ສ້າງຄວາມເຂັ້ມກ່ຽວກັບທັກສະດ້ານກົດໝາຍ ສຳລັບໂຄງການລົງທຶນທີ່ນຳໃຊ້ແຫຼ່ງທຶນຈາກພາກເອກະຊົນ

ອົງການການເງິນສາກົນ (IFC)ຈັດຊຸດເຝິກອົບຮົມກ່ຽວກັບທັກສະດ້ານກົດໝາຍສຳລັບໂຄງການລົງທຶນທີ່ນຳໃຊ້ແຫຼ່ງທຶນ ຈາກພາກເອກະຊົນ ລະຫວ່າງວັນທີ 24-27 ເມສາ 2023 ທີ່ໂຮງແຮມຄຣາວພລາຊາ ມີ ທ່ານ ພົງສະຫວັນ ພົມກອງ ຫົວ ໜ້າຫ້ອງການ IFC ປະຈຳລາວ ທ່ານ ນາງ ທະວີຈັນ ທ່ຽງເທບວົງສາ ຮອງຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມ.

ທ່ານ ພົງສະຫວັນ ພົມກອງ ກ່າວວ່າ: ທັກສະດ້ານກົດໝາຍສຳລັບໂຄງການລົງທຶນທີ່ນຳໃຊ້ແຫຼ່ງທຶນຈາກພາກເອກະຊົນໄດ້ ຮັບການອອກແບບ ໂດຍສຸມໃສ່ຄວາມຕ້ອງການພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ໂດຍສະເພາະ ການລົງທຶນຮ່ວມ ລະຫວ່າພາກລັດ ແລະ ເອກະຊົນ (PPP) ແລະ ເປົ້າໝາຍດ້ານດິຟ້າອາກາດຂອງ ສປປ ລາວ ເຊິ່ງ ສປປ ລາວ ຕ້ອງການລົງທຶນ ຫຼາຍເພື່ອ ຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມຈອດດ້ວຍງົບປະມານຂອງລັດທີ່ມີຈຳ ກັດມັນເປັນສິ່ງຈຳເປັນພື້ນຖານທີ່ລັດຖະບານຕ້ອງໄດ້ໝູນໃຊ້ການມີສ່ວນຮ່ວມຂອງພາກເອກະຊົນໂດຍຜ່ານກົນໄກການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ ພ້ອມດຽວກັນນັ້ນລະບຽບກົດໝາຍກໍມີຄວາມສຳຄັນຕໍ່ວຽກງານດັ່ງກ່າວ ສະນັ້ນ ລັດຖະບານຈຶ່ງໄດ້ຍົກລະດັລດຳລັດວ່າດ້ວຍ PPP ມາເປັນກົດໝາຍ ເຊິ່ງການປັບປຸງກອບກົດໝາຍ PPP ຈະສາມາດ ດຶງດູດການລົງທຶນຂອງເອກະຊົນໃຫ້ຫຼາຍຂຶ້ນຜ່ານກົນໄກ PPP ການພັດທະນາການລົງທຶນຮ່ວມລະຫວ່າງພາກລັດ-ເອກະ ຊົນໃຫ້ມີຄຸນນະພາບຜ່ານ PPP ຖືເປັນໝາກຫົວໃຈສຳຄັນໃນການດຶງດູດການລົງທຶນພາກເອກະຊົນທີ່ມີຄຸນນະພາບ ເຂົ້າ ໃນຂະແໜງພື້ນຖານໂຄງລ່າງ ສາມາດໄປສູ່ການສ້າງແຜນໂຄງການ PPP ໃນຫຼາຍຂະແໜງການເຊັ່ນ ການຂຸດຄົ້ນບໍ່ແຮ່ ການພັດທະນາອະສັງຫາລິມະຊັບ ໄປຄຽງຄູ່ກັນນັ້ນຈະຕ້ອງມີສະພາບແວດລ້ອມທີ່ເອື້ອອຳນວຍທີ່ເຂັ້ມແຂງດ້ານກອບກົດ ໝາຍ ແລະ ລະບຽບການ ຄວາມອາດສາມາດດ້ານສະຖາບັນ ຄວາມຮູ້ກ່ຽວກັບການປະຕິບັດທີ່ດີຂອງສາກົນອີກດ້ວຍ.

ການເຝິກອົບຮົມຄັ້ງນີ້ຈະໄດ້ຮຽນຮູ້ວົງຈອນຊີວິດຂອງໂຄງການ ການສຶກສາບັນດາຕົວຢ່າງຂອງໄລຍະເວລາການສະໜອງທຶນ ໂຄງການສຳປະທານທ່າບົກ ແລະ ໂຄງການກ່ຽວຂ້ອງ ການສຳປະທານ ການເຈລະຈາເງື່ອນໄຂການສະໜອງທຶນ ສຳລັບສັນ ຍາສຳປະທານທ່າບົກ ເຈລາເງື່ອນໄຂຊຳລະໜີ້ ການກຳນົດ ການປະເມີນ ການຫຼຸດຜ່ອນຄວາມສ່ຽງ ແລະ ອື່ນໆ ຈາກວິທະ ຍາກອນທັງພາຍໃນ ແລະ ຕ່າງປະເທດ.

error: Content is protected !!