງຫົວໜ້າພະແນກຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສ ປປ ລາວ ສາຂາແຂວງຫຼວງພະບາງ ທ່ານ ຫຸມແພງ ແສງທອງຄໍາ ປະທານສະພາບໍລິຫານ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເມືອງຫົງສາ-ເມືອງເງິນ ມີຄະນະສະພາບໍລິຫານສະຫະກອນສິນເຊື່ອ ສະມາຊິກຖືຮຸ້ນຂອງສະຫະກອນ ແລະ ແຂກຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.

    ໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງບົດສະຫຼູບການຈັດຕັ້ງປະຕິບັດການກວດສອບປະຈໍາປີ 2022 ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານ ສະຫະກອນສິນເຊື່ອ ແລະ ທະນາຄານບ້ານ ໃນ 1 ປີຜ່ານມາ ຮັບຟັງແຜນຍຸດທະສາດຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເມືອງຫົງສາ-ເມືອງເງິນ ແຕ່ປີ 2023-2025 ແລະ ຮັບຟັງການຈັດຕັ້ງປະຕິບັດວຽກງານບໍລິຫານການຄຸ້ມຄອງທະນນາຄານບ້ານທີ່ດີ ເຊິ່ງໃນໄລຍະ 1 ປີທີ່ຜ່ານ ສະຫະກອນສິນເຊື່ອເງິນຝາກປະຢັດ ເມືອງຫົງສາ-ເມືອງເງິນ ໄດ້ມີການປ່ອຍກູ້ໃຫ້ ສະມາຊິກໃໝ່ 85 ລາຍ ເຊິ່ງເທົ່າກັບ 2.389 ຕື້ກວ່າກີບ ໃນນີ້ ໄດ້ປ່ອຍສິນເຊື່ອໃຫ້ສະມາຊິກເພື່ອສົ່ງເສີມດ້ານກະສິກໍາ 1.308 ຕື້ກວ່າກີບ ກວມ 54% ປ່ອຍກູ້ເພື່ອສົ່ງເສີມ ການບໍລິການ-ຄ້າຂາຍ ກວມ 45% ນອກນີ້ ຍັງໄດ້ເປີດບໍລິການໆ ຝາກ-ຖອນ ແລະ ອື່ນໆ ພາຍໃຕ້ການຄຸ້ມຄອງ ແລະ ປະຕິບັດລະບຽບການຂອງທະນະຄານແຫ່ງ ສປປ ລາວ. ຈາກ ບົດລາຍງານ ຜົນການດຳເນີນງານ ຂອງປີ 2022 ໃນໄລຍະ 1 ປີຜ່ານມາ ສາມາດເກັບລາຍຮັບທັງໝົດ 2.079 ຕື້ກວ່າກີບ ໃນນີ້ມີ ກໍາໄລສຸດທິ ຈໍານວນ 184 ລ້ານກວ່າກີບ ການປັບປຸງນະໂຍບາຍສິນເຊື່ອກົດລະບຽບພາຍໃນ ນະໂຍບາຍບຸກຄະລາກອນ ຂອງສະຫະກອນ ຈາກບັນດາຄະນະຮັບຜິດຊອບວຽກງານດັ່ງກ່າວພ້ອມທັງພິຈາລະນາຮັບຮອງເອົາ ພ້ອມດຽວກັນຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດ-ຄໍາເຫັນຕໍ່ກອງປະຊຸມ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລືແລກປ່ຽນບົດຮຽນທີ່ດີເຊິ່ງກັນ ແລະ ກັນ.

error: Content is protected !!