ສະໂມສອນເທັນນິດ ອາໂນໄທ ໄດ້ສໍາເລັດການແຂ່ງຂັນ ອາໂນໄທ ໂອເພັນ ທົວນາເມັນ 2023 ຫຼື “ANOTHAI OPEN TENNlS TOURNAMENT 2023” ເພື່ອເປັນການກະກຽມຄວາມພ້ອມໃຫ້ທັບນັກກີລາເທັນນິດທີມຊາດລາວ ເຂົ້າ ຮ່ວມງານມະຫະກຳກີລາຊີເກມ ຄັ້ງທີ 32 ທີ່ປະເທດ ກຳປູເຈຍ ເປັນເຈົ້າພາບ ໃນຕົ້ນເດືອນພຶດ ສະພານີ້ ພ້ອມທັງເປັນ ການຍົກລະດັບຄວາມສາມາດໃຫ້ແກ່ນັກກີລາໃນລະດັບຕ່າງໆ ໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ.

ການແຂ່ງຂັນດັ່ງກ່າວຈັດຂຶ້ນໃນວັນທີ 21-30 ເມສາ 2023 ໂດຍແຂ່ງຂັນໃນ 2 ປະເພດ ຄື: ປະເພດດ່ຽວຊາຍ ສາຍ C ແລະ ປະເພດຄູ່ຊາຍ ສາຍ C ມີນັກກີລາເຂົ້າຮ່ວມທັງໝົດ 58 ຄົນ ຜ່ານການແຂ່ງຂັນຜົນປາກົດວ່າ: ປະເພດຊາຍດ່ຽວ C ຊະນະ ເລີດ ຕົກເປັນຂອງທ່ານ ຂັນທະນູວຽງ ໄຊຍະບຸດທະວົງ ທີ່ເອົາຊະນະ ທ່ານ ສັນຕິສຸກ ວາລິນ ດ້ວຍຄະແນນ 6/4-6/7-10/7 ໄດ້ຮັບຂັນ+ເງິນລາງວັນ ຈຳນວນ 2 ລ້ານກີບ ພ້ອມດ້ວຍລົດຈັກໄຟຟ້າ CapaLa ມູນຄ່າ 5.083.000 ກີບ ແລະ ໄດ້ຮັບປະ ທານອາຫານຢູ່ຮ້ານ Pimenton ມູນຄ່າ 1 ລ້ານກີບ ສ່ວນຮອງຊະນະເລີດ ໄດ້ຮັບລາງວັນ 1 ລ້ານກີບ ແລະ ໄດ້ຮັບປະທານ ອາຫານຢູ່ຮ້ານ Pimenton ມູ່ນຄ່າ 1 ລ້ານກີບ.

ສ່ວນປະເພດຄູ່ຊາຍ ສາຍ C ຊະນະເລີດຕົກເປັນຄູ່ຂອງ ທ່ານ Khanthanouvieng Saya bounthavong + ທ່ານ Nguyen anthony ທີ່ເອົາຊະນະຄູ່ ທ່ານ PHAM BA LUYEN + ທ່ານ Vanthong Samlane ໄປໄດ້ 6/4 ແລະ 6/3 ຄະແນນ ໄດ້ຮັບຂັນ+ເງິນລາງວັນ 2 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບລາງວັນ 1 ລ້ານກີບ ໄດ້ຮັບປະທານອາຫານຢູ່ຮ້ານ Pimenton ມູ່ນຄ່າ 2 ລ້ານກີບ ເຊິ່ງການແຂ່ງຂັນດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກ ອິນດາຣາ ມີນີໂຣ MARCEL PETIT TENNIS LAB PIMENTON SUANSIRI BIVAC LAO AIF ANOTHAI REVIVE (ຣີໄວຟ) VIENTIANE TENNIS CLUB STILL INBLACK PROKENNEX.

ເຂົ້າຮ່ວມ ແລະ ມອບຂອງລາງວັນ ໃນພິທີປິດການແຂ່ງຂັນດັ່ງກ່າວມີ ທ່ານ ສີສົມເພັດ ໄຊຍະລາດ ຮອງປະທານສະຫະພັນ ເທັນນິດແຫ່ງຊາດລາວທ່ານ Stephane GiL ປະທານບໍລິສັດ BIVAC LAO ທ່ານ ອາແຊນ ອາໂນໄທ ປະທານສະໂມສອນ ເທັນນິດອະໂນໄທ.