ໂຮງຮຽນລ້ຽງເດັກ-ອະນຸບານ ປະຖົມວົງຄຳສີ ຈັດພິທີສະເຫຼີມສະຫຼອງປີໃໝ່ລາວ ພສ 2566 ໃນວັນທີ 11 ເມສາ 2023 ທີ່ໂຮງຮຽນດັ່ງກ່າວ ມີ ທ່ານ ນາງ ຄຳສີສຸ ວັດດີ ຜູ້ອຳນວຍການໂຮງຮຽນລ້ຽງເດັກ-ອະນຸບານ ປະຖົມວົງຄຳສີ ທ່ານນາງ ຫຸມມາລາ ວົງຄຳສີ ຮອງຜູ້ອຳນວຍການໂຮງຮຽນປະຖົມວົງຄຳສີ ພ້ອມດ້ວຍຄູ-ອາຈານ ນັກຮຽນ ແລະ ຜູ້ປົກຄອງເຂົ້າຮ່ວມ.



ທ່ານນາງ ຫຸມມາລາ ວົງຄຳສີ ກ່າວວ່າ: ການຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວໃນຄັ້ງນີ້ປະກອບມີຫຼາຍກິດຈະກຳເປັນຕົ້ນ ໄດ້ຈັດໃຫ້ນ້ອງນັກຮຽນສົມມາຄາລະວະຜູ້ອຳນວຍການ ວິຊາການ ຄູອາຈານໝົດທຸກຄົນ ແລະ ອ່ານກອນອວຍພອນປີໃໝ່ລາວ ພ້ອມນັ້ນ ກໍໄດ້ຈັດໃຫ້ນ້ອງນັກຮຽນຍ່າງເດີນແບບ ແລະ ສະແດງສິລະປະຕ່າງໆ ເຊິ່ງການຈັດກິດຈະກຳໃນຄັ້ງນີ້ແນ່ໃສ່ສືບສານປະເພນີບຸນປີໃໝ່ລາວ ທັງເປັນການສົ່ງເສີມນ້ອງນັກຮຽນໄດ້ຮຽນຮູ້ຜ່ານກິດຈະກຳຕ່າງໆໂດຍສະເພາະແມ່ນວັດທະນະທຳລາວໃນການຫຼີ້ນບຸນປີໃໝ່ລາວລວມທັງການນຸ່ງຖືຕ່າງໆ ນອກຈາກນັ້ນຍັງເປັນການສ້າງຄວາມກ້າຫານໃນການກ້າສະແດງອອກໂດຍຜ່ານກິດຈະກຳປະກອບກັບການຮຽນ-ການສອນໃນຫ້ອງຮຽນຕື່ມອີກ.








ໂຮງຮຽນລ້ຽງເດັກ-ອະນຸບານ ປະຖົມວົງຄຳສີ ສ້າງຕັ້ງມາໄດ້ 20 ກວ່າປີ ເຊິ່ງໂຮງຮຽນແຫ່ງນີ້ໄດ້ວາງເປົ້າໝາຍພັດທະນາເດັກ ສິດສອນເດັກໃຫ້ເດັກ ອ່ານອອກ ຂຽນເປັນ ແລະ ສາມາດຄິດໄລ່ໄດ້ ເຊິ່ງເປັນພື້ນຖານຫຼັກຂອງລະບົບສາມັນໂດຍພັດທະນາເດັກນ້ອຍໄດ້ຮຽນຮູ້ຜ່ານກິດຈະກຳ ປະສົບການຕົວຈິງຜ່ານການຫຼີ້ນຕ່າງໆເລີ່ມແຕ່ອະນຸບານຈົນເຖິງຊັ້ນປະຖົມ ປັດຈຸບັນໂຮງຮຽນຂອງພວກເຮົາມີ 3 ຂັ້ນຄື ຂັ້ນລ້ຽງເດັກ ອະນຸບານ ແລະ ປະຖົມ ມີຄູ-ອາຈານ 34 ຄົນ ມີນັກຮຽນຊັ້ນປະຖົມ 218 ຄົນ ອະນຸບານ 150 ຄົນ ໄລຍະຜ່ານມາໄດ້ມີຜົນງານພົ້ນເດັ່ນເຊິ່ງນັກຮຽນສາມາດເສັງໄດ້ນັກຮຽນເກ່ງໃນຫຼາຍລະດັບ ແລະ ໄດ້ຮັບເປັນໂຮງຮຽນປອດຢາເສບຕິດ ໂຮງຮຽນຂຽວສິ່ງແວດລ້ອມດີ ແລະ ໃນຕໍ່ໜ້າແມ່ນຈະສ້າງໃຫ້ໂຮງຮຽນກາຍເປັນໂຮງຮຽນຕົວແບບຄຸນນະພາບ ນອກຈາກນັ້ນ ການສອບເສັງເລື່ອນຂັ້ນ ເລື່ອນຊັ້ນແມ່ນບັນລຸຕາມເປົ້າໝາຍໃນທຸກໆສົກຮຽນ ສຳລັບສົກຮຽນນີ້ຄາດວ່າໃຫ້ບັນລຸໄດ້ຫຼາຍກວ່າ 90%.



