ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ສະເຫຼີມສະຫຼອງການຫຼອມຄຳແທ່ງທຳອິດ ເປັນຂີດໝາຍ “ຍຸກໃໝ່ແຫ່ງການຜະລິດຄຳ” ຂອງໂຄງການຄຳ-ທອງເຊໂປນ ທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ ເຊິ່ງການກັບຄືນມາຜະລິດຄຳ ຈະຢືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການຄຳ-ທອງເຊໂປນໄປອີກຢ່າງຕ່ຳ 10 ປີ ແລະ ຈະສືບຕໍ່ສ້າງວຽກເຮັດງານທຳສ້າງລາຍໄດ້ ກໍຄືປັບປຸງຊີວິດການເປັນຢູ່ຂອງຊຸມຊົນເຈົ້າພາບ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ໂດຍຄາດວ່າຈະຜະລິດແທ່ງຄຳໄດ້ປະມານ 250.000 ອອນຕໍ່ປີ ພ້ອມທັງລົງທຶນຫຼາຍຂຶ້ນ ໃສ່ວຽກງານສຳຫຼວດ ແລະ ໂຄງການຂະຫຍາຍອື່ນໆ.

ພິທີສະເຫຼີມສະຫຼອງຈັດຂຶ້ນວັນທີ 23 ມິຖຸນາ ຜ່ານມາ ມີທ່ານ ທ່ອນແກ້ວ ພຸດທະໄກຍາລາດ ຮອງເຈົ້າແຂວງສະຫວັນນະເຂດ ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ ທ່ານ ຝູເຊຍເຊີນ ຜູ້ຈັດການໃຫຍ່ LXML ທ່ານ ພໍແຮຣິສ ປະທານ LXML ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພໍແຮຣິສ ກ່າວວ່າ: ເປັນອີກຂີດໝາຍໜຶ່ງທີ່ສຳຄັນຂອງ LXML ໃນການຫັນປ່ຽນຈາກທຸລະກິດໂຄງການທີ່ສຸມໃສ່ຜະລິດທອງກ້າວສູ່ທຸລະກິດໂຄງການທີ່ສຸມໃສ່ຜະລິດຄຳ ຜົນສຳເລັດໃນການຫຼອມຄຳແທ່ງທຳອິດຂອງພວກເຮົາ ເປັນສັນຍະລັກຂອງອະນາຄົດການຜະລິດຄຳທີ່ຮຸ່ງເຮືອງຍາວໄກສຳລັບໂຄງການຄຳ-ທອງເຊໂປນຂອງ LXML ກໍຄືພະນັກງານຊຸມຊົນເຈົ້າພາບ ແລະ ຜູ້ມີສ່ວນຮ່ວມທີ່ກ່ຽວຂ້ອງຂອງບໍລິສັດ ເຖິງວ່າພວກເຮົາໄດ້ພົບພໍ້ຄວາມທ້າທາຍຫຼາຍປະການ ລວມທັງການແຜ່ລະບາດຂອງພະຍາດໂຄວິດ-19ໃນລາວ ບໍລິສັດຍັງສາມາດເລີ່ມຜະລິດຄຳໄວກວ່າແຜນເວລາທີ່ວາງໄວ້ ເຊິ່ງຕ້ອງຂອບໃຈພະນັກງານຂອງພວກເຮົາ ທີ່ເອົາໃຈໃສ່ເຮັດວຽກ ແລະ ການສະໜັບສະໜູນຂອງລັດຖະບານລາວສະເໝີມາ.

ນັບແຕ່ເລີ່ມດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງປີ 2002 ໂຄງການຄຳ-ທອງເຊໂປນໄດ້ຜະລິດແທ່ງຄຳຫຼາຍກວ່າ 1,2 ລ້ານອອນ ແລະ ຜະລິດແຜ່ນທອງຫຼາຍກວ່າ 1 ລ້ານໂຕນ ສ້າງຜົນປະໂຫຍດໂດຍກົງຫຼາຍກວ່າ 1,5 ຕື້ໂດລາສະຫະລັດໃຫ້ລາວ ໂດຍຜ່ານການຈ່າຍພາສີ-ອາກອນ ພາສີຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ ນອກນີ້ ຍັງໄດ້ສ້າງຜົນປະໂຫຍດທາງອ້ອມ ດ້ວຍການສ້າງວຽກເຮັດງານທຳ ພັດທະນາຊັບພະຍາກອນມະນຸດຜ່ານການເຝິກອົບຮົມຕ່າງໆ ການພັດທະນາຊຸມຊົນ ແລະ ລາຍໄດ້ໃຫ້ຜູ້ຮັບເໝົາທ້ອງຖິ່ນ ອັນໄດ້ສ້າງຜົນປະໂຫຍດຢ່າງມະຫາສານໃຫ້ການພັດທະນາເສດຖະກິດ-ສັງຄົມໃນປີ 2003 ກໍຄືໄລຍະທີ່ໄດ້ມີການນຳໃຊ້ກຳລັງແຮງງານສູງສຸດໂຄງການຄຳ-ທອງເຊໂປນໄດ້ສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 5.000 ຄົນ ແລະ ໄດ້ລົງທຶນຫຼາຍຮ້ອຍລ້ານໂດລາເຂົ້າໃສ່ການພັດທະນາ ແລະ ເຝິກອົບຮົມພະນັກງານຊຸມຊົນ ເມືອງວິລະບູລີມີປະຊາຊົນຫຼາຍກວ່າ 14.000 ຄົນ ໄດ້ຮັບຜົນປະໂຫຍດຈາກໂຄງການພັດທະນາຊຸມຊົນຂອງໂຄງການຄຳ-ທອງເຊໂປນລວມມູນຄ່າ 13 ລ້ານໂດລາ ແລະ ລາຍໄດ້ຂອງກຸ່ມທຸລະກິດທ້ອງຖິ່ນກໍໄດ້ທະວີຄູນຂຶ້ນເປັນ 32 ລ້ານໂດລາ. ການກັບຄືນມາຜະລິດຄຳ ຈະຮັບປະກັນໃຫ້ຜົນປະໂຫຍດເຫຼົ່ານີ້ສືບຕໍ່ເສີມຂະຫຍາຍຂຶ້ນໄປ ແລະ ທັງຈະວາງພື້ນຖານດ້ານເສດຖະກິດ-ສັງຄົມທີ່ເຂັ້ມແຂງໃນໄລຍະໂຄງການ ແລະ ພາຍຫຼັງສິ້ນສຸດອາຍຸການບໍ່ແຮ່.