ລາວ-ຫວຽດນາມ ຫາລືກໍ່ສ້າງຖານຂໍ້ມູນພົນ ລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ

ໃນວັນທີ 24 ເມສາ 2023 ທີ່ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມພົບປະຂັ້ນວິຊາການ ລະ ຫວ່າງ ຄະນະຜູ້ແທນຂັ້ນສູນກາງປ້ອງກັນຄວາມສະຫງົບລາວ ແລະ ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບຫວຽດ ນາມ ກ່ຽວກັບໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ ຝ່າຍລາວນຳໂດຍ ພົນ ຈັດຕະວາ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບລາວ ຝ່າຍຫວຽດນາມ ນຳໂດຍ ພົນຈັດຕະວາ ຫງວຽນ ກວັກ ຮຸ່ງ ຫົວໜ້າກົມຕໍາຫຼວດຄຸ້ມຄອງບໍລິຫານຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໂດຍມີຄະນະສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ ຝ່າຍລາວໄດ້ລາຍງານສະພາບໂດຍຫຍໍ້ຂອງການຈັດຕັ້ງປະຕິບັດວຽກ ງານຈົດທະບຽນຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວໃນປັດຈຸບັນທົ່ວປະເທດມີ 17 ແຂວງ 1 ນະຄອນຫຼວງວຽງຈັນ ມີ 145 ເມືອງ 3 ນະຄອນ ມີ 1.158 ກຸ່ມບ້ານ ມີ 8.399 ບ້ານ ມີ 1.335.708 ຫຼັງຄາເຮືອນ ມີ 1.399.904 ຄອບຄົວ ພົນລະເມືອງທັງໝົດມີ 7.235.341 ຄົນ ຍິງ 3.640.015 ຄົນ ຈຳນວນຄົນຕ່າງດ້າວ ມີ 13.576 ຄົນ ຍິງ 5.038 ຄົນ ພົນລະເມືອງທີ່ໄດ້ຂຶ້ນທະບຽນສໍາມະໂນຄົວແລ້ວມີ 1.385.964 ຄອບຄົວ ມີຈຳນວນພົນທັງໝົດ 7.113.973 ຄົນ ຍິງ 3.581.483 ຄົນ ໃນນັ້ນ ຄົນຕ່າງດ້າວ ມີ 4.823 ຄອບຄົວ ມີຈໍານວນ 13.576 ຄົນ ຍິງ 5.038 ຄົນ.

ນອກນີ້ ດ້ານວຽກງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈໍາຕົວດ້ວຍລະບົບເອເລັກໂຕຼນິກ ໂດຍຫັນເອົາຂໍ້ມູນພົນລະເມືອງເຂົ້າສູ່ລະບົບທັນສະໄໝແມ່ນເລີ່ມຕົ້ນຈັດຕັ້ງປະຕິບັດໃນປີ 2008 ໂດຍແມ່ນບໍລິສັດຮົວເວ້ ເປັນຜູ້ຮັບຈັດຕັ້ງປະຕິບັດ ເປັນຕົ້ນແມ່ນວຽກງານກໍ່ສ້າງພື້ນຖານໂຄງລ່າງ ແລະ ປັບປຸງຫ້ອງການເຮັດວຽກ ຢູ່ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ ວຽກງານເຕັກໂນໂລຊີ ແມ່ນໄດ້ສ້າງສູນຂໍ້ມູນ ເພື່ອຮອງຮັບຂໍ້ມູນພົນລະເມືອງ ໄດ້ພັດ ທະນາລະບົບຊັອບແວ ມີ 2 ໂມດູນຫຼັກຄື: ຄຸ້ມຄອງສຳມະໂນຄົວລາວ-ຕ່າງດ້າວ ອອກບັດປະຈໍາຕົວລາວ ໄດ້ປະກອບ ແລະ ຕິດຕັ້ງອຸປະກອນເກັບກຳຂໍ້ມູນຢູ່ສູນກາງ, ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ ເພື່ອປ້ອນຂໍ້ມູນບຸກຄົນເຂົ້າ ສູ່ລະບົບເຄື່ອງຈັກພິມບັດປະຈໍາຕົວ ແລະ ເຄື່ອງຈັກພິມປື້ມສໍາມະໂນຄົວ ພ້ອມກັນນັ້ນ ຍັງໄດ້ມີການຝຶກອົບຮົມການນຳ ໃຊ້ລະບົບໂປຼແກມຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈຳຕົວ ເຊິ່ງໄດ້ມີການແບ່ງຂັ້ນການຄຸ້ມຄອງ ແລະ ການນຳ ໃຊ້ລະບົບຄື: ຂັ້ນສູນກາງ ຂັ້ນແຂວງ ແລະ ຂັ້ນເມືອງ.

ຈາກນັ້ນ ທັງສອງຝ່າຍກໍໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຈົດທະ ບຽນຄຸ້ມຄອງສຳມະໂນຄົວ ແລະ ອອກ ບັດປະຈຳຕົວທັນສະໄໝ ແລະ ແຜນການຈັດ ຕັ້ງປະຕິບັດ ເຮັດວຽກຮ່ວມກັນລະຫວ່າງກົມກອງອ້ອມຂ້າງກະຊວງປ້ອງກັນ ຄວາມສະຫງົບລາວ ກັບຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໃຫ້ເຊິ່ງກັນ ແລະ ກັນຮັບຊາບ ພ້ອມທັງ ຮ່ວມກັນປຶກສາຫາລື ບັນດາວຽກງານທີ່ໄດ້ຮ່ວມ ກັນຈັດຕັ້ງປະຕິບັດ ເພື່ອຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດ ແລະ ແກ້ໄຂບັນດາຂໍ້ ຄົງຄ້າງຕ່າງໆ ໃຫ້ມີຜົນສຳເລັດ.

ພາບ-ຂ່າວ: ໜັງ​ສື​ພິ​ມຄ​ວາມ​ສະ​ຫງົບ

error: Content is protected !!