ນວ ເປີດນຳໃຊ້ເຊື້ອຈຸລິນຊີໂວບັກເຄຍ ຄວບຄຸມເຊື້ອໄຂ້ຍຸງລາຍຢູ່ສອງເມືອງ

ນະຄອນຫຼວງວຽງຈັນ (ນວ) ພິທີເປີດນຳໃຊ້ເຊື້ອຈຸລິນຊີ ໂວບັກເຄຍ (Wolbachia) ເພື່ອຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ຢູ່ ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ.

ໂຄງການທົດລອງຈັດຕັ້ງປະຕິບັດວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອຈຸລິນຊີ ໂວບັກເຄຍ (Wolbachia) ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນໄດ້ຮັບການສະໜັບສະ ໜູນທຶນຈາກໂຄງການຄວບຄຸມປະຊາກອນຍຸງໂລກ World Mosquito Program (WMP) ປະ ເທດອົດສະຕຣາລີ ໂດຍແມ່ນກະຊວງສາທາລະ ນະສຸກ ເປັນຜູ້ຊີ້ນໍາລວມ ກົມຄວບຄຸມພະຍາດຕິດ ຕໍ່ ແລະ ອົງການຊ່ວຍເຫຼືອເດັກສາກົນ ເປັນຜູ້ຈັດ ຕັ້ງປະຕິບັດກິດຈະກໍາ ເຊິ່ງປະກອບມີ ການໂຄສະ ນາເຜີຍແຜ່ຂໍ້ມູນຂ່າວສານເພື່ອໃຫ້ຄວາມຮູ້ກ່ຽວ ກັບການນຳໃຊ້ເຊື້ອຈຸລິນຊີ ໂວບັກເຄຍ ເພື່ອຄວບ ຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ແລະ ສ້າງການມີສ່ວນຮ່ວມຂອງຫຼາຍຂະແໜງການທີ່ກ່ຽວຂ້ອງລວມທັງການຈັດຕັ້ງບ້ານ ອາສາສະໝັກບ້ານ ແລະ ຊຸມຊົນໃນບ້ານເປົ້າໝາຍ ການປ່ອຍຍຸງລາຍບ້ານທີ່ມີເຊື້ອຈຸລິນຊີໂວບັກເຄຍ ການຕິດຕາມຢູ່ພາກສະໜາມໃນໄລຍະເວລາປ່ອຍ ແລະ ປ່ອຍຍຸງໃນພື້ນທີ່ໂຄງການ.

ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອປະກອບສ່ວນເຂົ້າໃນການຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍຢູ່ ສປປ ລາວ ແລະ ສະໜັບສະໜູນເປົ້າໝາຍແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນ ແຜນປະຕິບັດງານກ່ຽວກັບການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍນໍາໃຊ້ມາດຕະການເຊື່ອມສານແບບຄົບຊຸດ.

ສ່ວນກິດຈະກຳປ່ອຍຍຸງ ນັ້ນຈະໃຊ້ເວລາທັງໝົດ 20 ອາທິດ ເລີ່ມແຕ່ອາທິດສຸດທ້າຍຂອງເດືອນເມສາ ຈົນເຖິງທ້າຍເດືອນ ສິງຫາ 2023 ກວມເອົາເນື້ອທີ່ທັງໝົດປະມານ 11 ຕາແມັດ ເຊິ່ງວ່າຈະສາມາດຊ່ວຍປ້ອງກັນປະຊາກອນຈຳນວນຫຼາຍກ່ວາ 60.000 ຄົນຈາກການຕິດເຊື້ອໄຂ້ຍຸງລາຍຢູ່ໃນ 2 ເມືອງເປົ້າໝາຍ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 29 ເມສາ 2023 ທີ່ ສວນສາທາລະນະປະຕູໄຊ ເປັນປະທານຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະ ຊວງສາທາລະນະສຸກ ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ Luke Ebbs ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈຳ ລາວ ທ່ານ Breeanna McLean ຕາງໜ້າໜ້າໂຄງການຄວບ ຄຸມປະຊາກອນຍຸງໂລກ (WMP) ແລະ ທ່ານ Dan Heldon ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ລາວ ມີບັນດາຜູ້ຕາງໜ້າຈາກຫ້ອງ ການ ກົມ ສູນ ອ້ອມຂ້າງກະຊວງສາທາລະນະສຸກ ພະແນກສາທາລະນະສຖກ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການ ຫ້ອງການ ອົງການຈັດຕັ້ງມະ ຫາຊົນອ້ອມຂ້າງ ນະຄອນຫຼວງວຽງຈັນ ຕະຫຼອດຮອດຫ້ອງການອໍານາດການປົກຄອງບ້ານ ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!