ມອບ-ຮັບ ໂຄງການກໍ່ສ້າງຂະຫຍາຍໂຮງງານຜະລິດນໍ້າປະປາ ດົງບັງໄລຍະ II

ພິທີມອບ-ຮັບ ໂຄງການກໍ່ສ້າງຂະຫຍາຍໂຮງງານຜະລິດນໍ້າປະປາດົງບັງໄລຍະ II ກຳລັງການຜະລິດ 24.​000 ແມັດກ້ອນຕໍ່ວັນ ແລະ ເປີດການກໍ່ສ້າງໂຄງການບໍາບັດນໍ້າເປື້ອນຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ເງີນກູ້ຍືມບໍ່ມີດອກເບ້ຍຈາກລັດຖະບານຮົງ ກາລີ ຈັດຂຶ້ນວັນທີ 27 ພຶດສະພາ 2023 ທີ່ບ້ານນາສາລາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີ ທ່ານ ອາດສະພັງທອງ​ ສີ ພັນດອນ​ ເຈົ້າຄອງນະຄອນຫຼວງວຽງຈັນ​ ທ່ານ ປີເຕີ້ ຊິຢາໂຕ ລັດ​ຖະມົນຕີກະຊວງການຄ້າ ແລະ ຕ່າງປະເທດ​ຮົງກາລີ ພ້ອມ ດ້ວຍບັນດາ​ຮອງລັດຖະມົນຕີ​ ຮອງເຈົ້າຄອງ​ ແລະ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າ​ພະແນກ​ໂຍທາ​ທິການ​ແລະ​ຂົນສົ່ງ​ ນະຄອນຫຼວງ​ວຽງຈັນ​ ກ່າວວ່າ: ການກໍ່ສ້າງໂຄງການ ບໍາບັດນໍ້າ ຫຼື ໂຄງການກໍ່ສ້າງໂຮງງານບໍາບັດນໍ້າເປື້ອນພາຍໃຕ້ເງິນກູ້ຢືມບໍ່ມີດອກເບ້ຍຈາລັດຖະບານຮົງກາລີ ເຊິ່ງ ລັດຖະບານ ສປປ ລາວ ໄດ້ອະນຸມັດໃຫ້ ກະຊວງການເງິນ ເຊັນສັນຍາເງິນກູ້ຢືມ ບໍ່ມີດອກເບ້ຍແຕ່ມີເງື່ອນໄຂ ກັບທະນາຄານ ເພື່ອການສົ່ງ ອອກ-ນຳເຂົ້າ ຮົງກາລີ ຕາມສັນຍາ ສະບັບຄັ້ງວັນທີ 30 ມັງກອນ 2018 ໃນມູນຄ່າການກູ້ຢືມ 100 ລ້ານໂດລາສະຫະລັດ ແລະ ນະຄອນຫຼວງວຽງຈັນ ໄດ້ເຊັນສັນຍາທາງດ້ານການຄ້າ ກັບສະມາຄົມໂຄງການນໍ້າ ຮົງກາລີ-ລາວ ໂດຍແມ່ນ ບໍລິສັດ ລາວໂປຼເຈັກ ໃນຄັ້ງວັນທີ 7 ທັນວາ 2017 ໂຄງການແມ່ນມີກຳນົດເວລາການຈັດຕັ້ງປະຕິບັດແມ່ນ 4 ປີ ແລະ ໄດ້ມີການຕໍ່ສັນ ຍາການຄ້າ ເພີ້ມເຕີ້ມອອກໄປຕື່ມຮອດເດືອນ ມີນາ ປີການກໍ່ສ້າງຂະຫຍາຍໂຮງງານນໍ້າປະປາ ດົງບັງ ດ້ວຍກໍາລັງການຜິດ 24.000 ແມັດກ້ອນຕໍ່ມື້ ພ້ອມດ້ວຍການກໍ່ສ້າງຕ້ານເຈື່ອນແຄມນໍ້າງື່ມ ເຂດ ໂຮງງານນໍ້າປະປາ ດົງບັງ ໃນມູນຄ່າທັງໝົດ 12.760.567 ໂດລາສະຫະລັດ ໃນນີ້ມູນຄ່າການກໍ່ສ້າງຂະຫຍາຍໂຮງງານນໍ້າປະປາ ມູນຄ່າ 11.661.823,63 ໂດລາ ສະຫະ ລັດ ເປັນການກໍ່ສ້າງພຽງແຕ່ລະບົບໂຮງງານ ພາຍຫຼັງການກໍ່ສ້າງສຳເລັດແມ່ນເຊື່ອມຕໍ່ການບໍລິການນໍ້າປະປາ ເຂົ້າໃສ່ລະບົບ ທໍ່ເກົ່າທີ່ມີຢູ່ແລ້ວຂອງລັດວິສາຫະກິດ ນໍ້າປະປາ ນະ ຄອນຫຼວງ ການອອກແບບ ແລະ ກໍ່ສ້າງ ແມ່ນ ຝ່າຍ ບໍລິສັດ ລາວໂປຼເຈັກ ເປັນເຈົ້າການທັງໝົດໃນການຈັດຫາ ບໍລິສັດ ອອກແບບ KC ບໍລິສັດ ທີ່ປຶກສາ QZRT, WEE ແລະ ບໍລິສັດ ກໍ່ສ້າງ ທັງພາຍໃນ ຄືແລະ ບໍລິສັດ ຕ່າງປະເທດ ພະແນກ ຍທຂ ນະຄອນຫຼວງ ແລະ ລັດວິສາຫະກິດ ນໍ້າປະປາແລະ ບໍລິສັດ SPS ນະຄອນຫຼວງ ເປັນຜູ້​ຕິດຕາມກວດກາຕິດຕາມ ອຳນວຍຄວາມສະດວກ ແລະ ຊຸກຍູ້ ໃຫ້ວຽກງານໄປຕາມແຜນການທີ່ກໍານົດໄວ້ ການກໍ່ສ້າງ ແມ່ນປະຕິບັດຕາມມາດຕະຖານ EU ການຜະລິດຊິ້ນສ່ວນວັດຖຸອຸປະກອນເຄື່ອງຈັກ ຕ່າງໆແມ່ນນຳເຂົ້າຈາກປະເທດ ຮົງກາ ລີ ການກໍ່ສ້າງໂຮງງານແມ່ນໃຊ້ລະບົບ Rapid Sand Filter (ລະບົບກອງໄວ) ໂດຍມີການອອກແບບໂຄງສ້າງໂຮງງານເປັນ 2 ຊັ້ນ ໃຫ້ລະບົບກອງນໍ້າຢູ່ດ້ານເທີງ ແລະ ອ່າງເກັບນໍ້າສະອາດຢູ່ດ້ານລຸ່ມ ເຊິ່ງຊ່ວຍໃຫ້ປະຢັດພື້ນທີ່ ແຕ່ວິທີການກໍ່ສ້າງຈະ ມີຄວາມຫຍຸ້ງຍາກ ແລະ ມູນຄ່າກໍ່ສູງ ກ່ວາການອອກແບບກໍ່ສ້າງທົ່ວໄປ.

ການກໍ່ສ້າງແມ່ນດຳເນີນ ໃນ ປີ 2020 ຖືວ່າໃນໄລ​ຍະການແຜ່ລະບາດ ຂອງພະຍາດ ໂຄວິດ 2019 ເຮັດໃຫ້ມີຂໍ້ຫຍຸ້ງຍາກ ຫຼາຍດ້ານ ແຕ່ເຖິງຢ່າງໃດກໍຕາມໃນປີ 2020 ສາມາດປະຕິບັດໄດ້ 13,06% ປີ 2021 ມີຄວາມຄືບໜ້າ 70,66% 2022 ມີຄວາມຄືບໜ້າ 97,69% ແລະ ເດືອນ 3 ປີ 2023 ແມ່ນສາເລັດ 100% ເຊິ່ງໄດ້ດໍາເນີນການທົດລອງແລນລະບົບເຄື່ອງຈັກ ແລະ ຜະລິດນໍ້າປະປາ ໄດ້ແລ້ວ, ການກໍ່ສ້າງແມ່ນຮັບປະກັນເປັນເວລາ 24 ເດືອນ ສ່ວນການກໍ່ສ້າງຕ້ານເຈື່ອນແຄມນໍ້າງື່ມ ເຂດ ໂຮງງານນໍ້າປະປາ ດົງບັງ ແມ່ນສໍາເລັດແຕ່ຕົ້ນປີ 2021 ຜ່ານມາ.

ພາຍຫຼັງການກໍ່ສ້າງສຳເລັດໂຮງງານນໍ້າປະປາ ດົງບັງ ແຫ່ງນີ້ ຈະສາມາດສະໜອງນໍ້າປະປາ ໄດ້ 44.000 ແມັດກ້ອນຕໍ່ວັນ ເຊິ່ງຈະເຮັດໃຫ້ ນະຄອນຫຼວງວຽງຈັນ ມີນໍ້າປະປາ ສາມາດສະໜອງໄດ້ 348.000 ແມັດກ້ອນຕໍ່ວັນ ສໍາລັບໂຄງການກໍ່ ສ້າງລະບົບບໍາບັດນໍ້າເປື້ອນ ນະຄອນຫຼວງວຽງຈັນ ແມ່ນໄດ້ເລີ້ມແຕ່ກາງປີ 2018 ເປັນຕົ້ນມາ ແລະ ໄດ້ຮັບການຮັບຮອງເອົາ ບົດສຶກສາຄວາມເປັນໄດ້ໂຄງການຢ່າງເປັນທາງການ ຈາກລັດຖະບານ ແລະ ນະຄອນຫຼວງ ວຽງຈັນ ໃນປີ 2022 ໄດ້ສຳເລັດ ການອອກແບບລະອຽດວຽກດິນ ວຽກຮາກຖານລະບົບໂຮງງານ, ລະບົບເສັ້ນທາງເຂົ້າ-ອອກໂຄງການ ແລະ ເລີ່ມລົງມືກໍ່ສ້າງ ໂຮງງານບໍາບັດນໍ້າເປື້ອນ ດ້ວຍກໍາລັງການຜະລິດ 26.000 ແມັດກ້ອນຕໍ່ວັນ ໃນຕົ້ນປີ 2023 ຜ່ານມານີ້ ປະຈຸບັນມີຄວາມຄືບ ໜ້າ 10% ແລະ ທຽບຄວາມຄືບໜ້າທັງໝົດໂຄງການແມ່ນປະຕິບັດໄດ້ 31,63% ຂອງແຜນການລວມ ຄາດໝາຍໃຫ້ສຳເລັດ ໃນປີ 2025.​

error: Content is protected !!