3 ປະເທດປຶກສາຫາລື ການແກ້ໄຂບັນຫາມົນລະພິດໝອກຄວັນ ຂ້າມຊາຍແດນ

      ວັນທີ 7 ເມສາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື 3 ຝ່າຍ ກ່ຽວກັບ ການແກ້ໄຂບັນຫາມົນ ລະພິດໝອກຄວັນຂ້າມຜ່ານຊາຍແດນ ຜ່ານລະບົບກອງປະຊຸມທາງໄກ ກັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ແລະ ທ່ານ ພົນເອກ ອາວຸໂສ ມິ່ນ ອ໋ອງລາຍ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ.

    ໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ສະເໜີຈັດກອງປະຊຸມປຶກສາຫາລື 3 ຝ່າຍ ກ່ຽວກັບ ການແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນຄັ້ງນີ້ ພ້ອມທັງ ມີຄຳເຫັນ ກ່ຽວກັບສະພາບມົນລະພິດໝອກຄວັນ ຢູ່ໃນພາກພື້ນ ກໍຄື 3 ປະເທດ ລາວ-ໄທ-ມຽນມາ ແມ່ນນອນຢູ່ໃນຂີດອັນຕະລາຍ ແລະ ມີຜົນກະທົບສູງຕໍ່ສຸຂະພາບ ເຊິ່ງຈະຕ້ອງໄດ້ຮີບຮ້ອນປຶກສາຫາລືຄົ້ນຄວ້າແກ້ໄຂຮ່ວມກັນ ຊຶ່ງບັນຫາຕົ້ນຕໍຂອງມົນລະພິດ ໃນ 3 ປະເທດຂອງພວກເຮົາ ແມ່ນມີລັກສະນະຄ້າຍຄືກັນ ໂດຍສະເພາະແມ່ນເກີດຈາກການຈູດພື້ນທີ່ ເພື່ອກະກຽມການກະສິກໍາ ເຮັດໃຫ້ເກີດໄຟໄໝ້ປ່າໃນໄລຍະລະດູນີ້ ສະເພາະຢູ່ ສປປ ລາວ ບັນຫາໝອກຄວັນປົກຄຸມໄປ ເປັນບໍລິເວນກວ້າງ ຜົນການວັດແທກຄ່າຝຸ່ນລະອອງ (PM2.5) ມີຄ່າສູງ ແລະ ເກີນມາດຕະຖານ ຢູ່ບາງພື້ນທີ່ ເຊິ່ງລັດຖະບານ ສປປ ລາວ ກໍໄດ້ຊີ້ນໍາກະຊວງກ່ຽວຂ້ອງ ແລະ ທ້ອງຖິ່ນ ແກ້ໄຂບັນຫາດັ່ງກ່າວ ເປັນຕົ້ນ ໄດ້ອອກ ນິຕິກໍາ ມາດຕະການປ້ອງກັນ ແລະ ສະກັດກັ້ນ ບັນຫາໄຟໄໝ້ປ່າ ໄດ້ເອົາໃຈໃສ່ເຜີຍແຜ່ ໂຄສະນາໃຫ້ສັງຄົມໄດ້ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບບັນຫາ ສາເຫດ ແລະ ຜົນກະທົບຂອງມົນລະພິດທາງອາກາດ ພ້ອມທັງ ສົ່ງເສີມໃຫ້ ປະຊາຊົນມີສ່ວນຮ່ວມ ໃນການປ້ອງກັນ ແລະ ແກ້ໄຂບັນຫາດັ່ງກ່າວ ໄດ້ຕິດຕາມ ແລະ ລາຍງານ ສະພາບມົນລະ ພິດທາງອາກາດ ຢ່າງເປັນປົກກະຕິ ໃຫ້ສັງຄົມຮັບຊາບ ພ້ອມທັງ ຕິດຕາມຂໍ້ມູນຈຸດສະສົມຄວາມຮ້ອນ  ເພື່ອແຈ້ງ ໃຫ້ພາກສ່ວນກ່ຽວຂ້ອງ ກວດກາແກ້ໄຂ ໄດ້ຕິດຕາມເຝົ້າລະວັງ, ຈັດຕັ້ງລາດຕະເວນ ເພື່ອສະກັດກັ້ນ ແລະ ແກ້ໄຂ ບັນຫາໄຟໄໝ້ປ່າ ພ້ອມທັງ ໄດ້ນໍາໃຊ້ທຸກກໍາລັງເພື່ອມອດໄຟບໍ່ໃຫ້ແຜ່ລາມເປັນບໍລິເວນກວ້າງ ແຕ່ເນື່ອງຈາກສະ ພາບການປ່ຽນແປງດິນຟ້າອາກາດ ທີ່ນັບມື້ນັບຮຸນແຮງຂຶ້ນ ໂດຍສະເພາະ ອາກາດຮ້ອນ ແຫ້ງແລ້ງ ເຊິ່ງເປັນສາເຫດ ໜຶ່ງທີ່ພາໃຫ້ເກີດບັນຫາໄຟໄໝ້ລາມປ່າຢ່າງຮ້າຍແຮງ ແລະ ບໍ່ສາມາດແກ້ໄຂໄດ້ຢ່າງທັນການ ຈຶ່ງກໍໃຫ້ເກີດມົນລະພິດ ໝອກຄວັນໃນປັດຈຸບັນ.

      ໃນໂອກາດຽວກັນ ຜູ້ນຳທັງສາມປະເທດ ໄດ້ແລກປ່ຽນຄຳເຫັນກ່ຽວກັບມົນລະພິດໝອກຄວັນ ທີ່ເກີດຂຶ້ນ ພາຍໃນ 3 ປະເທດ ພ້ອມທັງສະເໜີແຜນການປ້ອງກັນ ແລະ ແກ້ໄຂໃນຕໍ່ໜ້າ ສຳລັບ ສປປ ລາວ ນາຍົກລັດ ຖະມົນຕີ ໄດ້ສະເໜີທິດທາງການຮ່ວມມືກັບ ຣາຊະອານາຈັກໄທ ແລະ ສາທາລະນະລັດ ສະຫະພາບມຽນມາ ບາງ ດ້ານ ເປັນຕົ້ນ ສືບຕໍ່ຈັດຕັ້ງປະຕິບັດສັນຍາອາຊຽນວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ແລະ ແຜນ ດໍາເນີນງານອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຮ່ວມມື ເພື່ອຄວບຄຸມມົນລະພິດໝອກຄວັນຂ້າມຜ່ານ ຊາຍແດນ ສ້າງແຜນປະຕິບັດງານຮ່ວມຂອງສາມປະເທດ ໃນການປ້ອງກັນ ແລະ ແກ້ໄຂບັນຫາມົນລະພິດໝອກ ຄວັນ ພ້ອມທັງ ສ້າງຕັ້ງໜ່ວຍປະສານງານ ເພື່ອຮ່າງ ແລະ ຈັດຕັ້ງປະຕິບັດແຜນງານດັ່ງກ່າວ ຄົ້ນຄວ້າສ້າງໂຄງການ ຮ່ວມມື ເພື່ອສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາມົນລະພິດໝອກຄວັນ ສ້າງກົນໄກການຮ່ວມ ມືດ້ານວິຊາການ ແລກປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານປ້ອງ ກັນ ແລະ ແກ້ໄຂມົນລະພິດໝອກຄວັນ ແຕ່ລະປະເທດເອົາໃຈໃສ່ສ້າງຄວາມເຂົ້າໃຈ ແລະ ການມີສ່ວນຮ່ວມຂອງ ສັງຄົມ ໃນການປ້ອງກັນ ແລະ ແກ້ໄຂບັນຫາມົນລະພິດໝອກຄວັນ.       ໃນຕອນທ້າຍ ຜູ້ນຳທັງສາມປະເທດ ເຫັນດີໃຫ້ມີເພີ່ມທະວີການຮ່ວມມືຢ່າງໃກ້ຊິດ ແລະ ເຮັດວຽກຮ່ວມ ກັນກັບປະເທດສະມາຊິກອາຊຽນ ໃນການແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຊາຍແດນ ໃຫ້ມີປະສິດທິຜົນ ແລະ ຍືນຍົງ ໂດຍສະເພາະ ການຈັດຕັ້ງປະຕິບັດສັນຍາ ແລະ ແຜນປະຕິບັດງານອາຊຽນໃນການແກ້ໄຂບັນຫາດັ່ງກ່າວ.

error: Content is protected !!