ການປ່ອຍທາດອາຍເຮືອນແກ້ວໃຫ້ເປັນສູນ ຈະ​ສ້າງຜົນປະໂຫຍດ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ​

ຄວາມພະຍາຍາມໃນທົ່ວໂລກ ເພື່ອບັນລຸການປ່ອຍທາດອາຍເຮືອນແກ້ວ ໃຫ້ເປັນສູນສາມາດໃຫ້ຜົນປະໂຫຍດດ້ານເສດ ຖະກິດ ແລະ ສັງຄົມຢ່າງຫຼວງຫຼາຍສຳລັບອາຊີທີ່ເປັນພາກພື້ນກໍາລັງພັດທະນາ ຜົນປະ ໂຫຍດເຫຼົ່ານີ້ ສາມາດເປັນ 5 ເທົ່າ ຂອງຕົ້ນທຶນຂອງການຫຼຸດຜ່ອນທາ​ດອ​າຍ​ດັ່ງ​ກ່າ​ວ.

ອີງຕາມບົດລາຍງານໃໝ່ຂອງທະນາຄານພັດທະນາອາຊີ (ADB) ຫົວຂໍ້ “ອາຊີໃນການຫັນເປັນສູນທົ່ວໂລກ” ຫຼື Asian Development Outlook Thematic Report: Asia in the Global Transition to Net Zero ທີ່ເຜີຍແຜ່ວັນທີ 27 ເມສາ 2023 ໃຫ້ຮູ້ວ່າ: ຜົນປະໂຫຍດ ລວມທັງການຫຼີກເວັ້ນການສູນເສຍທາງເສດຖະກິດ ຈາກການປ່ຽນແປງດິນຟ້າອາ ກາດ ເຊັ່ນດຽວກັນກັບສຸຂະພາບທີ່ໄດ້ຮັບການປັບປຸງດີຂຶ້ນ ຍ້ອນອາກາດທີ່ສະອາດ ສາມາດບັນລຸໄດ້ໂດຍຜ່ານການປະຕິຮູບ ນະໂຍບາຍເປົ້າໝາຍ.

ໃນສະຖານະການທີ່ໂລກເຮັດວຽກຮ່ວມກັນທັນທີ ເພື່ອຫຼຸດພາວະໂລກຮ້ອນໃຫ້ຕ່ຳກວ່າ 2 ອົງສາເຊ ຕາມຂໍ້ຕົກລົງປາຣີ ຄ່າໃຊ້ ຈ່າຍຕໍ່ພາກພື້ນຈະກວມປະມານ 1% ຂອງລວມຍອດຜະລິດຕະພັນພາຍໃນປະເທດ ຫຼື GDP ຕໍ່ປີ ກ່ອນທີ່ຈະກວມເອົາສະ ພາບດິນຟ້າອາກາດ ຫຼື ຜົນປະໂຫຍດດ້ານຄຸນນະພາບຂອງອາກາດ.

ທ່ານ ອາລ໌ເບີດ ປາກ ຫົວໜ້ານັກເສດຖະສາດຂອງ ADB ກ່າວວ່າ: ເພື່ອເຮັດໃຫ້ນະໂຍບາຍດິນຟ້າອາກາດມີປະສິດຕິຜົນ ພວກເຮົາຈໍາເປັນຕ້ອງໄດ້ນໍາເອົາແນວທາງທີ່ມີປະສິດທິຜົນທາງເສດຖະກິດ ເຊັ່ນ: ການກໍານົດລາຄາຄາບອນ ບົດລາຍງານ ສະບັບນີ້ສະແດງໃຫ້ເຫັນວ່າການປ່ຽນແປງຢ່າງມີປະສິດທິຜົນ ເພື່ອບັນລຸເປົ້າໝາຍຂໍ້ຕົກລົງປາຣີ ສາມາດໃຫ້ຜົນປະໂຫຍດ ສູງເຖິງ 5 ເທົ່າຂອງຕົ້ນທຶນ ໂລກຕ້ອງເຮັດວຽກຮ່ວມກັນ ເພື່ອບັນລຸເປົ້າໝາຍສະພາບດິນຟ້າອາກາດຂອງພວກເຮົາ ແລະ ຮັບປະກັນແກ່ການເຕີບໂຕແບບຍືນຍົງ ແລະ ຈະເລີນຮຸ່ງເຮືອງ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.

ພາກພື້ນອາຊີ ແລະ ປາຊີຟິກ ຢູ່ແຖວໜ້າຂອງການຕໍ່ສູ້ຕ້ານກັບສະພາບການປ່ຽນແປງດິນຟ້າອາກາດ ພາກພື້ນ ກວມເອົາ 70% ຂອງປະຊາກອນໂລກ ມີຄວາມສ່ຽງຈາກລະດັບນໍ້າທະເລທີ່ເພີ່ມຂຶ້ນ ຂະນະດຽວກັນ ພາກພື້ນໄດ້ປະກອບສ່ວນເກືອບ ເຄິ່ງໜຶ່ງຂອງການປ່ອຍທາດອາຍພິດເຮືອນແກ້ວຂອງທົ່ວໂລກໃນປີ 2019 ການບັນລຸເປົ້າໝາຍທາງເສດຖະກິດ ແລະ ການ ພັດທະນາຂອງອາຊີ ແລະ ປາຊີຟິກ ໃນຂະນະທີ່ຫຼີກລ້ຽງຄວາມສ່ຽງຈາກໄພພິບັດດ້ານສະພາບດິນຟ້າອາກາດ ຈະບໍ່ສາມາດ ເຮັດໄດ້ ຫາກບໍ່ປ່ຽນແປງຮູບແບບການເຕີບໂຕຂອງພາກພື້ນ.

ການປ່ຽນແປງນີ້ ຈໍາເປັນຕ້ອງປ່ຽນແທນຖ່ານຫີນ ແລະ ນໍ້າມັນເຊື້ອໄຟຟອດຊິວອື່ນໆໂດຍໄວ ດ້ວຍແຫຼ່ງພະລັງງານທົດແທນ ເພີ່ມປະສິດທິຜົນພະລັງງານ ແລະ ອະນຸຮັກ “ແຫຼ່ງເກັບກັກຄາບອນ” ເປັນຕົ້ນປ່າໄມ້ ຜົນຕາມມາກໍຄືແນວທາງການຫັນ ໃຫ້ ເປັນສູນໃນທົ່ວໂລກ ສາມາດຊ່ວຍຮັກສາຊີວິດຄົນໄດ້ປະມານ 350.000 ຄົນຕໍ່ປີ ພາຍໃນປີ 2030 ເນື່ອງຈາກມົນລະພິດທາງ ອາກາດຫຼຸດລົງ ນອກນີ້ຍັງສາມາດສ້າງວຽກເຮັດງານທຳເພີ່ມອີກ 1,5 ລ້ານຕໍາແໜ່ງ ໃນຂະແໜງພະລັງງານ ພາຍໃນປີ 2050.

ບົດລາຍງານລະບຸວ່າໃນສະພາບທີ່ອຸນຫະພູມໂດຍສະເລ່ຍເກືອບ 4 ອົງສາເຊ ໃນປີ 2100 ຄວາມເສຍຫາຍເກີດຈາກການ ປ່ຽນແປງດິນຟ້າອາກາດ ຄວາມສູນເສຍຈະເພີ່ມຂຶ້ນ 24% ໃນ GDP ຂອງອາຊີ ທີ່ເປັນພາກພື້ນກຳລັງພັດທະນາພາຍໃນ ທ້າຍສະຕະວັດດັ່ງກ່າວ ເຊິ່ງບົດລາຍງານໄດ້ແນະນຳໃຫ້ບັນດາຜູ້ວາງນະໂຍ ບາຍ ສຸມໃສ່ 3 ຂົງເຂດຕົ້ນຕໍ ຄື: ການກຳນົດລາ ຄາຄາບອນ ແລະ ການປະຕິຮູບ ການອຸດໜູນສໍາລັບນ້ຳມັນເຊື້ອໄຟຟອດຊິວ ແລະ ການນຳໃຊ້ທີ່ດິນ ລະບຽບການ ແລະ ແຮງຈູງໃຈເພື່ອລະດົມເງິນທຶນ ແລະ ສົ່ງເສີມພະລັງງານສະອາດ ແລະ ການປົກປ້ອງທາງສັງຄົມ ແລະ ການສະໜັບສະໜູນ ການຈ້າງງານ ເພື່ອໃຫ້ເກີດຄວາມເປັນທໍາ.

error: Content is protected !!