ຊາວໜຸ່ມຜູ້ດ້ອຍໂອກາດໄດ້ຮັບການເຝິກອົບຮົມວິຊາຊີບຊ່າງ

    ສູນເຝິກວິຊາຊີບຊາວໜຸ່ມ ດອນບອສໂກ ເມືອງໄຊທານີ ນະຄອນຫຼວງວຽຈັນ ຈັດພິທີສະຫຼຸບເຝິກອົບ ຮົມວິຊາຊີບໃຫ້ແກ່ຊາວໜຸ່ມ ທີດ້ອຍໂອກາດ 155 ຄົນ ຈັດຂຶ້ນ ວັນທີ 7 ເມສາ 2023 ທີ່ສູນດັ່ງກ່າວ ໂດຍມີທ່ານ ວົງສັກດາ ພົມມີໄຊ ຫົວໜ້າກົມຈັດຕັ້ງ-ພະນັກງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານຮອງຫົວໜ້າກົມ ຮອງຫົວໜ້າສະຖາບັນພັດທະນາ ສີມືແຮງງານ ກະຊວງ ແຮງງານ ສະຫວັດດີການ ສັງຄົມ ທ່ານ ແປຕຣິກ ມັດໂຊນີ ອະທິການສູນເຝິກອົບຮົມວິຊາຊີບຊາວໝຸ່ມ ດອນບອສໂກ ຕາງໜ້າມູນ ນິທິ ຄະນະຊາເລຊຽນດອນບອສໂກ ແຫ່ງປະເທດໄທ ພະນັກງານຄູ-ອາຈານ ຜູ້ປົກຄອງຍາດມິດຂອງ ຊາວໜຸ່ມຜູ້ຮ່ວມເຝິກອົບຮົມ ເຂົ້າຮ່ວມ.

    ການດໍາເນີນການຮຽນ-ການສອນ ແບ່ງອອກເປັນ 3 ໄລຍະເຝິກອົບຮົມ ຫຼັກສູດ 4 ເດືອນ ຊ່າງສ້ອມ ແປງລົດຈັກ ແລະ ຊ່າງເຊື່ອມຈອດ ໄລຍະເຝິກພື້ນຖານຊ່າງ 6 ວັນ ໄລຍະເຝິກວິຊາສະເພາະ 3 ເດືອນ  ໄລຍະເຝິກນອກສະຖານທີ 20 ວັນ ພາກທິດສະດີ 6 ວິຊາຮຽນ ຈະເນັ້ນເຝິກໃນພາກຕົວຈິ່ງ 90% ແລະ ພາກທິດສະດີ 10%.

    ຫຼັກສູດ 1 ປີ ຊ່າງລົດໃຫຍ່ ແລະ ຊ່າງໄຟຟ້າກຳລັງ ເຝິກພື້ນຖານຊ່າງ 15 ວັນ ເຝິກໃນວິຊາສະເພາະ 8,5 ເດືອນ ເຝິກນອກສະຖານທີ 2 ເດືອນ ພາກທິດສະດີ ເທີ່ມ1 ລວມ 8 ວິຊາ ເທີ່ມ2 ມີ 6 ວິຊາ ລວມ 14 ວິຊາ ໃນໄລຍະລົງເຝິກຕົວຈິງ 2 ສາຂາອາຊີບຈະເນັ້ນເຝິກໃນພາກຕົວຈິ່ງ 80% ແລະ ພາກທິດສະດີ 20%.

    ຜົນສຳເລັດຂອງການເຝິກອົບຮົມຄັ້ງນີ້ ນັກສຳມະນາກອນ 2 ສາຂາ ຫຼັກສູດ 1 ປີ ຊ່າງລົດໃຫຍ່ ແລະ ຊ່າງໄຟ້າ ຊ່າງລົດໃຫຍ່ ມີ 24 ຄົນ ຈົບ 20 ຄົນ ຊ່າງໄຟ້າ ມີ 10 ຄົນ ຈົບ 9 ຄົນ ( ລວມທັງສອງ ສາຂາ ມີ 34 ຄົນ ຈົບຕົວຈິງ 29 ຄົນ) ເທົ່າກັບ 85% ຫຼັກສູດ 4 ເດືອນ ຊ່າງລົດຈັກ ແລະ ຊ່າງເຊື່ອມຈອດ ຊ່າງລົດຈັກ ມີ 11 ຄົນ ຈົບ 10 ຄົນ ຊ່າງເຊື່ອມຈອດ ມີ 4 ຈົບ 3 ຄົນ ລວມທັງສອງສາຂາ ມີ 15 ຄົນ ຈົບຕົວຈິງ 13 ຄົນ ເທົ່າກັບ 86%.

    ຫຼັງຈາກນັກເຝິກອົບຮົມຮຽນຈົບຕາມຫຼັກສູດທີ່ສູນກຳນົດໄວ້ແລ້ວ ນັກເຝິກອົບຮົມໃນສອງສາຂາອາຊີບ ຄື: ຂະແໜ່ງຊ່າງສ້ອມແປງລົດ ແລະ ຂະແໜ່ງຊ່າງໄຟຟ້າກຳລັງ ຍັງໄດ້ສອບເສັງທັກສະເພື່ອທຽບລະດັບສີມືແຮງງານລະດັບ 2 ໂດຍທາງສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ສະຫວັດດີການ ແລະ ສັງຄົມ ໄດ້ແຕ່ງຕັ້ງຄະນະຄູ-ອາຈານ ຈາກສະຖາບັນລົງມາຈັດທົດສອບສີມືດັ່ງກ່າວ ຢູ່ພາຍໃນສູນເຝິກຊາວໜຸ່ມດອນບອສໂກ ໃນຕົ້ນເດືອນເມສາ 2023 ຜົນປະກົດເຫັນວ່ານັກເຝິກອົບຮົມສາມາດທົດສອບຜ່ານໃນລະດັບ 2 ໄດ້.

error: Content is protected !!