ເປີດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ແລະ ງານວາງສະແດງສິນຄ້າສົ່ງອອກ ແຂວງ ກວາງຊີ ເປີດຂຶ້ນຢ່າງເປັນທາງ ການ ທີ່ ສປປ ລາວ ຈັດຂຶ້ນວັນທີ 24-26 ເມສາ 2023 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ງານຄັ້ງນີ້ມີຄວາມ ໝາຍສຳຄັນ ແລະ ພິເສດ ເນື່ອງຈາກເປັນປີ ຄົບຮອບ 20 ປີ ຈີນ-ອາຊຽນ ທັງເປັນປີຄົບຮອບ 20 ປີຂອງງານວາງສະແດງສິນ ຄ້າຈີນ-ອາຊຽນ ແລະ ຄົບຮອບ 10 ປີ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ (BRI)” ຂອງປະທານປະເທດ ສີ ຈິ້ນຜິງ.

ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ງານວາງສະແດງຄັ້ງນີ້ມີຄະ ນະຜູ້ແທນຈາກແຂວງກວາງຊີ ກອງເລຂາງານວາງສະແດງ ຈີນ-ອາຊຽນ ແລະ ບັນດານັກທຸລະກິດ ບໍລິສັດ ຫ້າງຮ້ານ ຈາກ ແຂວງກວາງຊີ ສປ ຈີນ ເຊິ່ງຈຳນວນໜຶ່ງແມ່ນເດີນທາງມາແຕ່ ແຂວງກວາງຊີ ພາກສ່ວນໜຶ່ງແມ່ນດໍາເນີນທຸລະກິດ ແລະ ລົງທຶນຢູ່ ສປປ ລາວ ແລະ ອີກຈຳນວນໜຶ່ງແມ່ນນັກທຸລະກິດມາຈາກ ປະເທດໄທ ໄດ້ເດີນທາງມາເຂົ້າຮ່ວມງານວາງສະແດງ ຄັ້ງນີ້.

ງານວາງສະແດງສິນຄ້າ ຈີນ-ອາຊຽນ ຖືເປັນງານວາງສະແດງທີ່ການນຳຂັ້ນສູງຂອງຈີນ ແລະ ບັນດາປະເທດອາຊຽນ ໃຫ້ ຄວາມສຳຄັນ ທັງເປັນເວທີແຫ່ງການພົວພັນຮ່ວມມືຮອບດ້ານ ລະຫວ່າງ ພາກລັດ ພາກທຸລະກິດ ແລະ ການໄປມາຫາສູ່ ຂອງປະຊາຊົນ ໂດຍມີບົດບາດໃນການຊຸກຍູ້ສົ່ງເສີມດ້ານການຄ້າ-ການລົງທຶນການທ່ອງທ່ຽວ ເພື່ອສະໜັບສະໜູນເຂດການ ຄ້າເສລີ ຈີນ-ອາຊຽນ ໃຫ້ປະກົດຜົນເປັນຈິງເປັນເທື່ອກ້າວ.

ສຳລັບ ສປປ ລາວ ໄດ້ປະກອບສ່ວນເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ເລີ່ມຕັ້ງແຕ່ປີ 2004 ທີ່ນະຄອນ     ໜານໜີງເປັນຕົ້ນມາ ເຊິ່ງໃນແຕ່ລະປີການນຳຂັ້ນສູງຂອງ ສປປ ລາວ ກໍໄດ້ນຳພາຄະນະຜູ້ແທນພ້ອມດ້ວຍຫົວໜ່ວຍທຸລະກິດທີ່ມີສິນຄ້າທ່າແຮງເຂົ້າຮ່ວມງານວາງສະແດງດັ່ງກ່າວຢ່າງມີຜົນສໍາເລັດຕະຫຼອດມາ.

ສະເພາະໃນງານວາງສະແດງຄັ້ງນີ້້ ໄດ້ມີບໍລິສັດເຂົ້າຮ່ວມທັງໝົດ 175 ບໍລິສັດ ມີ 235 ຫ້ອງວາງສະແດງ ໃນນີ້ມີບໍລິສັດທຸລະ ກິດຂອງລາວ 25 ຫົວໜ່ວຍ ນຳໃຊ້ 30 ຫ້ອງວາງສະແດງ ຈາກ ສປ ຈີນ ມີບໍລິສັດ 100 ຫົວໜ່ວຍ ນຳໃຊ້ 155 ຫ້ອງວາງ ສະແດງ ແລະ ຈາກປະເທດໄທມີ 50 ບໍລິສັດ ນຳໃຊ້ 50 ຫ້ອງວາງສະແດງ ໂດຍສິນຄ້າທີ່ນຳມາວາງສະແດງປະກອບມີເຄື່ອງ ໃຊ້ ອຸປະກອນໄຟຟ້າ ກົນຈັກ ແລະ ເຄື່ອງມືຮັບໃຊ້ການຜະລິດກະສິກຳ ນະວັດຕະກຳ ພະລັງງານສະອາດ ອຸປະກອນການ ແພດ ແລະ ການຢາ ອຸປະກອນເຄື່ອງກໍ່ສ້າງ ອາຫານ ແລະ ເຄື່ອງດື່ມ.

ງານວາງສະແດງສິນຄ້າ ຄັ້ງນີ້ ຈະກາຍເປັນເວທີໜຶ່ງ ທີ່ສ້າງກາລະໂອກາດ ແລະ ແລກປ່ຽນຕະຫຼາດຮ່ວມກັນ ເຮັດໃຫ້ທຸ ລະກິດ ລາວ-ຈີນ ສາມາດຊອກໄດ້ຄູ່ຄ້າ ກໍຄື ຕະຫຼາດ ແລະ ໄດ້ເຊັນສັນຍາຮ່ວມມືທຸລະກິດກັນ ໃນຫຼາຍຂົງເຂດ ໂດຍນໍາໃຊ້ ປະໂຫຍດຈາກການເຂົ້າຮ່ວມງານຄັ້ງນີ້ໄປຮ່ວມກັນຜັນຂະຫຍາຍ ແນໃສ່ເພື່ອເພີ່ມທະວີ ແລະ ສົ່ງເສີມດ້ານເສດຖະກິດ ການຄ້າ ການລົງທຶນ ແລະ ທ່ອງທ່ຽວ ຕະຫຼອດຮອດການພົວພັນຮ່ວມມື ລະຫວ່າງ ພາກລັດ ພາກທຸລະກິດ ແລະ ປະຊາຊົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມມູນຄ່າການຄ້າລະຫວ່າງສອງປະເທດໃຫ້ນັບມື້ຫຼາຍຂຶ້ນ ໂອກາດນີ້ ໃນພິທີດັ່ງກ່າວ ຍັງໄດ້ ລົງນາມການຮ່ວມມືໂຄງການໃນຂົງເຂດຕ່າງໆຂອງລາວ ແລະ ແຂວງກວາງຊີ ເຊັ່ນ: ຂະແໜງການຄ້າ ອຸດສາຫະກຳ ກະສິກຳ ແລະ ການສືກສາ ແລະ ກີລາ ເພື່ອສືບຕໍ່ການຮ່ວມມືສອງຝ່າຍໃນຕໍ່ໜ້າໃຫ້ມີຜົນສຳເລັດຍິ່ງຂຶ້ນ.

ສໍາລັບພິທີເປີດງານເປັນທາງການໄດ້ຈັດຂຶ້ນໃນວັນທີ 24 ເມສາ 2023 ໂດຍມີ ທ່ານ ນາງ ຈັນສຸກ ແສງພະຈັນ ທ່ານ ຈຽງ ໄຊ່ຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ລາວ ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມາທິການຮ່ວມມືລາວ -ຈີນ ທ່ານ ນາງເວີຍ ຊາວຮຸ້ຍ ຫົວໜ້າກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນ ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!