ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ແລະ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

     ໃນຕອນບ່າຍຂອງວັນທີ 10 ເມສາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 10-11 ເມສາ 2023.

ໃນໂອກາດນີ້ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນຄັ້ງນີ້ ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ຄວາມສາມັກຄີຮັກແພງຢ່າງເລິກເຊິ່ງ ມາຍັງພັກ ລັດຖະບານ ແລະ ປະຊາຊົນລາວ. ໃນໂອກາດດັ່ງກ່າວ ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ຮັບການແຕ່ງຕັ້ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມທັງໄດ້ຕີລາຄາສູງທີ່ໄດ້ເລືອກເອົາ ສປປ ລາວ ເປັນປະເທດທໍາອິດ ໃນການເຄື່ອນໄຫວຕ່າງປະເທດຂອງຕົນ ໃນຕໍາແໜ່ງປະທານປະເທດ ອັນໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນທີ່ພັກ-ລັດ ຫວຽດນາມ ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ.

       ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບວ່າ ສອງນາຍົກລັດຖະມົນຕີ ລາວ ຫວຽດນາມ ແມ່ນໄດ້ເອົາໃຈໃສ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາການຕົກລົງຕ່າງໆທີ່ສອງຝ່າຍມີຮ່ວມກັນ ກໍຄື ຊຸກຍູ້ ບັນດາໂຄງການ ຮ່ວມມື ແລະ ລົງທຶນຕ່າງໆ ໃຫ້ບັນລຸໄດ້ຕາມຄາດໝາຍທີ່ສອງຝ່າຍໄດ້ວາງໄວ້ ໂດຍສະເພາະແມ່ນ ຜົນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ຜົນກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມື ສອງລັດຖະບານ ໃນຕົ້ນປີ ນັບແຕ່ຕົ້ນປີ 2023 ມາ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ພົບກັນແລ້ວ 2 ຄັ້ງ ເຊິ່ງຄັ້ງຫລ້າສຸດແມ່ນ ໃນອາທິດຜ່ານມາ ໃນໂອກາດກອງປະຊຸມ ສຸດຍອດຄະນະກໍາມະການແມ່ນໍ້າຂອງສາກົນ (MRC) ຄັ້ງທີ 4 ສອງນາຍົກ ແມ່ນໄດ້ກວດກາຄືນ ຕິດຕາມ ຊຸກຍູ້ບັນດາການຕົກລົງ ແລະ ໂຄງການ ສອງຝ່າຍຕ່າງໆ ເປັນຕົ້ນແມ່ນ ໂຄງການສະໜາມບິນໜອງຄ້າງ ໂຄງການທ່າເຮືອຫວຸງອາງ ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ໂຄງການບໍ່ເກືອກາລີ ຢູ່ແຂວງຄໍາມ່ວນ ໂຄງການເຊຂະໝານ 3 ໂຄງການສະພາແຫ່ງຊາດ ໂຮງໝໍມິດຕະພາບ ຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງ ໂຄງການກໍ່ສ້າງສະຖາບັນການເມືອງປ້ອງກັນຄວາມສະຫງົບ ສວນອຸທິຍານມິດຕະພາບ ລາວ-ຫວຽດນາມ ໂຄງການບູລະນະເສັ້ນທາງໂຮ່ຈີ່ມິງ ຢູ່ດິນລາວ ໂຄງການບູລະນະຮ່ອງຮອຍກອງປະຊຸມໃຫຍ່ ຄັ້ງທີ 1 ຂອງພັກປະຊາຊົນລາວ ຢູ່ ຊາຍແດນ ລາວ-ຫວຽດນາມ. ໃນນັ້ນ ເຫັນວ່າ ມີບາງໂຄງການ ແມ່ນໄດ້ສໍາເລັດຕາມທີ່ໄດ້ຕົກລົງກັນໄວ້ ບາງໂຄງການ ແມ່ນຈະໄດ້ຮ່ວມກັນສືບຕໍ່ຊຸກຍູ້.

ໃນຕອນທ້າຍ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ຈະມາເຖິງນີ້ ໃຫ້ແກ່ ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ແລະ ຄະນະ ລວມທັງຝາກຄໍາອວຍພອນປີໃໝ່ ໄປຍັງ ບັນດາສະຫາຍ ການນໍາພັກ-ລັດ ແຫ່ງ ສສ ຫວຽດນາມ.

        ໃນຂະນະດຽວກັນ ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຄັ້ງນີ້. ພ້ອມນີ້ ກໍໄດ້ສົ່ງຄໍາອວຍພອນປີໃໝ່ລາວ ໃຫ້ແກ່ ສະຫາຍ ນາຍົກລັດຖະມົນຕີ ກໍຄື ບັນດາສະຫາຍການນໍາພັກ-ລັດຂອງລາວ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຂ່າວ: ກະຊວງຕ່າງປະເທດ

error: Content is protected !!