ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍເພີ່ມຂຶ້ນອີກເປັນ 6 ຄົນ

    ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກ ເປັນພະຍາດໜຶ່ງທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນແຕ່ລະປີ ສະເພາະປີ 2020 ເປັນອີກປີໜຶ່ງທີ່ພະຍາດດັ່ງກ່າວອາດຈະແຜ່ລະບາດເປັນວົງກວ້າງ ໄດ້ສະແດງອອກຈາກຕົວເລກສະສົມຂອງຄົນເຈັບພະຍາດໄຂ້ເລືອດອອກ ມາຮອດປັດຈຸບັນມີສູງເຖິງ 2.223 ກໍລະນີ ເສຍຊີວິດ 6 ຄົນ ເພື່ອປ້ອງກັນບໍ່ໃຫ້ເພີ່ມສູງຂຶ້ນນັ້ນ ທຸກພາກສ່ວນ ກໍຄືທຸກຄົນຈົ່ງພ້ອມກັນປ້ອງກັນແຕ່ຫົວທີ ໂດຍສະເພາະຄວບຄຸມແຫຼ່ງເພາະພັນຍຸງລາຍທັງພາຍໃນເຮືອນ ແລະ ນອກເຮືອນ ລວມເຖິງຊຸມຊົນ ແລະ ສະຖານທີ່ຕ່າງໆ ໂດຍສະເພາະໃນສະຖາບັນການສຶກສາ ໂຮງໝໍ ຄວນມີດັດຊະນີໜອນນໍ້າຍຸງລາຍເທົ່າກັບສູນ ເຊິ່ງຄວນເອົາໃຈໃສ່ເພີ່ມທະວີຈັດຕັ້ງປະຕິບັດໃນໄລຍະລະດູຝົນ ໂດຍສະເພາະເດືອນພຶດສະພາຫາເດືອນສິງຫາ ຕ້ອງພ້ອມກັນດຳເນີນການຄວບຄຸມແຫຼ່ງເພາະພັນໜອນຍຸງຢ່າງເຂັ້ມງວດໃນສະຖານທີ່ມີຄວາມສ່ຽງສູງ ແຕ່ຢ່າງໃດກໍຕາມ ທຸກສະຖານທີ່ຄວນດຳເນີນມາດຕະການດັ່ງກ່າວຢ່າງຕໍ່ເນື່ອງ ແລະ ຄວນມີການໂຄສະນາໃຫ້ຄວາມຮູ້ວິທີການປ້ອງກັນພະຍາດໄຂ້ຍຸງລາຍ ໄປພ້ອມກັບປຸກລະດົມໃຫ້ຄົນເຈັບທີ່ມີໄຂ້ເກີນ 2 ວັນ ຕ້ອງໄປພົບແພດໝໍເພື່ອກວດວິນິດໄສຫາສາເຫດເພື່ອໃຫ້ໄດ້ຮັບການຮັກສາທີ່ເໝາະສົມ ນຳໄປສູ່ການປ້ອງກັນຄົນເຈັບບໍ່ໃຫ້ເກີດການເສຍຊີວິດ.

    ອີງຕາມການລາຍງານຂອງກະຊວງສາທາລະນະສຸກວັນທີ 29 ມິຖຸນາ 2020 ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019 ຫາ 28 ມິຖຸນາ 2020 ທົ່ວປະເທດມີກໍລະນີສະສົມຄົນເຈັບພະຍາດໄຂ້ເລືອດອອກທັງໝົດ 2.223 ກໍລະນີ ເສຍຊີວິດ 6 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 499 ກໍລະນີ ເສຍຊີວິດ 2 ຄົນ ແຂວງວຽງຈັນ 304 ກໍລະນີ ອັດຕະປື 230 ກໍລະນີ ບໍລິຄຳໄຊ 257 ກໍລະນີ ເສຍຊີວິດ 2 ຄົນ ຄໍາມ່ວນ 178 ກໍລະນີ ເສຍຊີວິດ 1 ຄົນ ສະຫວັນນະເຂດ 175 ກໍລະນີ ສາລະວັນ 136 ກໍລະນີ ໄຊຍະບູລີ 116 ກໍລະນີ ເສຍຊີວິດ 1 ຄົນ ເຊກອງ 51 ກໍລະນີ ຫຼວງນໍ້າທາ 71 ກໍລະນີ ໄຊສົມບູນ 36 ກໍລະນີ ອຸດົມໄຊ 46 ກໍລະນີ ຫຼວງພະບາງ 55 ກໍລະນີ ບໍ່ແກ້ວ 46 ກໍລະນີ ຈຳປາສັກ 17 ກໍລະນີ ຜົ້ງສາລີ 5 ກໍລະນີ ຫົວພັນ 1 ກໍລະນີ ສ່ວນແຂວງຊຽງຂວາງແມ່ນບໍ່ພົບກໍລະນີ ເຊິ່ງອັດຕາຄວາມຮ້າຍແຮງຂອງພະຍາດດັ່ງກ່າວ ມາເຖິງປັດຈຸບັນແມ່ນຢູ່ໃນລະດັບ 0,27 ເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວແຜ່ຂະຫຍາຍເປັນວົງກວ້າງ ທຸກຄົນຈຶ່ງຄວນຫັນມາພ້ອມກັນປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກເປັນປະຈຳໃນທຸກໆອາທິດ.

13876126 – tiger mosquito (aedes albopictus) full of blood, an alien species spreading exotic diseases in europe

          # ຂ່າວ & ພາບ: ເພັດສະໝອນ

error: Content is protected !!