ລົງ​ນາມ​ບົດ​ບັນ​ທຶກ​​ຄວາມ​ເຂົ້າ​ໃຈ (MOU) ໂຄງການໄຟຟ້າແສງຕາເວັນ ກຳລັງຕິດຕັ້ງ 1.000 MW

        ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການພະລັງງານແສງຕາເວັນ ມີກຳລັງຕິດຕັ້ງ 1.000 MW ກັບ ບໍລິສັດໄຊຊະນະພະລັງງານ  ໂຄງ​ການ​ດັ່ງ​ກ່າວ​ຕັ້ງຢູ່ເຂດບ້ານນາຢອງ ບ້ານປາກປູນ ເມືອງລະມາມ ແຂວງ​ເຊກອງ ກວມເອົາເນື້ອທີ່ກວ່າ 1.000 ເຮັກຕາ ເຊິ່ງຈະໃຊ້ລົງປະມານທັງໝົດ 1.200 ລ້ານໂດລາສະຫະລັດ ຫຼື ປະມານ 20.652 ຕື້ກີບ.

     ທ່ານ ໄຊພອນ ວິຊາເທບ ຕ່າງໜ້າໃຫ້ ບໍລິສັດໄຊຊະນະພະລັງງານ ໄດ້ກ່າວເຖິງຄວາມພາກພູມໃຈ ແລະ ຂໍຂອບໃຈມາຍັງການນໍາພັກລັດທຸກຂັ້ນ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງທັງໝົດ ໄດ້ລາຍງານເຖິງໂຄງການວ່າ: ໂຄງການໄຟຟ້າແສງຕາເວັນ ທີ່ຈະພັດທະນາຂຶ້ນມາໃໝ່ນີ້ ມີກໍາລັງຕິດຕັ້ງ 1.000 MW ມີເນື້ອທີ່ດິນທີ່ໄດ້ຮັບການອະນຸຍາດໃຫ້ສຶກສາສໍາຫຼວດ ປະມານ 1.152 ເຮັກຕາ ຄາດວ່າຈະມີການລົງທຶນທັງໝົດ ປະມານ 1.200 ລ້ານໂດລາ ໂດຍຈະພັດທະນາເປັນແຫຼ່ງພະລັງງານໄຟຟ້າຂະໜາດໃຫຍ່ ເພື່ອສົ່ງອອກໄປຍັງປະເທດໃກ້ຄຽງ ເຊັ່ນ: ສສ ຫວຽດນາມ ກໍາປູເຈຍ ແລະ ປະເທດໄທ ແລະ ຍັງຈະສຶກສາທ່າແຮງໃນການສົ່ງອອກໄປຍັງປະເທດສິງກະໂປ ເພາະວ່າເມື່ອບໍ່ດົນມານີ້ ສປປ ລາວ ຂອງພວກເຮົາ ກໍໄດ້ມີການເຊັນ MOU ກັບປະເທດສິງກະໂປ ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ສອງປະເທດ ເຊິ່ງເຫັນວ່າ ບັນດາປະເທດ ທີ່ພວກຂ້າພະເຈົ້າ ມີເປົ້າໝາຍສົ່ງອອກພະລັງງານໄປນັ້ນ ລ້ວນແລ້ວແຕ່ເປັນປະເທດມີຄວາມຕ້ອງການພະລັງງານໄຟຟ້າສູງ ເພື່ອພັດທະນາດ້ານອຸດສາຫະກໍາພາຍໃນປະເທດ ທີ່ຈັງຫວະການຂະຫຍາຍຕົວໄວ.

      ທ່ານ ໄຊພອນ ວິຊາເທບ ກ່າວຕື່ມວ່າ: ຖ້າຫາກໂຄງການນີ້ ໄດ້ຮັບການພັດທະນາໃນອະນາຄົດ ຈະສ້າງໂອກາດ ແລະ ເງື່ອນໄຂອັນດີ ໃຫ້ແກ່ ລັດຖະບານ ແລະ ທ້ອງຖິ່ນ ໃນຫຼາຍໆ ເນື່ອງໃນໂອກາດປີໃໝ່ລາວ ພສ 2566 ທີ່ຈະມາເຖິງນີ້ ທ່ານຍັງອວຍພອນປີໃໝ່ແກ່ບັນດາແຂກຜູ້ມີກຽດທັງຫຼາຍທີ່ເຂົ້າຮ່ວມພິທີໃນຄັ້ງນີ້.

     ການລົງນາມບົດບັນທຶກດັ່ງກ່າວຈັດຂຶ້ນໃນວັນທີ 11 ເມສາ 2023 ທີ່ກະຊວງແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ  ຕາງໜ້າໃຫ້ລັດຖະບານໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າໃຫ້ບໍລິສັດໄຊຊະນະພະລັງງານ ໂດຍ ທ່ານ ໄຊພອນ ວິຊາເທບ ເຂົ້າຮ່ວມເປັນສັກຂີພິຍານມີ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ນອກນັ້ນ ຍັງມີຫົວໜ້າຫ້ອງການ ບັນດາຫົວໜ້າກົມ ແລະ ບັນດາຫົວໜ້າພະແນກການຈາກແຂວງເຊກອງ ເຂົ້າຮ່ວມຢ່າງພ້ອມພຽງ.

error: Content is protected !!