ກີລີ້ ລາວ ແນະນໍາລົດໃໝ່ 7 ບ່ອນນັ່ງ ພະລັງງານທາງເລືອກ Mild hybrid ທີ່ປະຢັດນ້ຳມັນ

    ບໍລິສັດ ມະນີຍົມ ກຣຸບ ຕົວແທນຈຳໜ່າຍເປັນທາງການລົດ ກີລີ້ ລາວ ແນະນຳລົດຮຸ່ນໃໝ່ 7 ບ່ອນນັ່ງ ແບບ Mild Hybrid “Geely Okavango” ເຊິ່ງເປັນລົດ MPV ມາພ້ອມກັບມໍເຕີໄຟຟ້າ 48V EMS ທີ່ຊ່ວຍເພີ່ມກໍາ ແຮງຂອງເຄື່ອງຈັກ ແລະ ຊ່ວຍໃນການປະຢັດ ເພື່ອຕອບສະໜອງກຸ່ມລູກ ຄ້າແບບຄອບຄົວ ລົດນຳທ່ຽວ ຫຼື ນຳໃຊ້ໃນຫ້ອງການ ເມື່ອບໍ່ດົນມານີ້ ຢູ່ນະ ຄອນຫຼວງວຽງຈັນ.

   ຮູບລັກພາຍນອກໂດຍລວມຂອງ Geely Okavango ມີຄວາມໂດດເດັ່ນ ສວຍງາມ ກະຈັງໜ້າທີ່ມີເອກະ ລັກພິເສດ ພ້ອມດ້ວຍໂລໂກ້ ກີລີ້ ແລັກ ຫຼັງຄາລົດ ສາມາດແຕ່ງເຕີ່ມໄວ້ໃສ່ເຄື່ອງໄດ້ ແວ່ນຂາຍມີຄວາມພິເສດ ເຊັ່ນ: ປັບພັບດ້ວຍລະບົບໄຟຟ້າ ຄວາມຮ້ອນໃນການລະລາຍໝອກ ແລະ ມີກ້ອງ 360 ອົງສາ ລໍ້ແມັກຂະໜາດ 18 ນິ້ວ ມາພ້ອມກັບຢາງ Continental UC ຄຸນະພາບສູງ ປະຕູຫຼັງກົດປິດ-ເປີດດ້ວຍລະບົບໄຟຟ້າ ເຄື່ອງຈັກ 1.5L Turbocharged ມີຄວາມແຮງສູງເຖິງ 190 ແຮງມ້າ ແລະ ແຮງບິດສູງເຖິງ 300 ນິວຕັນ ແມັດ ເຊິ່ງພັດທະນາໂດຍພະແນກ R&D ລະດັບໂລກ ແລະ ນຳໃຊ້ທົ່ວໂລກ ທີມງານ Volvo ທີ່ເປັນລົດຫຼູຈາກຊູແອັດ ອັດຕາສິ້ນເປຶອງ ສະເລ່ຍ 15 ກິໂລແມັດຕໍ່ລິດ ເຊິ່ງຖືວ່າປະຢັດສຸດໆທຽບໃສ່ ຮຸ່ນດຽວກັນ ລະ ບົບເກຍ 7 ຄາດແບບຄູ່ ມາດຕະຖານ Volvo 100% ສາ ມາດປ່ຽນເກຍໄດ້ ໄວ ແມ່ນຍ້ຳ ແລະ ປະຢັດນ້ຳມັນ 20% ລະບົບຄາດມາດຕະ ຖານກີລີ້ ໃຊ້ງານ ໄດ້ເຖິງ 350.000 ກິໂລແມັດ ລະບົບມໍເຕີໄຟຟ້າ 48V EMS ເຊິ່ງຊ່ວຍປະຢັດ ນໍ້າມັນ ເພີ່ມຄວາມແຮງຂອງເຄື່ອງຈັກ ເພີ່ມຄວາມໄວ ຄວາມງຽບ ແລະ ຄວາມສະມູດຂອງເຄື່ອງຈັກ ມີໂໝດການຂັບຂີ່ 3 ຮູບ ແບບ ຄື: Eco Comfort ແລະ Sport modes ໜ້າຈໍສຳຜັດຂະໜາດ 10,25 ນິ້ວ ມີລະບົບ EPB ກະຈ່າຍແຮງເບກໃຫ້ ທັງ 4 ລໍ້ເທົ່າໆກັນ ແລະ Autohold ຊ່ວຍຍ້ຳເບກ ໃນກໍ ລະນີຈອດ ບໍ່ຈຳເປັນຕ້ອງຢຽບເບກຄ້າງໄວ້ ເວລາອອກ ໂຕກໍພຽງແຕ່ ຢຽບຄັນເລັ່ງ.

     ເບາະທັງໝົດ 3 ຕອນ ແບບ VIP ກວ້າງຂວາງ ເປັນເບາະແບບແຍກອິດສະ ລະທັງ 7 ເບາະ ລະບົບແອເປັນແບບປັບແຍກ 3 ໂຊນ ພື້ນທີ່ເກັບເຄື່ອງດ້ານ ຫຼັງ 257 ລິດ ຖ້າພັບຕອນທີ 3 ມີພື້ນທີ່ 1.200 ລິດ ແລະ ຖ້າພັບຕອນ 2 ແລະ ຕອນ 3 ມີພື້ນທີ່ 2.050 ລິດ ເຊິ່ງເບາະສາມາດປັບພັບໄດ້ຫຼາຍຮູບ ແບບຕາມກິດຈຳກຳຂອງລູກຄ້າ ກ້ອງມຸມມອງ 360 ອົງສາ ເຫັນທົ່ວໂຕ ລົດພ້ອມເຊັນເຊີໜ້າຫຼັງ ມາພ້ອມກັບລະບົບຄວາມປອດໄພຫຼ້າສຸດ BOSCH 9.3 ເບຣກ ABS EBD ລະບົບກະຈາຍແຮງເບຣກ CBC ຄວບຄຸມ ເບກເວລາເຂົ້າໂຄ້ງ HHC ລະບົບຊ່ວຍເພີ່ມຄວາມໄວເວລາຂຶ້ນພູ VDC ລະ ບົບຊ່ວຍຄວາມສະຖຽນຂອງໂຕລົດ TCS ລະບົບປ້ອງກັນລໍ້ຟຣີ RMI ລະບົບ ປ້ອງກັນລົດປີ້ນຫຼັງຈາກເຂົ້າໂຄ້ງ HBA ລະບົບຊ່ວຍເບຣກໄຮໂດຣລິກ HDC ລະບົບຊ່ວຍຫຼຸດຄວາມໄວເວລາລົງພູ ລະບົບເບຣກໄດນາມິກຊ່ວຍປັບເບຣກ ໃນກໍລະນີເບຣກສຸກເສີນ ແລະ ລະບົບປັບສົມດູນຜ້າເບຣກອັດຕະໂນມັດ ມີ ຖົງລົມນິລະໄພ 6 ຈຸດ ຈຸດດ້ານຂ້າງຈະຢາວຮອບໂຕລົດ ກອງອາກາດມາດ ຕະຖານ CN95 ກັນຝຸ່ນ PM 2.5 ເຊິ່ງບັນດາທ່ານທີ່ສົນໃຈສາມາດເຂົ້າມາ ເບິ່ງລົດຕົວຈິງແລະ ທົດລອງຂັບໄດ້ທີ່ສູນກີລີ້ ລາວ ບ້ານສີດຳດວນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໂທ 020 79998000.

error: Content is protected !!