ຕົວແທນນັກຮຽນເກ່ງ ຊັ້ນ ມ7 ຂອງນະຄອນຫຼວງວຽງຈັນ ຄອງອັນດັບໜຶ່ງ ໃນການສອບເສັງ ແຂ່ງຂັນນັກຮຽນເກ່ງລະດັບຊາດ ສົກ 2022-2023

    ໃນວັນທີ 7 ເມສາ 2023 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ມີພີທີສະຫຼຸບການສອບເສັງສອບເສັງນັກຮຽນເກ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ມ4 ແລະ ມ7 ປະຈໍາສົກຮຽນ 2022-2023 ພາຍຫຼັງທີ່ໄດ້ດຳເນີນການສອນເສັງມາແຕ່ວັນທີ 4 ເມສາ ເປັນຕົ້ນມາ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ມີຫົວໜ້າຫ້ອງການ ຫົວໜ້າ-ຮອງຫົວໜ້າກົມ ຜູ້ອຳນວຍການສະຖາບັນ ສຳນັກພິມ ສູນ ຄູນຳພາແຕ່ລະແຂວງທົ່ວປະເທດ  ພ້ອມດ້ວຍພະນັກງານຄູ-ອາຈານ ຄະນະກຳມະການຍາມຫ້ອງສອງເສັງ ແລະ ຕົວແທນນັກຮຽນເກ່ງຈາກແຕ່ລະແຂວງທົ່ວປະເທດເຂົ້າຮ່ວມ.

    ການສອບເສັງແຂ່ງຂັນນັກຮຽນເກ່ງຂັ້ນ ມ4 ແລະ ມ7 ລະດັບຊາດສົກຮຽນ 2022 – 2023 ເປັນວຽກບູລິມະສິດຂອງກະຊວງສຶກສາທິການ ແລະ ກີລາຈັດຂຶ້ນເປັນປະຈຳທຸກປີ ທັງນີ້ການກະຕຸກຊຸກຍູ້ການຮຽນ-ການສອນ ໃນໂຮງຮຽນໃຫ້ດີຂຶ້ນ ເຮັດໃຫ້ນັກຮຽນມີຄວາມບຸກບືນຫ້າວຫັນໃນການຄົ້ນຄວ້າຮໍ່າຮຽນ ຄູມີການພັດທະນາການສອນ ແລະ ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະຂອງຕົນ ທັງນີ້ກໍເພື່ອສົ່ງເສີມການຮຽນ-ການສອນ ໃນໂຮງຮຽນສາຍສາມັນສຶກສາໃນທົ່ວປະເທດ ໃຫ້ມີບັນຍາກາດຟົດຟື້ນ ມີລັກສະນະແຂ່ງຂັນກັນ ເພື່ອປັບປຸງຄຸນນະພາບຂອງການສຶກສາໃຫ້ສູງຂຶ້ນ  ພ້ອມກັນນັ້ນ ກໍ່ເພື່ອເປີດໂອກາດໃຫ້ນັກສອບເສັງແຂ່ງຂັນທີ່ໄດ້ອັນດັບທີ 1 2 ແລະ ອັນດັບທີ 3 ໄດ້ຮັບການສະໜັບສະໜູນເຂົ້າຮຽນຕໍ່ລະດັບທີ່ສູງໃນວິຊາທີ່ຕົນສອບເສັງ.

    ສຳລັບການສອບເສັງນັກຮຽນເກ່ງລະດັບຊາດ ຂັ້ນ ມ4 ແລະ ມ7 ໃນສົກນີ້ ມີຕົວແທນນັກຮຽນເຂົ້າຮ່ວມ ແຂວງ 8 ຄົນ ລວມ 144 ຄົນ ຍິງ 64 ຄົນ ສອບເສັງໃນ 4 ວິຊາ ຄື : ວິຊາພາສາລາວ-ວັນນະ ຄະດີ ຄະນິດສາດ ຟີຊິກສາດ ແລະ ວິຊາເຄມີສາດ ນອກຈາກນີ້ໃນມື້ຕໍ່ມານ້ອງໆນັກຮຽນເກ່ງຍັງໄດ້ຮ່ວມກິດຈະກຳທັດສະນະສຶກສາ ສະຖານທີ່ທ່ອງທ່ຽວທາງວັດທະນະທຳ ໃນນະຄອນຫຼວງວຽງຈັນ ແລະ ຖາມ-ຕອບຄຳຖາມວິທະຍາສາດ ແລະ ຮັບຊົມການສະແດງສິລະປະ-ວັນນະຄະດີຂອງນັກຮຽນໃນມື້ປະກາດຜົນການສອບເສັງອີກດ້ວຍ.

    ສຳລັບຜົນຂອງການສອບເສັງ ຊັ້ນມ4 ອັນດັບທີ 1 ວິຊາພາສາລາວ-ວັນນະຄະດີ ໄດ້ແກ່: ນາງ ສຸກຈິນດາ ຈຸນລະພົນ ມສ ສະຖາພອນ ນະຄອນຫຼວງວຽງຈັນ ວິຊາຄະນີດສາດ ໄດ້ແກ່ທ້າວ ແກ້ວອາທິດເປົ້າຊື້ມົວ ຈາກ ມສ ຊຳໃຕ້ ແຂວງຫົວພັນ ຟີຊີກສາດ ຕົກເປັນຂອງນາງ ສະຫຼັກໃຈ ວໍລະໄຊ ມສ ວຽງຈັນ ນະຄອນຫຼວງວຽງຈັນ ແລະ ວິຊາເຄມີສາດໄດ້ແກ່: ທ້າວ ເດວິດ ຢ່າງ ມສ ໂຊກໄຊ ແຂວງວຽງຈັນ.

    ສຳລັບຊັ້ນມ7 ອັນດັບທີ 1 ທັງ 4 ວີຊາ ນັກຮຽນເກ່ງຈາກ ນະຄອນຫຼວງວຽງຈັນ ຍາດເອົາໄປຄອງ ວິຊາພາສາລາວ-ວັນນະຄະດີ ແມ່ນ ທ້າວ ວິລະພົນ ພັນທຸລະອາສາ ມສ ພອນສະຫວັນຊົນເຜົ່າ ວິຊາຄະນິດສາດ ທ້າວ ໂອບີ ລໍ່ ມສ ພອນສະຫວັນ-ຊົນເຜົ່າ ວິຊາຟີຊີກສາດ ທ້າວ ເພັງ ມົງລີ ມສ ວຽງຈັນ ແລະ ວິຊາເຄມີສາດ ນາງ ປາຢີ່ ເຮີ່ ມສ ພອນສະຫວັນ-ຊົນເຜົ່າ ຈາກນະຄອນຫຼວງວຽງຈັນ.

    ສຳລັບອັນດັບທີ 1  ການຖາມ-ຕອບຄຳຖາມວິທະຍາສາດລາງວັນທີ 1 ໄດ້ແກ່ ແຂວງ ຈຳປາສັກ ອັນດັບ2 ແຂວງ ສາລະວັນ ອັນດັບ3 ນະຄອນຫຼວງວຽງຈັນ ແລະ ລາງວັນຊົມເຊີຍ ແມ່ນແຂວງ ວຽງຈັນ.

error: Content is protected !!