ຊົນຊັ້ນກຳມະກອນ ເປັນກຳລັງແຮງທີ່ສຳຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມໃນຫຼາຍສະຕະວັດຜ່ານມາ ແຕ່ການອອກແຮງງານຂອງເຂົາເຈົ້າຖືກກົດຂີ່ຂົ່ມເຫງຈາກໜາຍທຶນ ເຮັດໃຫ້ເກີດມີຂະບວນການຕໍ່ສູ້ເພື່ອຍາດເອົາຄວາມຍຸຕິທຳມາໃຫ້ຊົນຊັ້ນຊາວຜູ້ອອກແຮງງານ ຈົນເຖິງວັນທີ 1 ເດືອນພຶດສະພາຶປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ເປີດຂຶ້ນຢູ່ນະຄອນຫຼວງປາຣີ (ປະເທດຝຣັ່ງ) ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ມາຈາກ 22 ປະເທດເອີຣົບ ອາເມຣິລິກາ ແລະ ອາກຊັງຕິນ ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາ ກົນ” ນັບແຕ່ນັ້ນມາ “ວັນທີ 1 ເດືອນ ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວ ໂລກ”.

ທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານ ສູນກາງສະຫະພັນກໍາມະບານລາວ ໄດ້ຖະແຫຼງຂ່າວກ່ຽວກັບມູນເຊື້ອປະ ຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ເນື່ອງໃນໂອກາດທີ່ວັນກໍາມະກອນສາກົນ ຈະໝູນວຽນມາຄົບຮອບ 137 ປີ 1 ພຶດສະພາ (1886-1 ພຶດສະພາ 2023) ວ່າ: ຄືດັ່ງພວກເຮົາຮັບຮູ້ນໍາກັນແລ້ວວ່າ ຊົນຊັ້ນກຳມະກອນສາກົນແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມຣິກາໄດ້ສຳເລັດການ ໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ ພາຍໃຕ້ການປົກຄອງຂອງພວກນາຍທຶນ ຊົນຊັ້ນກຳມະ ກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ ນາຍທຶນນັບມື້ເພີ່ມທະວີການກົດຂີ່ຂູດຮີດ ບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ ອອກແຮງງານໜັກແຕ່ຄ່າແຮງງານພັດຕໍ່າ ບໍ່ມີການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກ ບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງຂຶ້ນເລື້ອຍໆ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ ເປັນຂະບວນເພື່ອລຸກຮືຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ ຂະບວນການຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1764.

ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດອາເມຣິກາຢູ່ຕົວເມືອງຊິກາໂກ ໄດ້ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນ ໄດ້ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມຣິລິກາເຊັ່ນ: ນິວຢອກ ບານຕີມໍ ວໍຊິງຕັນ ແລະ ອື່ນໆ ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ.
ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກຳມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມຣິກາເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ ເປັນວັນທີ່ມີຄວາມໝາຍອັນສໍາຄັນໃຫຍ່ຫຼວງຂອງຊົນຊັ້ນກຳມະກອນໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.

ມາໃນວັນທີ 1 ເດືອນພຶດສະພາຶປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ເປີດຂຶ້ນຢູ່ນະຄອນຫຼວງປາຣີ (ປະເທດຝຣັ່ງ) ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ມາຈາກ 22 ປະເທດເອີຣົບ ອາເມຣິລິກາ ແລະ ອາກຊັງຕິນ ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ” ນັບແຕ່ນັ້ນມາ “ວັນທີ 1 ເດືອນ ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”.
ສຳລັບປະເທດລາວເຮົາ ພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຢຶດຄອງ ແຕ່ປີ 1893 ຫາ 1954 ພວກເຂົາໄດ້ເກັບເກນເອົາຊາວໄຮ່ ນາໄປຂຸດຄົ້ນເອົາແຮ່ກົ່ວຢູ່ບໍ່ໂພນຕິ້ວ ບໍ່ແໜ່ງຢູ່ແຂວງຄຳມ່ວນ ໄປເປັນກູລີເຮັດທາງ ຈາກນັ້ນ ຍັງມີກໍາມະກອນ ທີ່ພວກ ລ່າເມືອງຂຶ້ນຝຣັ່ງໄດ້ນໍາໃຊ້ແຮງງານນັບມື້ນັບຫຼາຍຂຶ້ນ ແລະ ໄດ້ກາຍເປັນກໍາມະກອນອາຊີບ ຕໍ່ມາພວກເຂົາໄດ້ສ້າງໂຮງ ເລື່ອຍໄມ້ ໂຮງສີເຂົ້າ ໂຮງງານໄຟຟ້າ ຈຳນວນໜຶ່ງ ແລະ ກໍາມະກອນລາວກໍໄດ້ເພີ່ມຂຶ້ນເລື້ອຍໆ ພາຍໃຕ້ການປົກຄອງ ຂອງພວກລ່າເມືອງຂຶ້ນຝຣັ່ງ ກໍາມະກອນລາວຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ທາງດ້ານເສດຖະກິດ ວັດທະນະທໍາ-ສັງຄົມ ພວກເຂົາບັງຄັບໃຫ້ກໍາມະກອນ ອອກແຮງງານ 14-16 ຊົ່ວໂມງ ອອກແຮງງານຫຼາຍ ໄດ້ຄ່າຕອບແທນໜ້ອຍ ຖືກຕັດເງິນ ເດືອນ ຖືກໄລ່ອອກຈາກວຽກໂດຍບໍ່ມີເຫດຜົນຂາດສິດເສລີພາບທາງດ້ານການເມືອງ ແລະ ກົດໝາຍ ບໍ່ໄດ້ຮັບການເບິ່ງແຍງ ທາງດ້ານສະຫວັດດີການຕ່າງໆຈາກສະພາບການທີ່ກ່າວມານັ້ນ ຊົນຊັ້ນກໍາມະກອນ ກໍຄື ຜູ້ອອກແຮງງານລາວບັນດາເຜົາກໍ ໄດ້ລຸກຂຶ້ນ ຕໍ່ສູ້ຢ່າງອົງອາດກ້າຫານໂດຍເລີ່ມຈາກການຕໍ່ສູ້ທີ່ມີລັກສະນະເກີດເອງໄດ້ກາຍເປັນຂະບວນການອັນກວ້າງຂວາງ ນໍາພາໂດຍບັນພະບູລຸດຜູ້ຮັກຊາດ ແຕ່ເໜືອເຖິງໃຕ້, ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງດຸເດືອດ ແຕ່ຂະບວນການຕໍ່ສູ້ໄລຍະນັ້ນ ບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນໍາພາ. ປີ 1930 ພັກກອມມູນິດອິນດູຈິນໄດ້ຮັບການສ້າງຕັ້ງຂຶ້ນໂດຍແມ່ນ ປະທານ ໂຮ່ຈິມິນ ພັກໄດ້ວາງແນວທາງອັນຖືກຕ້ອງເພື່ອນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານພວກລ່າເມືອງຂຶ້ນ ພາຍຫຼັງມີພັກນຳພາຂະ ບວນການຕໍ່ສູ້ຂອງປະຊາຊົນ ຊົນຊັ້ນກໍາມະກອນ ຜູ້ອອກແຮງງານ 3 ຊາດອິນດູຈີນໄດ້ມີຄຸນນະພາບໃໝ່ສາມາດຍາດໄດ້ໄຊ ຊະນະເປັນກ້າວໆມາ ພັກຖືເອົາແນວໂຮມແຫ່ງຊາດເປັນການເຕົ້າໂຮມຄວາມສາມັກຄີອັນກວ້າງຂວາງ ຖືເອົາພັນທະພາບ ກໍາມະກອນ ຊາວນາ ແລະ ນັກຮຽນຮູ້ປັນຍາຊົນເປັນກໍາລັງແຮງພື້ນຖານຂອງພັກ ເພື່ອໂຄ່ນລົ້ມສັດຕູຂອງຊາດ ຕໍ່ສູ້ຕ້ານການ ເສຍຊ່ວຍ ນັດຢຸດງານເພື່ອທວງໃຫ້ຂຶ້ນເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກເປັນຕົ້ນແມ່ນ ຂະບວນການຕໍ່ສູ້ຂອງກຳ ມະກອນຕໍ່າແຜ່ນກາຟາ 500 ກ່ວາຄົນ ອັນພົ້ນເດັ່ນແມ່ນຂະບວນລຸກຂຶ້ນຕໍ່ສູ້ຢຶດອຳນາດການປົກຄອງໃນທົ່ວປະເທດ ໄດ້ມີ ຂະບວນຂອງກໍາມະກອນໄຟຟ້າລາວໄດ້ເປີດສາກນໍາໜ້າພາທາງໃຫ້ຂະບວນການກໍາມະກອນຢູ່ແຫ່ງອື່ນໆ.
ໂດຍສືບທອດມູນເຊື້ອອັນດີເລີດຂອງຊົນຊັ້ນກໍາມະກອນສາກົນ ຊົນຊັ້ນກໍາມະກອນລາວ ກໍແມ່ນພາກສ່ວນໜຶ່ງຂອງຊົນຊັ້ນ ກໍາມະກອນສາກົນ ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນ ປະຕິວັດລາວ, ຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງ ງານລາວ ໄດ້ຮໍ່າຮຽນເອົາຄຸນລັກສະນະອັນດີເລີດຂອງຊົນຊັ້ນກໍາມະກອນ ສາກົນຊຶ່ງສະແດງອອກໃນຫຼາຍດ້ານເປັນຕົ້ນ ເປັນ ຊົນຊັ້ນທີ່ດີເລີດ ແລະ ກ້າວໜ້າກວ່າໝູ່ ມີນໍ້າໃຈຮັກຊາດ ແລະ ນໍ້າໃຈສາກົນ ກໍາມະຊີບອັນຜ່ອງໃສ ມີມານະຈິດປະຕິວັດ ອັນ ສູງສົ່ງ ດຸໝັ່ນ ປະຢັດ ມີຄວາມສາມັກຄີເອື້ອເຟື້ອເຜື່ອແຜ່ ມີຄວາມຕື່ນຕົວ ເດັດດ່ຽວ ກ້າຫານ ບໍ່ຍອມຈຳນົນ ມີສະຕິຕໍ່ລະ ບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ ຮັກອາຊີບ ມີຫົວຄິດປະດິິສ້າງພັດທະນາຕົນເອງທາງດ້ານເຕັກນິກວິທະຍາ ສາດທີ່ທັນສະໄໝ.

ເນື່ອງໃນໂອກາດວັນກຳມະກອນສາກົນ ທີ 1 ພຶດສະພາ ທີ່ໄດ້ໝູນວຽນມາບັນຈົບຄົບຮອບໃນແຕ່ລະປີສູນກາງສະຫະພັນກໍາມະບານລາວກໍຄືສະຫະພັນກໍາມະບານແຕ່ລະຂັ້ນຈະໄດ້ຈັດຕັ້ງການສະເຫຼີມສະຫຼອງເພື່ອລະນຶກເຖິງມູນເຊື້ອ ປະຫວັດ ຄວາມເປັນມາ ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຄວາມສາມັກຄີຂອງຊາວກຳມະກອນ ພາກພື້ນ ແລະ ສາກົນ ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງກໍາມະກອນ ຊາວຜູ້ອອກແຮງງານ.
ພາບ-ຂ່າວ ໜັງສືພິມປະຊາຊົນ