ລົດໄຟ ຈີນ-ລາວ ຈະເປີດຂະບວນລົດໄຟໂດຍສານສາກົນ ວັນທີ 13 ເມສາ ເປັນຕົ້ນໄປ

    ລົດໄຟ ຈີນ-ລາວ ຈະເປີດຂະບວນລົດໄຟໂດຍສານສາກົນ ລະຫວ່າງສະຖານີຄຸນໝິງໃຕ້ ສປ ຈີນ ແລະ ສະຖານີນະຄອນຫຼວງວຽງຈັນ ສປປ ລາວ ນັບແຕ່ວັນທີ 13 ເມສາ 2023 ເປັນຕົ້ນໄປ ໂດຍລະຫວ່າງສອງສະຖານີດັ່ງກ່າວ ຜູ້ ໂດຍສານສາມາດຂີ່ລົດໄຟຈາກສະຖານີຕົ້ນທາງ ໄປຫາສະຖານີປາຍທາງໃນວັນດຽວກໍເຖິງແລ້ວ ເວລາ 8 ໂມງຂອງວັນທີ 11 ເມສາ 2023 ຕາມເວລາຂອງນະຄອນຫຼວງວຽງຈັນ ພາກສ່ວນທາງລົດ ໄຟຂອງສອງປະເທດ ຈະເລີ່ມຂາຍປີ້ລົດໄຟໂດຍສານສາກົນໃນເວລາດຽວກັນ.

    ອີງຕາມຂໍ້ມູນຈາກກຸ່ມບໍລິສັດ ທາງລົດໄຟແຫ່ງຊາດຈີນ ແຈ້ງໃຫ້ຊາບເມື່ອບໍ່ດົນມານີ້ ວ່າ: ຂະບວນລົດໄຟໂດຍສານສາກົນ ຕາມທາງລົດໄຟ ຈີນ-ລາວ ໄດ້ອອກເດີນທາງໃນຕອນເຊົ້າ ແລະ ເຖິງຈຸດໝາຍປາຍທາງໃນຕອນແລງ ເປີດມື້ລະ 1 ຂະບວນ ຈາກນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ ໃນນີ້ຈະຈອດ 8 ສະຖານີ ຄື: ສະຖານີຄຸນໝິງໃຕ້ ສະຖານີຜູເອີ ສະຖານີສິບສອງພັນນາ ສະຖານີບໍ່ຫານ ສະຖານີບໍ່ເຕ່ນ ສະຖານີຫຼວງພະບາງ ສະຖານີວັງວຽງ ແລະ ສະຖານີນະຄອນຫຼວງວຽງຈັນ ໃຊ້ເວລາເດີນທາງ 10 ຊົ່ວ ໂມງ 30 ນາທີ ລວມທັງເວລາແຈ້ງຜ່ານດ່ານຢູ່ດ່ານຊາຍແດນບໍ່ຫານ-ບໍ່ເຕ່ນ ໃນນີ້ຂະບວນລົດໄຟ D887 ຈາກສະຖານີຄຸນໝິງໃຕ້-ສະຖານີນະຄອນຫຼວງວຽງຈັນວຽງຈັນ ເດີນທາງອອກຈາກສະຖານີຄຸນໝິງໃຕ້ ເວລາ 7 ໂມງ 8 ນາທີ ຕາມເວລານະຄອນຫຼວງວຽງຈັນ ແລະ ເດີນທາງເຖິງນະຄອນຫຼວງວຽງຈັນ ເວລາ 17 ໂມງ 38 ນາທີ ຂອງວັນດຽວກັນ ສ່ວນຂະບວນລົດໄຟ D888 ຈາກສະຖານີນະຄອນຫຼວງວຽງຈັນ-ສະຖານີຄຸນໝິງໃຕ້ ຈະເດີນທາງອອກຈາກນະຄອນຫຼວງວຽງຈັນເວລາ 8 ໂມງ 8 ນາທີ ຕາມເວລານະຄອນຫຼວງວຽງຈັນ ແລະ ເດີນທາງເຖິງສະຖານີຄຸນໝິງໃຕ້ ເວລາ 18 ໂມງ 38 ນາທີ ຂອງວັນດຽວກັນ.     ຂະບວນລົດໄຟໂດຍສານສາກົນ ຕາມທາງລົດໄຟ ຈີນ-ລາວ ໄດ້ປະຕິບັດຕາມຮູບການຜ່ານດ່ານ “ກວດ ກາສອງເທື່ອຢູ່ສອງດ່ານ” ຄື: ຖ້າຂີ່ລົດໄຟໂດຍສານສາກົນຈາກສະຖານີຄຸນໝິງໃຕ້-ສະຖານີນະຄອນຫຼວງວຽງຈັນ ຂັ້ນຕອນຜ່ານດ່ານລະອຽດແມ່ນພາຍຫຼັງຂະບວນລົດໄຟເດີນທາງເຖິງສະຖານີບໍ່ຫານ ສປ ຈີນ ຜູ້ໂດຍ ສານຂ້າມຊາຍແດນ ຕ້ອງຖືເຄື່ອງຂອງຕົນລົງລົດ ເຂົ້າສູ່ເຂດກວດຄົນເຂົ້າ-ອອກເມືອງ ພາຍຫຼັງປະສານສົມທົບກັບພະນັກງານຢູ່ດ່ານຊາຍແດນຝ່າຍຈີນສຳເລັດການກວດຄົນອອກເມືອງແລ້ວ ໃຫ້ຂຶ້ນລົດເດີນທາງຕໍ່ໄດ້ ພາຍ ຫຼັງຂະບວນລົດໄຟເດີນທາງໄປເຖິງສະຖານີບໍ່ເຕ່ນ ສປປ ລາວ ຜູ້ໂດຍສານຕ້ອງຖືເຄື່ອງຂອງຕົນລົງລົດ ເຂົ້າສູ່ເຂດກວດຄົນເຂົ້າ-ອອກເມືອງ ປະສານສົມທົບກັບພະນັກງານຢູ່ດ່ານຊາຍແດນຝ່າຍລາວສຳເລັດການກວດຄົນເຂົ້າເມືອງແລ້ວ ຜູ້ໂດຍສານທີ່ມີປາຍທາງຢູ່ສະຖານີບໍ່ເຕ່ນ ສາມາດເດີນທາງອອກຈາກສະຖານີລົດໄຟໄດ້ເລີຍ ສ່ວນຜູ້ໂດຍສານທີ່ເດີນທາງໄປສະຖານີອື່ນໆຂອງ ສປປ ລາວ ສາມາດຂຶ້ນລົດເດີນທາງຕໍ່ໄດ້ ຂະນະທີ່ຂັ້ນຕອນການແຈ້ງຜ່ານດ່ານຂອງຜູ້ໂດຍສານເດີນທາງຕາມຂະບວນລົດໄຟໂດຍສານສາກົນຈາກສະຖານີນະຄອນ ຫຼວງວຽງຈັນ-ສະຖານີຄຸນໝິງໃຕ້ ກໍເຊັ່ນດຽວກັນ ເວລາກວດກາຜູ້ໂດຍສານເຂົ້າ-ອອກເມືອງເທື່ອໜຶ່ງຕ້ອງໃຊ້ເວ ລາປະມານ 1 ຊົ່ວໂມງເຄິ່ງ ເວລາແຈ້ງຜ່ານດ່ານເຂົ້າ-ອອກເມືອງລວມທັງໝົດ ຕ້ອງໃຊ້ເວລາປະມານ 3 ຊົ່ວ ໂມງ.

error: Content is protected !!