ສະຖານທູດລາວທີ່ບາງກອກຈັດພິທີ ສະເຫຼີມສະຫຼອງປີໃໝ່ລາວ ພສ 2566

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ. 2565 ແລະ ຕ້ອນຮັບປີໃໝ່ ພສ 2566 ທີ່ຈະມາເຖິງນີ້ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ໄດ້ຈັດພິທີບາສີສູ່ຂວັນ ແລະ ສະເຫຼີມສະຫຼອງເນື່ອງໃນໂອກາດດັ່ງກ່າວຂຶ້ນວັນທີ 10 ເມສາ 2023 ໂດຍໄດ້ຮັບກຽດເປັນຢ່າງສູງຈາກ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຣາຊະສຸດາ ສະ ຫຍາມບໍຣົມຣາຊະກຸມ ມາຣີ ເປັນປະທານກິດຕິມະສັກ ມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ ລວມທັງບັນດາພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍລາວ ແລະ ໄທ ເຂົ້າຮ່ວມຢ່າງຟົດຟື້ນຕາມປະເພນີທີ່ເຄີຍປະຕິບັດຜ່ານມາ.

ໃນໂອກາດອັນມີຄວາມໝາຍ ແລະ ສໍາຄັນດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວວ່າ: ບຸນປີໃໝ່ລາວ ຫຼື ບຸນກຸດສົງ ການແມ່ນບຸນສໍາຄັນທີ່ປະຊາຊົນສອງຊາດລາວ ແລະ ໄທ ໄດ້ສືບທອດປະຕິບັດມາແຕ່ບູຮານນະການ ເຊິ່ງປີ ພສ 2566 ກົງ ກັບປີເຖາະ ຫຼື ປີກະຕ່າຍ ທີ່ມີຄວາມໝາຍເຖິງຄວາມຈະເລີນຮຸ່ງເຮືອງ ຄວາມສະຫງົບສຸກ ແລະ ຄວາມສຸກໂຊກດີ ແລະ ການຈັດພິທີສະເຫຼີມ ສະຫຼອງ ຢູ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ລາຊະອານາຈັກໄທໃນຄັ້ງນີ້ ແມ່ນ ຈັດຂຶ້ນພາຍຫຼັງທີ່ບໍ່ໄດ້ຈັດມາເປັນເວລາ 3 ປີ ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຖືວ່າການຈັດງານ ໃນຄັ້ງນີ້ເປັນໂອກາດອັນດີໃນການພົບປະສັງສັນ ແລະ ອວຍພອນເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ແລະ ພະນັກ ງານ-ລັດຂອງລາວ-ໄທ ທີ່ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີຮີດຄອງປະເພນີ ແລະ ວັດທະນະທໍາທີ່ຄ້າຍຄືກັນໄດ້ພົບປະສັງ ສັນ ແລະ ອວຍພອນ ເຊິ່ງກັນ ແລະ ກັນ ພ້ອມນັ້ນ ສິ່ງທີ່ເປັນພິເສດຢ່າງຍິ່ງແມ່ນການສະແດງເຖິງຄວາມປິຍິນດີຕໍ່ພະຫາກະ ລຸນາທິຄຸນຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາຣີ ຕໍ່ ສປປ ລາວ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຕາງໜ້າໃຫ້ແກ່ບັນດາແຂກທີ່ມີກຽດເຂົ້າຮ່ວມງານໃນຄັ້ງນີ້ຖວາຍພະພອນ ເນື່ອງໃນວັນຄ້າຍວັນພະຣາຊະສົມພົບ ຄົບຮອບ 68 ພັນສາ ຂອງສົມເດັດ ພະກະນິດ ຖາທິຣາດເຈົ້າ ກົມສົມເດັດພະເທບຣັດ ຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ທີ່ຫາກໍ່ຜ່ານພົ້ນໄປເມື່ອບໍ່ດົນມານີ້ (2 ເມສາ 1955) ຈົ່ງມີພະກະເສມສຳລານ ມີ ພະລານາໄມສົມບູນ ແລະ ເປັນຮົ່ມໂພຮົ່ມໄຊໃກ້ແກ່ການເພີ່ມທະວີສາຍພົວພັນມິດຕະພາບຂອງສອງປະເທດ ລາວ ແລະ ໄທ ຖານບ້ານໃກ້ເຮືອນຄຽງທີ່ດີໃຫ້ໄດ້ຮັບການພັດທະນາ ແລະ ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ ເພື່ອຄວາມຈະເລີນຮຸ່ງເຮືອງ ຄວາມສະຫງົບສຸກ ໃນຊຸມປີຂ້າງໜ້າ.

ໂອກາດດຽວກັນນີ້ ທ່ານ ເອກອັກຄະລັດຖະທູດ ຄໍາພັນ ອັ່ນລາວັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນຂອງ ສປປ ລາວ ແລະ ຣາຊະອານາຈັກໄທທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນໃນການ ຈັດງານສະເຫຼີມສະຫຼອງບຸນປີໃໝ່ໃນຄັ້ງນີ້ ທ່າມກາງ ບັນຍາກາດທີ່ສອງຊາດ ໄດ້ຍົກລະດັບສາຍພົວພັນມິດຕະພາບຂອງປະ ເທດຂຶ້ນເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງດ້ວຍບັນຍາກາດອັນອົບອຸ່ນ ເບີກບານມ່ວນຊື່ນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

error: Content is protected !!