ປິດຊຸດເຝິກອົບຮົມທິດສະດີ-ການເມືອງການປົກຄອງ ຊຸດທີ VIII ຂອງ ຫສນຍ

ວັນທີ 28 ເມສາ 2023 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປິດຊຸດເຝິກ ອົບຮົມທິດສະດີການ ເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ VIII ໃຫ້ແກ່ສະມາຊິກພັກ ພະນັກງານ ພາຍໃນ ຫສນຍ ເປັນປະທານຂອງ ສະ ຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະພັກ ລັດຖະມົນຕີ ຫົວ ໜ້າ ຫສນຍ ມີຜູ້ຕາງໜ້າສະຖາບັນການເມືອງ-ການປົກຄອງ ແຫ່ງຊາດ ບັນດາສະຫາຍຜູ້ຕາງໜ້າຄະນະພັກຮາກຖານ ຄະນະໜ່ວຍພັກຮາກຖານ ແລະ ນັກສຳມະນາກອນເຂົ້າຮ່ວມ.

ທ່ານ ນາງ ບຸນໜັກ ດາລາງາແກ້ວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫົວໜ້າຄະນະຮັບຜິດ ຊອບການເຝິກອົບຮົມຄັ້ງນີ້ ໄດ້ລາຍງານວ່າ: ຊຸດເຝິກອົບຮົມດັ່ງກ່າວ ໄດ້ດຳເນີນໃນລະຫວ່າງວັນທີ 22 ກຸມພາ ຫາ ວັນທີ 28 ເມສາ 2023 ມີນັກສຳມະ ນາກອນ ກໍຄືສະມາຊິກພັກ ພະນັກງານ-ລັດຖະກອນພາຍໃນ ຫສນຍ ແລະ ອົງການກາແດງແຫ່ງຊາດລາວເຂົ້າຮ່ວມທັງໝົດ 84 ສະຫາຍ ຍິງ 38 ສະຫາຍ ອາຈານສອນມາຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈໍານວນ 29 ສະຫາຍ ຍິງ 7 ສະຫາຍ ແລະ ອາ ຈານຮັບເຊີນຈຳນວນໜຶ່ງ ສຳລັບ ເນື້ອໃນກໍຄືບົດຮຽນທີ່ນຳມາເຝິກອົບຮົມປະກອບມີ 5 ວິຊາ ລວມທັງ ໝົດ 33 ບົດ ຄື:ວິຊາປັດຊະຍາມາກ-ເລນິນ 6 ບົດ ວິຊາເສດຖະສາດການເມືອງ 8 ບົດ ວິຊາລັດທິສັງຄົມນິຍົມວິທະຍາສາດ 6 ບົດ ວິຊາການປົກຄອງ 8 ບົດ ແລະ ວິຊາກໍ່ສ້າງພັກ 5 ບົດ ລວມຊົ່ວໂມງຮຽນທັງໝົດ 315 ຊົ່ວໂມງ ຜ່ານການເຝິກອົບຮົມ ສາມາດຕີລາຄາ ແລະ ປະເມີນຄວາມຮັບຮູ້ເຂົ້າໃຈຂອງບັນດານັກສຳມະນາກອນຄື:ສາມາດຮັບຮູ້ ແລະ ເຂົ້າໃຈໃນລະດັບດີ ຫຼາຍ ຈໍານວນ 69 ສະຫາຍ ກວມ 82,15% ສາມາດຮັບຮູ້ ແລະ ເຂົ້າໃຈໃນລະດັບດີຈໍານວນ 15 ສະຫາຍ ກວມ 17,85%.

ໂອກາດດຽວກັນ ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາສູງຕໍ່ຄວາມຮັບຜິດຊອບ ແລະ ຜົນສຳເລັດໃນການເຝິກອົບຮົມທິດສະດີການເມືອງ-ການປົກຄອງຄອງຄັ້ງນີ້ ໂດຍ ສະເພາະຜົນການປະເມີນເຫັນວ່າ ມີນັກສຳມະນາກອນທີ່ສາມາດຮັບຮູ້ ແລະ ເຂົ້າໃຈບົດຮຽນໃນລະດັບດີຫຼາຍ ກວມເປັນ ສ່ວນໃຫຍ່ ອັນສຳຄັນ ສະຫາຍໄດ້ມີຄຳເຫັນ ຊີ້ນຳ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການເຄື່ອນໄຫວວຽກງານຕໍ່ໜ້າ ຕື່ມ ບາງດ້ານ ເປັນຕົ້ນ ໃຫ້ບັນດາສະຫາຍ ຄະນະພັກຮາກຖານ ຄະນະໜ່ວຍພັກຮາກຖານ ຕິດຕາມກວດກາ ແລະ ຕີລາຄາຄືນ ພາຍຫຼັງທີ່ສະມາຊິກພັກ-ພະນັກງານ ທີ່ຢູ່ໃນການຈັດຕັ້ງຂອງຕົນສຳເລັດການເຝິກອົບຮົມໃນຄັ້ງນີ້ແລ້ວ ສາມາດປັບປຸງປ່ຽນ ແປງພຶດຕິກຳ ກໍຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານ ມີການຫັນປ່ຽນທີ່ດີຂຶ້ນຄືແນວໃດ ໃຫ້ນັກສຳມະນາກອນ ນຳເອົາຄຳ ເຫັນຊີ້ນຳຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໂອ້ລົມຕໍ່ຄະນະພັກ-ຄະນະນຳ ແລະ ພະນັກງານ -ລັດຖະກອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນເດືອນມິຖຸນາ 2022 ຜ່ານມາໄປຄົ້ນຄວ້າ ແລະ ກຳ ແໜ້ນ ພ້ອມທັງ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ໄດ້ຕາມເນື້ອໃນ (3 ເປັນ 4 ຮູ້ ແລະ 3 ມີ) ຄື:ເປັນຄົນດີ-ຄົນເກັ່ງ ເປັນຜູ້ທີ່ຫ້າວ ຫັນຟົດຟື້ນປະຕິວັດ ແລະ ເປັນຜູ້ທີ່ເຮັດແທ້ທຳຈິງ ຮູ້ອັນຖືກ-ອັນຜິດ ຮູ້ວາງແຜນຢ່າງເປັນລະບົບ ຮູ້ຈັດຕັ້ງປະຕິບັດວຽກງານ ຕົວຈິງ ແລະ ຮູ້ເຮັດວຽກຖືກກົດເກນພາວະວິໄສ ມີວິທະຍາສາດ ມີຫົວຄິດປະດິດສ້າງຢູ່ສະເໝີ ແລະ ມີແບບແຜນດຳລົງຊີວິດ ທີ່ເປັນແບບຢ່າງ. ພາບ ແລະຂ່າວ: ກົມປະຊາສຳພັນ ຫສນຍ.

error: Content is protected !!