ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນສອງຝ່າຍ

    ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ສປປ ລາວ ທ່ານ ຫວໍ ວັນ ເຖືອງ ປະທານປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເປັນທາງການ ວັນທີ 10-11 ເມສາ 2023 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໂດຍພິທີຕ້ອນຮັບເປັນທາງການຈັດຂຶ້ນຢ່າງສົມກຽດຢູ່ທໍານຽບປະທານປະເທດ ວັນທີ 10 ເມສາ 2023 ເຊິ່ງພາຍຫຼັງສໍາເລັດພິທີຕ້ອນຮັບ ກໍໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍທ່ານ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຝ່າຍຫວຽດນາມນໍາໂດຍທ່ານ ຫວໍ ວັນ ເຖືອງ.

    ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານ ຫວໍ ວັນ ເຖືອງ ທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ສສ ຫວຽດນາມ ເຊິ່ງສະແດງເຖິງຄວາມເຊື່ອໝັ້ນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ຜົນງານການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານຕະຫຼອດຜ່ານມາ ພ້ອມທັງໄດ້ຕີລາຄາສູງທີ່ທ່ານ ຫວໍ ວັນ ເຖືອງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເປັນປະເທດທໍາອິດ ໃນການເຄື່ອນໄຫວຕ່າງປະເທດຂອງຕົນໃນຕໍາແໜ່ງປະທານປະເທດ ສະແດງໃຫ້ເຫັນຄວາມສໍາຄັນທີ່ພັກ-ລັດຫວຽດນາມ ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ພ້ອມນີ້ທ່ານປະທານປະ ເທດລາວ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການສ້າງສາພັດທະນາປະເທດຊາດຫວຽດນາມໃນຊຸມປີຜ່ານມາ ເຊິ່ງເຮັດໃຫ້ຫວຽດນາມມີສະຖຽນລະພາບດ້ານການເມືອງ ເສດຖະກິດມີການຂະຫຍາຍຄຕົວໃນລະດັບສູງ ຢູ່ແຖວໜ້າຂອງໂລກ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການປັບປຸງດີຂຶ້ນ ແລະ ອິດທິພົນ ບົດບາດຂອງຫວຽດນາມ ນັບມື້ພົ້ນເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ ນອກນີ້ທ່ານເລຂາທິ ການໃຫຍ່ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດເຖິງທ່ານເລຂາທິ ການໃຫຍ່ ຫງວຽນ ຝູ ຈ໋ອງ ແລະ ບັນດາການນໍາຂັ້ນສູງຂອງຫວຽດນາມ ເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງ ອີກດ້ວຍ.

    ການພົບປະຄັ້ງນີ້ ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ ໃຫ້ກັນຊາບ ໄດ້ພ້ອມກັນຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ເຊິ່ງການຮ່ວມມືດ້ານການເມືອງສືບຕໍ່ມີຄວາມໜັກແໜ້ນ ໝັ້ນທ່ຽງ ນັບມື້ໃກ້ຊິດສະໜິດສະໜົມ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນລະດັບສູງ ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຕ່າງປະ ເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ການຮ່ວມມືດ້ານເສດຖະກິດ ການຄ້າ ການລົງ ທຶນ ເຕັກໂນໂລຊີ ວັດທະນະທໍາ ສຶກສານັບມື້ໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງປະເທດເປັນຢ່າງດີ ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ກໍຄືຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານລາວ ແລະ ຫວຽດນາມໃນເດືອນມັງກອນ 2023 ເຊິ່ງສອງຝ່າຍໄດ້ມີຄວາມພະຍາຍາມຮ່ວມກັນໃນການອໍານວຍຄວາມສະດວກໃຫ້ການລົງທຶນ ການຂົນສົ່ງ ການຄ້າສອງຝ່າຍໃນປີ 2022 ໄດ້ລື່ນເປົ້າໝາຍທີ່ວາງໄວ້ ຄືບັນລຸໄດ້ 1,7 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 10% ທຽບໃສ່ປີ 2021 ການລົງທຶນຂອງຫວຽດນາມຢູ່ລາວ ມີ 239 ໂຄງ ການ ມູນຄ່າການລົງທຶນ 5,36 ຕື້ໂດລາສະຫະລັດ ເປັນອັນດັບ 3 ຂອງຕ່າງປະເທດ ທີ່ມາລົງທຶນຢູ່ລາວ ນອກນີ້ການນຳໃຊ້ທຶນຊ່ວຍເຫຼືອລ້າໃນຂະແໜງການຕ່າງໆ ກໍໄດ້ຮັບໝາກຜົນເປັນຢ່າງດີ ການໄປ-ມາຫາສູ່ກັນ ເຮັດໃຫ້ຕົວເລກການຄ້າສອງຝ່າຍລື່ນຄາດໝາຍ ໂດຍສະເພາະໃນເດືອນກຸມພາ 2023 ບັນລຸໄດ້ 145 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 36% ທຽບໃສ່ໄລຍະດຽວກັນຂອງປີ 2022 ພິເສດປີ 2022 ສອງປະເທດໄດ້ຮ່ວມກັນສະເຫຼີມສະຫຼອງສອງວັນປະຫວັດສາດ ກໍຄືວັນສ້າງຕັ້ງສາຍພົວພັນທາງການທູດ ຄົບ ຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ຢ່າງມີຜົນສຳ ເລັດ ແລະ ມີຄວາມໝາຍ ເຊິ່ງໄດ້ເອກອ້າງໃຫ້ສາກົນໄດ້ຮັບຮູ້ຢ່າງທ່ອງແທ້ເຖິງສາຍພົວພັນອັນພິເສດຂອງສອງຊາດ ລາວ-ຫວຽດນາມ ຢ່າງແທ້ຈິງ ຜູ້ນຳທັງສອງຝ່າຍໄດ້ເປັນເອກະພາບຕີລາຄາວ່າສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ກຳລັງຢູ່ໃນໄລຍະທີ່ເບັ່ງບານ ແລະ ຢູ່ລະດັບສູງສຸດ ແລະ ຢືນຢັນວ່າຈະຮ່ວມກັນຖະນຸຖະໜອມ ປົກປັກຮັກສາ ຄືດັ່ງຮັກສາແກ່ນຕາຂອງຕົນ ແລະ ຈະສືບຕໍ່ພັດທະນາສາຍພົວພັນພິເສດດັ່ງກ່າວ ໃຫ້ນັບມື້ເຂົ້າສູ່ລວງເລິກ ມີປະສິດທິຜົນ ແລະ ໝັ້ນຄົງຍືນຍົງຕະຫຼອດໄປ.

    ສອງປະທານປະເທດ ລາວ-ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດບັນດາການຕົກລົງ ຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄືຂອງກະຊວງະແໜງການຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະຜົນກອງປະຊຸມສອງກົມການເມືອງ ແລະ ຂໍ້ຕົກລົງຂອງສອງຄະນະກໍາມະການຮ່ວມມື ພ້ອມກັນກວດກາຄືນສັນຍາຮ່ວມມືໃນຂົງ ເຂດຕ່າງໆ ເພື່ອປັບປຸງຄືນໃຫ້ແທດເໝາະກັບສະພາບການໃໝ່ ເພີ່ມທະວີການຮ່ວມມືດ້ານການເມືອງໃຫ້ ແໜ້ນແຟ້ນ ແລະ ເລິກເຊິ່ງ ເອົາໃຈໃສ່ປະສານສົມທົບຮ່ວມມືກັນຢ່າງໃກ້ຊິດໃນບັນຫາທີ່ເປັນຍຸດທະສາດຂອງສອງຊາດ ເສີມຂະຫຍາຍການໄປ-ມາຫາສູ່ ກໍຄືການພົບປະກັນເປັນປົກກະຕິຂອງການນໍາຂັ້ນສູງ ທັງສາຍພັກ ສາຍລັດ ແລະ ສາຍອົງການຈັດຕັ້ງມະຫາຊົນ ດ້ວຍຫຼາຍຮູບຫຼາຍແບບ ແລະ ມີປະສິດທິຜົນ ບົນພື້ນຖານປະຢັດ ລວມສູນ ຫຼີກລ່ຽງການທັບຊ້ອນ ສືບຕໍ່ເພີ່ມປະສິດທິຜົນຂອງບັນດາກົນໄກທີ່ມີຮ່ວມກັນແລ້ວ ເຊັ່ນ: ການພົບປະສອງກົມການເມືອງ ກອງປະຊຸມຄະນະກໍາມະການຮ່ວມມືທະວິພາຄີ ການຈັດຕັ້ງບັນດາຊຸດຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ ສືບຕໍ່ຈັດຕັ້ງຊຸດແລກປ່ຽນຫົວຂໍ້ສະເພາະໃຫ້ພະນັກງານການ ນໍາຂັ້ນສູງຂອງລາວ ຂັ້ນຮອງລັດຖະມົນຕີ ກໍຄືການເຊີນຊ່ຽວຊານຫວຽດນາມ ມາແລກປ່ຽນຫົວຂໍ້ສະເພາະໃຫ້ການນໍາລາວ ແລະ ສືບຕໍ່ປະສານສົມທົບ ເພື່ອກະກຽມຈັດກອງປະຊຸມສໍາມະນາ 2 ພັກ ລາວ-ຫວຽດ ນາມ ຄັ້ງທີ 10 ສືບຕໍ່ກົນໄກການພົບປະລະຫວ່າງການນໍາຂັ້ນສູງ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ທັງສາຍພັກ ແລະ ສາຍລັດຖະບານ ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະຖັນແຖວຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ ໂດຍຜ່ານກິດຈະກໍາຕ່າງໆຢູ່ປະເທດຂອງກັນ ແລະ ກັນ.

    ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າ ພັກ ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນ ຄຸນຕໍ່ພັກ ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ລໍ້າຄ່າ ທັນການ ແລະ ມີຜົນສັກສິດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດຂອງລາວ ໃນປັດຈຸບັນ ເຊິ່ງມີຫຼາຍໂຄງການໄດ້ສໍາເລັດ ແລະ ຖືກນໍາໃຊ້ຢ່າງມີປະສິດ ທິຜົນ ເຊັ່ນ: ໂຄງການໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ຢູ່ແຂວງຄໍາມ່ວນ ໂຄງການໂຮງຮຽນທະຫານນາຍສິບຢູ່ແຂວງໄຊສົມບູນ ໂຄງການຍົກລະດັບ ແລະ ບູລະນະຊົນລະ ປະທານນໍ້າລອງ ເມືອງສົບເບົາ ແຂວງຫົວພັນ ໂຄງການກໍ່ສ້າງສ້ອມແປງ ຍົກລະດັບເຂດອະນຸສອນປະ ທານໂຮ່ຈິມິງ ຢູ່ແຂວງຄໍາມ່ວນ ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນເມືອງບຸນເໜືອ ແຂວງຜົ້ງສາລີ ແລະ ອີກຫຼາຍໂຄງການ ນັບແຕ່ປີ 2010 ມາເຖິງປັດຈຸບັນ ມີນັກສຶກສາລາວຮຽນຈົບມາແຕ່ຫວຽດນາມຫຼາຍກວ່າ 14.600 ຄົນ ປັດຈຸບັນນັກສຶກສາລາວ ທີ່ກໍາລັງສຶກສາຢູ່ຫວຽດນາມ 14.000 ຄົນ.

    ທ່ານ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ອວຍ ພອນໄຊອັນປະເສີດເນື່ອງໃນໂອກາດບຸນປີໃໝ່ລາວໃຫ້ການນໍາພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ ພິເສດທ່ານ ຫວໍ ວັນ ເຖືອງ ໄດ້ຢືນຢັນວ່າຫວຽດນາມ ຈະສະໜັບສະໜູນຢ່າງເຕັມທີ່ໃຫ້ ສປປ ລາວ ເປັນເຈົ້າພາບອາຊຽນປີ 2024 ດ້ວຍຜົນສຳເລັດອັນຈົບງາມ ພ້ອມທັງແຈ້ງຂ່າວວ່າຫວຽດນາມ ມີຂອງຂວັນຈຳນວນໜຶ່ງໃຫ້ລາວໃນການເປັນປະທານອາຊຽນຄັ້ງນີ້ ນອກນີ້ທ່ານປະທານປະເທດຫວຽດນາມ ຍັງໄດ້ເຊີນທ່ານປະທານປະເທດລາວ ໄປຢ້ຽມຢາມຫວຽດນາມ ໃນເວລາທີ່ເໝາະສົມ ເຊິ່ງທ່ານປະທານປະເທດລາວ ກໍໄດ້ຕອບຮັບການເຊື້ອເຊີນດັ່ງກ່າວ.

    ພາຍຫຼັງສໍາເລັດການພົບປະສອງຝ່າຍ ທ່ານປະທານປະເທດ ລາວ-ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມກັນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດເຕັກໂນໂລຊີ ແລະ ນະວັດຕະກໍາລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ແລະ ບົດດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດວິທະຍາສາດ ລະຫວ່າງ ກະຊວງສຶກສາທິການ ແລະ ກີລາລາວ ແລະ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີຫວຽດນາມ.     ວັນດຽວກັນນີ້ ທ່ານ ຫວໍ ວັນ ເຖືອງ ແລະ ຄະນະ ຍັງໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນໃນສະໄໝສົງຄາມ ແລະ ໃນຕອນຄໍ່າຂອງວັນດຽວກັນທ່ານ ຫວໍ ວັນ ເຖືອງ ແລະ ຄະນະ ຍັງໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບ ເຊິ່ງຈັດໂດຍທ່ານ ທອງລຸນ ສີສຸລິດ ຢູ່ທໍານຽບປະທານປະເທດ ຕື່ມອີກ.

error: Content is protected !!