ປູກຜັກປອດສານພິດເປັນສິນຄ້າ ສ້າງລາຍຮັບ 100 ລ້ານກີບຕໍ່ປີ

   ກຸ່ມກະສິກໍາອິນຊີບ້ານຊາຍຟອງເໜືອ ໄດ້ຮັບການປຸກລະດົມຂົນຂວາຍ ແລະ ຊຸກຍູ້ຊ່ວຍເຫຼືອຈາກຂັ້ນເທິງ ກໍຄືພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ປີ 2011 ເພື່ອໃຫ້ຫັນຈາກການປູກແບບໃຊ້ສານເຄມີ ມາເປັນຜະລິດຕະພັນຜັກປອດສານພິດ ແລະ ມີການສ້າງຕັ້ງກຸ່ມຂຶ້ນມາຢ່າງເປັນທາງການໃນປີ 2012 ເບື້ອງຕົ້ນມີສະມາຊິກພຽງ 9 ຄອບຄົວ ຕົກມາຮອດປັດຈຸບັນ ໄດ້ຂະຫຍາຍມາເປັນ 17 ຄອບຄົວ ມີເນື້ອທີ່ທັງໝົດ 48 ໄລ່ ແລະ ຍັງມີແຜນຈະຂະຫຍາຍໃຫ້ກວ້າງຕື່ມໄປເລື້ອຍໆ ເພື່ອຮອງຮັບຄວາມຕ້ອງການຂອງຕະຫຼາດ ພາຍໃນກຸ່ມບ້ານຊາຍຟອງເໜືອນີ້ ພວກເພີ່ນໄດ້ຕົກລົງເຫັນດີສຸມໃສ່ການຜະລິດພືດໃຫ້ໝາກເຊັ່ນ: ໝາກແຕງ ໝາກເຂືອ ໝາກນອຍ ແລະ ໝາກງົ່ວຍາວເປັນຕົ້ນ.  

   ທ່ານ ອາຈານ ປະເສີດ ທິບພະເນດ ຄະນະອໍານວຍການໂຮງຮຽນ ມສ ສີຖານໃຕ້ ທັງເປັນຜູ້ກວດກາພາຍໃນກຸ່ມກະສິກຳອິນຊີ (ICS) ບ້ານຊາຍຟອງເໜືອ ໄດ້ໃຫ້ສໍາພາດມື່ອບໍ່ດົນນີ້ວ່າ: ຂ້າພະເຈົ້າໄດ້ນໍາພາຄອບຄົວເຮັດອາຊີບການຜະລິດຜັກປອດສານພິດເປັນສິນຄ້າມາໄດ້ໄລຍະ 8 ປີ ແຮງງານຕົ້ນຕໍມີພຽງ 2ຄົນຄື: ຂ້າພະເຈົ້າ ແລະ ເມຍ ດ້ານຂ້າພະເຈົ້າເອງແມ່ນອາໄສໂມງເລີກການເຊົ້າ-ແລງ ມື້ພັກວັນເສົາ-ອາທິດ ເພື່ອທຳການຜະລິດໃນເນື້ອທີ່ດິນ 2 ໄລ່ ສ່ວນລູກສາວຖືວ່າເປັນແຮງງານສຳຮອງ ເພາະວ່າມີໜ້າທີ່ໄປຂາຍຜັກຢູ່ທີ່ຕະຫຼາດປອດສານພິດຕ່າງໆທີ່ຂັ້ນເທິງຈັດໄວ້ໃຫ້ ບໍ່ວ່າຈະເປັນຕະຫຼາດດົງນາໂຊກທີ່ເປີດທຸກມື້ວັນຈັນ ແລະ ວັນພະຫັດ ຕະຫຼາດຜັກປອດສານພິດທີ່ເດີ່ນສູນການຄ້າລາວ-ໄອເຕັກ ເປີດທຸກຕອນເຊົ້າວັນພຸດ ແລະ ວັນເສົາ ຫຼື ບັນດາຕະຫຼາດນັດກະສິກຳສະອາດຕ່າງໆ ທາງຄອບຄົວຂອງຂ້າພະເຈົ້າໄດ້ເຂົ້າຮ່ວມທຸກງານບໍ່ໄດ້ຂາດ.

   ສະເລ່ຍແລ້ວ ຄອບຄົວຂອງຂ້າພະເຈົ້າມີລາຍຮັບຈາກການຜະລິດກະສິກໍາອິນຊີ 8 ລ້ານກວ່າກີບຕໍ່ເດືອນ ຫຼື 100 ລ້ານກີບຕໍ່ປີ ປັດຈຸບັນສາມາດສ້າງເສດຖະກິດຄອບຄົວໄດ້ຄື: ມີເຮືອນໜຶ່ງຫຼັງ ມີລົດກະບະໂຕໂຢຕາຣີໂວ 1 ຄັນ ມີລົດຈັກ 2 ຄັນ ແລະ ມີເງິນແຮສະສົມເພື່ອໄວ້ໃຊ້ຈ່າຍໃນຍາມຈຳເປັນຈຳນວນໜຶ່ງ ຜ່ານໄລຍະເວລາກວ່າ 8 ປີມານີ້ ເຫັນວ່າຄອບຄົວຂອງຂ້າພະເຈົ້າສາມາດປະຕິບັດຕາມທິດທາງທີ່ວ່າ ເພີ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງຍືນຍົງ.

error: Content is protected !!