ປະທານກໍາມາທິການການຕ່າງປະເທດ ຕ້ອນຮັບເອກອັກຄະລັດຖະທູດ ສ ກູບາ ປະຈຳລາວ

​    ວັນທີ 25 ເມສາ 2023 ທີ່ສະພາແຫ່ງຊາດ ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ Enna Esther Viant Valdes ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ປະຈຳ ສປປ ລາວ.

​    ໂອກາດດັ່ງກ່າວ ທ່ານ ປະທານກຳມາທິການການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຈິງໃຈຕໍ່ ທ່ານ ນາງ Enna Esther Viant Valdes ໃນການມາເຂົ້າຢ້ຽມຄຳນັບ ຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບການຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກູບາ ແລະ ສະແດງຄວາມຊົມເຊີຍ ຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ປະຈຳ ສປປ ລາວ ຊຶ່ງຈະເປັນຂົວຕໍ່ ໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ ສປປ ລາວ ແລະ ສ ກູບາ ເປັນປະເທດເພື່ອນມິດຍຸດທະສາດ ທີ່ມີອຸດົມການສັງຄົມນິຍົມ ອັນດຽວກັນ ຕະຫຼອດໄລຍະທີ່ຜ່ານມາ ສອງປະເທດ ມີການພົວພັນຮ່ວມມື ອັນດີງາມນໍາກັນຢ່າງເປັນປົກກະຕິ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນ ໃນປີ 1974.

       ທ່ານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານປະທານກຳມາທິການການຕ່າງປະເທດ ທີ່ໄດ້ເສຍສະຫຼະເວລາອັນມີຄຸນຄ່າ ໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ເຫັນດີ ຕໍ່ຄໍາຄິດຄຳເຫັນ ຂອງທ່ານ ປະທານກຳມາທິການການຕ່າງປະເທດ ທີ່ໄດ້ກ່າວມາແລ້ວນັ້ນພ້ອມທັງ ໄດ້ແຈ້ງໃຫ້ທ່ານປະທານກຳມາທິການການຕ່າງປະເທດຊາບ ກ່ຽວກັບ ຜົນການເລືອກຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນ ຂອງສະພາແຫ່ງຊາດອຳນາດຂອງປະຊາຊົນ ແຫ່ງ ສ ກູບາ ທີ່ຫາກໍສຳເລັດລົງ ໃນຕົ້ນເດືອນເມສາ 2023 ທີ່ຜ່ານມາ ທ່ານເອກອັກຄະລັດຖະທູດ ກູບາ ໄດ້ຢັ້ງຢືນ ຈະສືບຕໍ່ປະຕິບັດໜ້າທີ່ ຂອງຕົນ ໃນຖານະທີ່ເປັນເອກອັກຄະລັດຖະທູດ ເພື່ອເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງປະເທດ ກໍຄື ສອງພັກ ສອງລັດ ເວົ້າສະເພາະ ກໍຄືສອງອົງການນິຕິບັນຍັດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເປັນຮູບປະທຳຫຼາຍຂຶ້ນກວ່າເກົ່າ.

error: Content is protected !!