ເປີດໜ່ວຍບໍລິການໃໝ່ ທະນາຄານ ບີໄອຊີລາວ “ໜ່ວຍບໍລິການໄອເຕັກມໍ” ຢ່າງເປັນທາງການ

    ທະນາຄານ ບີໄອຊີລາວ ຈໍາກັດ ເປີດໜ່ວຍບໍລິການໃໝ່ຢ່າງເປັນທາງການເມື່ອວັນທີ 25 ເມສາ 2023 ຢູ່ສູນການຄ້າລາວ-ໄອເຕັກ (ອາຄານໄອເຕັກ ມໍ ຊັ້ນ 1) ບ້ານໂພນທັນເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

    ທະນາຄານ ບີໄອຊີລາວ ຈໍາກັດ ເປັນໜຶ່ງໃນບັນດາທະນາຄານທີ່ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງວ່ອງໄວ ເຊິ່ງສະແດງອອກໂດຍການເພີ່ມຂຶ້ນຂອງຖານລູກຄ້າ ຂະໜາດຂອງຊັບສິນ ແລະ ລາຍຮັບຈາກການດໍາເນີນທຸລະກິດ ທີ່ມີຜົນກຳໄລຢ່າງຕໍ່ເນື່ອງ ການສ້າງໜ່ວຍບໍລິການໃໝ່ແຫ່ງນີ້ ມີເປົ້າໝາຍເພື່ອຮອງຮັບຖານລູກຄ້າທີ່ເພີ່ມຂຶ້ນ ແລະ ອໍານວຍຄວາມສະດວກໃຫ້ບັນດາລູກຄ້າຂອງທະນາຄານ ບັນດາຫ້າງຮ້ານ ຫຼື ບຸກຄົນທົ່ວໄປ ທີ່ບໍ່ສະດວກໃນການໄປເຮັດທຸລະກໍາການເງິນ ໃນໂມງລັດຖະການ.

    ເພື່ອຄວາມເປັນສີລິມຸງຄຸນໃຫ້ໜ່ວຍບໍລິການໃໝ່ ທະນາຄານ ບີໄອຊີລາວ ຈໍາກັດ ໄດ້ມີການຈັດພິທີບາສີສູ່ຂວັນ ໂດຍມີຕົວແທນຈາກຄະນະຜູ້ບໍລິຫານ ແລະ ພະນັກງານຂອງທະນາຄານ ບີໄອຊີລາວ ຈໍາກັດ ເຂົ້າຮ່ວມ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງການເປີດໜ່ວຍບໍລິການໃໝ່ ຄັ້ງນີ້ ທະນາຄານ ຍັງໄດ້ຈັດກິດຈະກໍາເພື່ອສົ່ງເສີມການສ້າງຖານລູກຄ້າ ແລະ ມອບຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມທຸກທ່ານ ໂດຍການແຈກຂອງສົມມະນາຄຸນ.

    ໜ່ວຍບໍລິການ ໄອເຕັກມໍ ແມ່ນເປີດໃຫ້ບໍລິການລູກຄ້າທຸກໆວັນ ທັງໃນໂມງລັດຖະການ ແລະ ນອກໂມງລັດຖະການ ເຊິ່ງລູກຄ້າສາມາດເຮັດທຸລະກໍາການເງິນທົ່ວໄປໄດ້ປົກກະຕິ ເຊັ່ນ: ການຝາກເງິນ ຖອນເງິນ ແລກປ່ຽນເງິນຕາ ລວມທັງການໃຫ້ບໍລິການໂອນເງິນທັງພາຍໃນ ແລະ ຕ່າງປະເທດ ຜ່ານລະບົບ Visa B2B Connect ທີ່ມີຄວາມວ່ອງໄວ ກວດສອບໄດ້ ແລະ ປອດໄພສູງ.

error: Content is protected !!