ຕິດຕາມວຽກງານສົ່ງເສີມສິດທິເດັກ-ກະກຽມການສະເຫຼີມ ສະຫຼອງຄົບຮອບ 50 ປີ ຂອງ Unicef ໃນ ສປປ ລາວ

ໃນລະຫວ່າງວັນທີ 20 – 22 ເມສາ 2023 ຜ່ານມາ ຄະນະຜູ້ແທນຂັ້ນສູງ ນໍາພາໂດຍ ທ່ານນາງ ພອນວັນ ອຸທະວົງ ຮອງລັດ ຖະມົນຕີ ກະຊວງແຜນການ ແລະ ການລົງທືນ ທ່ານ ນາງ ດຣ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການ ີື້​Unicef ປະຈຳ ສປປ ລາວ ທ່ານ ມາກ ເຮີວາດ ຮອງຜູ້ອໍານວຍການດ້ານການວິເຄາະຂໍ້ມູນ ອົງການ Unicef ປະຈຳພາກພື້ນຜູ້ຕາງໜ້າກະ ຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ແຂວງ ໄດ້ລົງມາເຮັດວຽກຢູ່ແຂວງຊຽງຂວາງ.

ໃນຕອນແລງຂອງ ວັນທີ 20 ເມສາ 2023 ຄະນະຜູ້ແທນ ໄດ້ເຂົ້າຢ້ຽມຄຳນັບ ແລະ ລາຍງານຈຸດປະສົງ ໃຫ້ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ແຂວງຊຽງຂວາງ ຊາບກ່ຽວກັບການມາເຄື່ອນໄຫວວຽກງານ ທີ່ແຂວງຊຽງຂວາງ ພ້ອມທັງໄດ້ປືກສາຫາລື ແລະຂໍທິດຊີ້ນຳຈາກການນຳຂອງແຂວງຊຽງຂວາງ.

ໃນວັນທີ 21 ເມສາ 2023 ຄະນະຜູ້ແທນຂັ້ນສູງດັ່ງກ່າວ ຮ່ວມກັບ ພະແນກແຜນການ ແລະການລົງທືນ ແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ເດີນທາງໄປຢ້ຽມຍາມກິດຈະກຳວຽກງານແຜນງານນະໂຍບາຍສັງຄົມ ທີ່ໄດ້ສະເເດງໃຫ້ເຫັນ ເຖີງຜົນສຳເລັດຕ່າງໆ ໂດຍຜ່ານການຮ່ວມມືອັນແໜ້ນແຟ້ນລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ Unicef ໂດຍ ສະເພາະຜົນສຳເລັດໃນວຽກງານປົກປ້ອງສິດທິເດັກ ການຄົ້ນຄວ້າ ແລະ ສ້າງຖານຂໍ້ມູນກ່ຽວກັບເດັກ ເພື່ອປະກອບສ່ວນ ເຂົ້າໃນການວັດແທກເປົ້າໝາຍພັດທະນາຕ່າງໆຂອງ ສປປ ລາວ ຄະນະດັ່ງກ່າວ ໄດ້ລົງຢ້ຽມຢາມຄອບຄົວເດັກພິການທີ່ໄດ້ ຮັບການຊ່ວຍເຫຼືອຈາກ ອົງການ Unicef ຜ່ານແຜນງານປົກປ້ອງເດັກ ໂຄງການ ການດູແລ ແລະ ຊ່ວຍເຫຼືອ ເດັກພິການ ທີ່ ບ້ານໂພນໄຊ ເມືອງຄູນ ແຂວງຊຽງຂວາງ ໂຄງການດັ່ງກ່າວ ເປັນໂຄງການສຳຄັນໃນການປົກປ້ອງສິດທິຂອງເດັກນ້ອຍ ແລະ ເປັນໂຄງການທົດລອງ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ Australian NGO Cooperation Program ໂຄງການດນີ້ເເມ່ນຈະສຸມໃສ່ການສະໜັບສະໜູນ ພິເສດຕໍ່ເດັກນ້ອຍທີ່ມີຄວາມພິການ ແລະ ຄອບຄົວຂອງພວກເຂົາ.

ຈາກນັ້ນ ຄະນະຜູ້ແທນໄດ້ ໄປສັງເກດ ການເດີນສຳຫຼວດ ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ທີ່ບ້ານ ນາໄຊ ເມືອງ ຄູນ ເພື່ອສັງເກດຂະບວນການເກັບກຳຂໍ້ມູນຂໍ້ມູນ ສຳລັບ LSIS III ຜົນຈາກການສໍາຫຼວດລະດັບປະເທດນີ້ ຈະຊ່ວຍໃຫ້ ລັດ ຖະບານ ສປປ ລາວ ແລະອົງການ Unicef ອອກແບບນະໂຍບາຍທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອປັບປຸງຊີວິດຂອງເດັກນ້ອຍ ແລະ ແມ່ຍິງລາວ ພ້ອມຍັງຈະປະກອບສ່ວນເຂົ້າໃນການປະເມີນຄວາມຄືບໜ້າຂອງເປົ້າໝາຍພັດທະນາຊັບພະຍາກອນມະ ນຸດ ພາຍໃຕ້ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເເລະ ເປົ້າໝາຍການພັດທະນາ ແບບຍືນຍົງ.

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ໄດ້ກ່າວວ່າ: “ການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ Unicef ມາເປັນເວລາ 50 ປີ ໄດ້ນໍາມາເຊິ່ງຄວາມປ່ຽນເເປງທີ່ດີິໃນຊີວິດການເປັນຢູ່ ຂອງເດັກນ້ອຍ ແລະ ເເມ່ຍິງລາວ ໂດຍ ສະເພາະໃນທຸກຂົງເຂດ ຄື: ສຸຂະພາບ ການປົກປ້ອງເດັກ ນໍ້າສະອາດ ແລະ ສຸຂາພິ ບານ ຄວາມສໍາເລັດເຫຼົ່ານີ້ ແມ່ນມີຜົນມາຈາກຄວາມພະຍາຍາມ ແລະ ຄວາມຕັ້ງໃຈຂອງພວກເຮົາທຸກຄົນ ພວກເຮົາຫວັງ ວ່າຈະສາມາດສືບຕໍ່ເຮັດວຽກກັບ ອົງການຢູນີເຊັບ ເພື່ອສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທຸກຄົນ ແລະ ບັນລຸວິໄສ ທັດຂອງພວກເຮົາສໍາລັບປະເທດລາວທີ່ຈະເລີນຮຸ່ງເຮືອງ” ທີ່ບ້ານອົ້ມ ເມືອງຄູນ ຄະນະຜູ້ແທນໄດ້ລົງສັງເກດລະບົບນ້ຳ ແລະ ສຸຂະອະນາໄມ ທີ່ມີຄວາມສຳຄັນໃນການສະໜອງນ້ຳສະອາດ ແລະ ປັບປຸງສຸຂະພາບຂອງບັນດາຊຸມຊົນໃນບ້ານ ຜົນສຳ ເລັດຂອງໂຄງການນ້ຳ ແລະ ສຸຂະອະນາໄມ ໃນບ້ານດັ່ງກ່າວ ເປັນຕົວຢ່າງຂອງຄວາມມຸ່ງໝັ້ນຂອງ ອົງການ Unicef ແລະ ລັດຖະບານ ສປປ ລາວ ໃນຂົງເຂດວຽກງານນ້ຳ ແລະ ສຸຂາພິບານ ໃນບັນດາຊຸມຊົນທົ່ວປະເທດ.

ທ່ານ Mark Hereward ໄດ້ກ່າວວ່າ: “ໃນໄລຍະ 50 ປີຜ່ານມາ ພວກເຮົາໄດ້ຮ່ວມກັນບັນລຸຜົນສຳເລັດຫຼາຍຢ່າງໃນການປັບ ປຸງຊີວິດຂອງເດັກນ້ອຍລາວ ເເລະ ຜົນສຳເລັດເຫຼົ່ານີ້ເປັນຫຼັກຖານຢັ້ງຢືນເຖິງຄວາມມຸ່ງໝັ້ນອັນບໍ່ຢຸດຢັ້ງຂອງລັດຖະບານ ສປປ ລາວ ແລະ ອົງການ ຢູນີເຊັບ ເພື່ອສ້າງອະນາຄົດທີ່ດີຂຶ້ນໃຫ້ແກ່ເດັກນ້ອຍທຸກຄົນ.”

ການມາຢ້ຽມຢາມ ແຂວງຊຽງຂວາງ ໃນຄັ້ງນີ້ ໄດ້ເຫນັ້ນໃຫ້ເຫັນເຖິງສາຍພົວພັນທີ່ເຂັ້ມແຂງລະຫວ່າງ ອົງການ Unicef ແລະ ກະຊວງແຜນການ ແລະການລົງທືນ ກໍຄື ລັດຖະບານ ສປປ ລາວ ທີ່ເລັ່ງໃສ່ຄວາມຫມຸ້ງໝັ້ນໃນການສືບຕໍ່ການຮ່ວມມື ເພື່ອຜົນປະໂຫຍດຂອງເດັກນ້ອຍ ແລະ ແມ່ຍິງໃນທົ່ວ ສປປ ລາວ ໃນຂະນະທີ່ ອົງການ Unicef ສະເຫຼີມສະຫຼອງ ຄົບຮອບ 50 ປີ ໃນ ສປປ ລາວ ອົງການ Unicef ຢືນຢັນເຖີງຄຳໝັ້ນສັນຍາ ທີິ່ຈະສືບຕໍ່ສະໜັບສະໜູນ ລັດຖະບານ ສປປ ລາວ ໃນການ ບັນລຸເປົ້າໝາຍພັດທະນາຕ່າງໆຂອງ ສປປ ລາວ ແລະ ສ້າງອະນາຄົດທີ່ສົດໃສໃຫ້ເເກ່ ເດັກນ້ອຍລາວທຸກຄົນ.

ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ກໍ່ໄດ້ກ່າວເຖິງ ກັບສາຍພົວພັນລະຫວ່າງ ອົງການ Unicef ແລະ ລັດຖະບານ ສປປ ລາວ: “ຕະຫຼອດ 50 ປີຜ່ານມາ ອົງການພວກເຮົາຮູ້ສຶກເປັນກຽດທີ່ໄດ້ມີໂອກາດເຮັດວຽກກັບລັດຖະບານ ສປປ ລາວ ເພື່ອສ້າງ ອະນາຄົດທີ່ດີກວ່າເກົ່າໃຫ້ແກ່ເດັກນ້ອຍ ເເລະ ເເມ່ຍິງລາວ ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງ ຕໍ່ຜົນສຳເລັດທີ່ພວກ ເຮົາໄດ້ຮ່ວມກັນສ້າງ ແລະຢຶດໝັ້ນໃນຄຳສັນຍາທີ່ຈະສືບຕໍ່ ສະໜັບສະໜູນລັດຖະບານ ສປປ ລາວ ໃນການບັນລຸເປົ້າໝາຍ ການພັດທະນາຂອງຕົນ ໃນໄລຍະເດືອນຂ້າງໜ້ານີ້ ພວກເຮົາຈະໄດ້ຮ່ວມກັນສະເຫຼີມສະຫຼອງວາລະໂອກາດອັນສຳຄັນນີ້ ເພາະການຮ່ວມມືລະຫວ່າງ ອົງການຢູນີເຊັບ ແລະ ລັດຖະບານ ສປປ ລາວ ແມ່ນຈະມີຄວາມສຳຄັນຍິ່ງກວ່າທີ່ເຄີຍມີມາ ກ່ອນ ສຳລັບເດັກນ້ອຍທຸກຄົນໃນລາວ ເພື່ອໃຫ້ພວກເຂົາບັນລຸທ່າແຮງຂອງຕົນໄດ້ຢ່າງເຕັມທີ່”

error: Content is protected !!