ລາວ-ກໍາປູເຈຍ ເພີ່ມ​ທະ​ວີ​ວຽກ​ງານການ​ຮ່ວມ​ມື​ລະ​ຫວາງ​ຊາຍ

ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ- ລາວ ໄດ້ຈັດຂຶ້ນໃນ ວັນທີ 21 ເມສາ 2023 ທີ່ແຂວງສີຫານຸວີນ ຣາຊະອານາຈັກກໍາປູເຈຍ ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ປະທານຄະນະກໍາມະການຊາຍ ແດນຮ່ວມ ລາວ-ກໍາປູ ເຈຍ ແລະ ກໍາປູເຈຍ-ລາວ ຄະນະຜູ້ແທນຝ່າຍກໍາປູເຈຍ ນໍາໂດຍ ທ່ານ ວາ ກິມຮົງ ລັດຖະມົນຕີອາວຸໂສປະຈໍາສໍານັກງານນາ ຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຮັບຜິດຊອບຊີ້ນໍາວຽກງານຊາຍແດນ ປະທານຄະນະກໍາມະການຊາຍແດນ ຮ່ວມ ກໍາປູເຈຍ-ລາວ ແລະ ລາວ-ກໍາປູເຈຍ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງສອງຝ່າຍ.

ກອງປະຊຸມໄດ້ປຶກສາຫາລື ແລະ ຕີລາຄາຕໍ່ການຮ່ວມມືວຽກງານຊາຍແດນຂອງສອງປະເທດ ຢ່າງກົງໄປກົງມາ ບົນພື້ນຖານ ການພົວພັນ ແລະ ຮ່ວມມື ກໍຄື ມູນເຊື້ອອັນດີຖານບ້ານໃກ້ເຮືອນຄຽງ ໂດຍສອງຝ່າຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ແກ້ ໄຂ ບັນຫາຊາຍແດນຮ່ວມກັນ ກໍຄືການຈັດຕັ້ງປະຕິບັດຄຳຕົກລົງຂອງລັດຖະບານສອງປະເທດທີ່ໄດ້ເຊັນສົນທິ ສັນຍາວ່າ ດ້ວຍຊາຍແດນປະເທດ ໃນວັນທີ 13 ກຸມພາ 2023 ທີ່ຜ່ານມາໃຫ້ສຳເລັດເປັນຮູບປະທຳ ສອງຝ່າຍຈະໄດ້ຮ່ວມກັນບູລະ ນະຫຼັກໝາຍຊາຍແດນ ແລະ ປັກຫຼັກໝາຍຊາຍແດນເພີ່ມໃສ່ຈຸດທີ່ສອງຝ່າຍໄດ້ເອກະພາບກັນ ເພື່ອປ່ຽນແທນຫຼັກໝາຍທີ່ ມີຢູ່ໃຫ້ມີຄວາມທົນທານແໜ້ນໜາຖາວອນ ເຊິ່ງຈະໄດ້ປັກຫຼັກໝາຍເພີ່ມເຕີມຕື່ມອີກ ຈໍານວນ 387 ຫຼັກໝາຍ ຢູ່ບໍລິເວນ ຊາຍແດນທີ່ເຫັນວ່າມີຄວາມຈໍາເປັນ ເຊັ່ນ: ຈຸດເສັ້ນຊາຍແດນປ່ຽນທິດ ຄົດລ້ຽວ ແລະ ມີປະຊາຊົນດໍາລົງຊີວິດຢູ່ຫຼາຍ ເຊິ່ງ ຄະນະວິຊາການທັງສອງຝ່າຍຈະໄດ້ລົງພື້ນທີ່ຕົວຈິງຮ່ວມກັນໃນຕົ້ນເດືອນພຶດສະພາ 2023 ນີ້ ແລະ ຄາດຄະເນຈະ ໃຫ້ສຳ ເລັດພາຍໃນກໍານົດເວລາສອງປີ.

ພ້ອມດຽວກັນນີ້ ສອງຝ່າຍຍັງໄດ້ປຶກສາຫາລືກັນຢ່າງສ້າງສັນ ແລະ ກົງໄປກົງມາຕໍ່ກັບບໍລິເວນຊາຍແດນທີ່ຍັງບໍ່ທັນເປັນເອກະ ພາບໃນສ່ວນທີ່ສອງຝ່າຍໄດ້ຮ່ວມກັນສຳຫຼວດຈຳນວນ 86% ຂອງຄວາມຍາວເສັ້ນຊາຍແດນທັງໝົດ ໂດຍມອບໝາຍໃຫ້ ຄະນະວິຊາການສອງຝ່າຍສືບຕໍ່ຮ່ວມກັນລົງສໍາຫຼວດ ແລະ ປຶກສາຫາລືກັນບົນພື້ນຖານຫຼັກການທີ່ທັງສອງຝ່າຍໄດ້ຕົກລົງ ຮ່ວມກັນ ໂດຍສອດຄ່ອງທາງດ້ານຫຼັກການ ເຕັກນິກ ແລະ ພື້ນທີ່ຕົວຈິງ ແລ້ວນໍາສະເໜີວິທີແກ້ໄຂຕໍ່ ປະທານຄະນະກໍາ ມະການຊາຍແດນສອງຝ່າຍ ເພື່ອພິຈາລະນາແກ້ໄຂເຮັດໃຫ້ບໍລິເວນຊາຍແດນທີ່ຍັງບໍ່ທັນເປັນເອກະພາບ ແລະ ບໍລິເວນ ຊາຍແດນຄົງຄ້າງໄດ້ຮັບການແກ້ໄຂເປັນກ້າວໆ ໃນໂອກາດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ຕ້ອນຮັບທ່ານ ກວດ ຈ່ອມເຣີນ ເຈົ້າແຂວງສີຫານຸວີນ ພ້ອມດ້ວຍ ຄະນະເຂົ້າຢ້ຽມຂໍ່ານັບ ແລະ ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຢູ່ແຂວງດັ່ງກ່າວ ແລະ ຍັງໄດ້ ນໍາພາຄະນະຜູ້ແທນລາວຢ້ຽມຢາມທ່າເຮືອ ແຂວງສີຫານຸ ວີນ (Sihanouk Autonomous Port) ອີກດ້ວຍ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປພາຍໃຕ້ບັນຍາກາດ ແຫ່ງ ໄມຕີຈິດມິດຕະພາບ ດ້ວຍຄວາມເຂົ້າອົກເຂົ້າໃຈກັນແລະກັນ ແລະ ໄດ້ຮັບຜົນສຳເລັດອັນຈົບງາມ ເຊິ່ງ ຜົນຂອງກອງປະຊຸມຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ້ມພູນຄູນ ສ້າງສາຍພົວພັນຮ່ວມມື ເຊິ່ງຕອບສະໜອງຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງການນໍາສອງພັກ ສອງລັດ ກໍຄື ຂອງ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ທີ່ປາດຖະໜາສ້າງຊາຍແດນຂອງສອງປະເທດ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ການຮ່ວມມືຢ່າງໝັ້ນຄົງ ແລະ ຍາວນານ.

error: Content is protected !!