ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຄຳນັບການນຳຂັ້ນສູງພັກ-ລັດ ສສ ຫວຽດນາມ

ຄະນະຜູ້ແທນຂັ້ນສູງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ທອງສະຫວັນ ພົມວິ ຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ຫວໍ ວັນເຖື້ອງ ປະທານປະເທດແຫ່ງ ສສ ຫວຽດນາມ ໃນວັນທີ 20 ເມສາ 2023 ຢູ່ສໍານັກງານປະທານປະເທດ ຫວຽດນາມ ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງໄປຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມງານພົບປະມິດຕະພາບຄັ້ງທິີ X ລະ ຫວ່າງສອງຄະນະພົວພັນຕ່າງປະເທດສູນກາງພັກລາວ-ຫວຽດນາມ ແລະ ແຂວງເທືອທຽນເຫວ ສສ ຫວຽດນາມ.

ໃນໂອກາດນີ້ ທ່ານ ປະທານປະເທດ ສສ ຫວຽດນາມ ໄດ້ສະແດງຄວາມປິຕິຍິນດີໃນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດ ຫວຽດນາມ ເຊິ່ງເປັນຄັ້ງທໍາອິດພາຍຫຼັງໄດ້ຮັບໜ້າທີ່ໃໝ່ ໃນບັນຍາກາດທີ່ສອງພັກ ກໍາລັງ ຜັນຂະຫຍາຍ ມິຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມູນິດຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດຫວຽດນາມໄດ້ຕີລາຄາສູງຕໍ່ຜົນສຳເລັດໃນໂອກາດຢ້ຽມຢາມລາວຢ່າງເປັນທາງ ການໃນຕົ້ນເດືອນເມສານີ້ ແລະ ຝາກຄວາມຂອບໃຈຕໍ່ການຕ້ອນຮັບຂອງການນໍາລາວຢ່າງອົບອຸ່ນ ຖານມິດສະຫາຍ ຢ່າງ ສົມກຽດ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ ສປປ ລາວ ຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດ ສືບຕໍ່ຍາດໄດ້ບັນດາຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ

ສະຫາຍ ປະທານປະເທດ ຍັງໄດ້ມີຄໍາເຫັນເປັນທິດນໍາໃຫ້ແກ່ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ ແລະ ຫວຽດນາມ ສືບຕໍ່ເພີ່ມທະວີການປະສານສົມທົບ ແລະ ຮ່ວມມືເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ ສອງພັກ ສອງລັດຖະບານ ໄດ້ຕົກລົງກັນໃຫ້ໄດ້ຮັບຜົນສໍາເລັດ ພ້ອມທັງຢືນຢັນວ່າ ສສ ຫວຽດນາມ ຈະສືບຕໍ່ຮ່ວມກັບ ສປປ ລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວໃຫ້ເກີດດອກອອກຜົນ ແລະ ຍືນຍົງ.    

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ນໍາພາຄະນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ  ແລະ ສະແດງຄວາມຂອບອົກຂອບໃຈ ມາຍັງ ສະຫາຍ ຫວໍວັນເຖື້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແກ່ຄະນະສະແດງຄວາມຊົມເຊີຍຕໍ່ສະຫາຍ ຫວໍວັນເຖື້ອງ ທີ່ໄດ້ຮັບການແຕ່ງຕັ້ງເປັນປະທານປະເທດແຫ່ງ ສສ ຫວຽດນາມ ແລະ ໄດ້ລາຍງານວ່າ: ຝ່າຍລາວ ຕີລາຄາສູງຕໍ່ຜົນສໍາເລັດໃນການຢ້ຽມຢາມລາວຂອງສະຫາຍ ໃນຕົ້ນເດືອນເມສາຜ່ານມາ ເຊິ່ງເປັນປະເທດອໍາອິດ ພາຍຫຼັງຮັບຕໍາແໜ່ງເປັນປະທານປະເທດ ຂໍນຳເອົາຄໍາຢື້ຢາມຖາມຂ່າວຈາກ ສະຫາຍ ທອງລຸນ ສີສຸ ລິດ ເລຂາ ທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ມາຍັງ ສະຫາຍ ຫວໍວັນເຖື້ອງ ປະທານປະເທດແຫ່ງ ສສ ຫວຽດ ນາມ  ພ້ອມນັ້ນຍັງໄດ້ລາຍງານໂດຍສັງເຂບຂອງຈຸດປະສົງການມາຢ້ຽມຢາມ ຫວຽດນາມ ຄັ້ງນີ້ ເຊິ່ງເປັນການສືບຕໍ່ປະຕິບັດ ກົນໄກການຮ່ວມມື-ແລກປ່ຽນການຢ້ຽມຢາມ ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ແລະ ທັງເປັນກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຜ່ານມາ ສະຫາຍ ໄດ້ຢືນຢັນວ່າ ພັກ ລັດ ແລະ ປະຊາຊົນລາວ ພ້ອມກັບ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂື້ນ.

ຕອນແລງຂອງວັນດຽວກັນຄະນະຜູ້ແທນດັ່ງກ່າວ ຍັງໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ນາງ ເຈືອງຖິມາຍ ກຳມະການກົມການ ເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຕື່ມອີກ.

error: Content is protected !!