ວັນສຸຂະພາບໂລກ: ສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງອົງການອະນາໄມໂລກ ແລະ ຄວາມຄືບໜ້າ ດ້ານວຽກງານສາທາລະນະສຸກ ໃນ ສປປ ລາວ

ເນື່ອງໃນໂອກາດການສະເຫຼີມສະຫຼອງວັນສຸຂະພາບໂລກ ແລະ ຄົບຮອບ 75 ປີ ຂອງການສ້າງຕັ້ງອົງການອະນາໄມໂລກ ຄະ ນະນຳຈາກກະຊວງສາທາລະນະສຸກ ກະຊວງການເງິນ ແລະ ອົງການອະນາໄມໂລກ ພ້ອມດ້ວຍຜ​ູ້ຕາງໜ້າຈາກສະຖານທູດ ອົງການຈັດຕັ້ງສາກົນ ແລະ ຂະແໜງສາທາລະນະສຸກ ໄດ້ມາຮ່ວມສະເຫຼີມສະຫຼອງຜົນງານດ້ານສາທາະລະນະສຸກ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາ ແລະ ວຽກງານທີ່ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍ​ພິ​ທີ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທ​ີ 7 ເມ​ສາ 2023.

ພາຍໃນງານ ໄດ້ມີການກ່າວຄຳເຫັນ ແລະ ການວາງສະແດງຮູບພາບ ທີ່ສະທ້ອນເຖິງບັນດາຜົນສຳເລັດໃນຂະແໜງສາທາລະ ນະສຸກ ທີ່ ສປປ ລາວ ສູ້ຊົນຍາດມາໄດ້ໃນຫຼາຍປີຜ່ານມາ ເຊິ່ງປະກອບມີ: ໄພອັນຕະລາຍຈາກໄຂ້ມາລາເຣຍ ແມ່ນໃກ້ຖືກລົບ ລ້າງແລ້ວ ເຊິ່ງກໍລະນີຕິດເຊື້ອໃນ ສປປ ລາວ ໄດ້ຫຼຸດລົງຈາກປະມານ 460.000 ກໍລະນີ ໃນປີ 1997 ເຫຼືອພຽງ 2.305 ກໍລະນີ ໃນປີ 2022.

ຈາກປີ 2000 ຫາ 2020 ຕົວເລກການເສຍຊີວິດຂອງແມ່ຍິງໃນລະຫວ່າງການເກີດລູກ ຢູ່ ສປປ ລາວ ໄດ້ຫຼຸດລົງເຖິງ 78,7% ເຊິ່ງເປັນໜຶ່ງໃນປະເທດທີ່ມີອັດຕາການຫຼຸດລົງທີ່ໄວທີ່ສຸດໃນໂລກ ບົດລາຍງານ ໄດ້ຄາດຄະເນຕົວເລກການເສຍຊີວິດຂອງ ແມ່ ຍິງຫຼຸດລົງຈາກ 579 ຄົນ ຕໍ່ການເກີດ 100.000 ຄັ້ງ ໃນປີ 2000 ລົງມາຢູ່ທີ່ 126 ຄົນ ໃນປີ 2020.

ໃນປີ 2017 ກອງທຶນປະກັນສຸຂະພາບແຫ່ງຊາດ ໄດ້ຂະຫຍາຍໄປທົ່ວປະເທດ ໂດຍກວມເອົາທຸກແຂວງໃນ ສປປ ລາວ (ຍົກ ເວັ້ນນະຄອນຫຼວງວຽງຈັນ) ໂດຍມີເປົ້າໝາຍຮັບປະກັນໃຫ້ປະຊາຊົນຜູ້ທຸກຍາກສາມາດໄປຮັບບໍລິການສຸຂະພາບ ໂດຍປາສະ ຈາກພາລະແບກຫາບທາງດ້ານການເງິນ.

ໃນປີ 2019 ສປປ ລາວ ກາຍເປັນໜຶ່ງ ໃນ 30 ປະເທດ ທີ່ຕໍ່ຕ້ານຢາສູບໄຟຟ້າ ແລະ ຜະລິດຕະພັນນິໂຄຕີນ ອື່ນໆ ເຮັດໃຫ້ ສປປ ລາວ ເປັນປະເທດທີ່ນຳໜ້າໃນວຽກງານການປົກປ້ອງ ແລະ ຍົກສູງດ້ານສຸຂະພາບ.

ເນື່ອງໃນໂອກາດເຂົ້າຮ່ວມງານຄັ້ງນີ້ ພະນະ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ຄຳເຫັນວ່າ: “ຂ້າພະເຈົ້າຂໍຖືໂອກາດແຈ້ງຂ່າວດີວ່າ ສປປ ລາວ ເຮົາມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນວຽກງານສາທາ ລະນະສຸກ ໃນໄລຍະຫຼາຍທົດສະວັດທີ່ຜ່ານມາ ໃນນັ້ນ ຄາດຄະເນອາຍຸຍືນສະເລ່ຍຂອງປະຊາກອນໃນ ສປປ ລາວ ໄດ້ເພີ່ມ ຂຶ້ນຢ່າງ   ໜ້າປະທັບໃຈ ບັນດາພະຍາດທີ່ເຄີຍສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ການເປັນຢູ່ຂອງປະຊາຊົນ ກໍໃກ້ຖືກ ລົບລ້າງແລ້ວ ສິ່ງເຫຼົ່ານີ້ ເປັນໝາກຜົນຈາກການສູ້ຊົນປະຕິບັດວຽກງານ ແລະ ຄວາມເອົາໃຈໃສ່ ຂອງທຸກພາກສ່ວນໃນຂະ ແໜງສາທາລະນະສຸກ ລວມທັງ ຊຸມຊົນ ແລະ ກະຊວງຕ່າງໆທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາ ໄມໂລກ ແລະ ບັນດາຄູ່ຮ່ວມພັດທະນາ ອົງການອະນາໄມໂລກ ເປັນຄູ່ຮ່ວມງານທີ່ໃຫ້ຄວາມເຊື່ອໝັ້ນໃຫ້ແກ່ພວກເຮົາຕະ ຫຼອດໄລຍະເວລາຫຼາຍທົດສະວັດທີ່ຜ່ານມາ ແລະ ຍັງເປັນອົງການໃນເຄືອສະຫະປະຊາຊາດອົງການທຳອິດ ທີ່ໄດ້ເຂົ້າມາຕັ້ັ້ງ ຫ້ອງການໃນປະເທດເຮົາ ອີກດ້ວຍ ພວກເຮົາຈຶ່ງຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ສຳລັບການຊ່ວຍເຫຼືອ ແລະ ເອົາໃຈໃສ່ ປະກອບສ່ວນເຂົ້າໃນວຽກງານການຍົກສູງສຸຂະ ພາບໃນ ສປປ ລາວ ຖ້າບໍ່ມີການສະໜັບສະໜູນດັ່ງກ່າວ ພວກເຮົາອາດຈະບໍ່ ສາມາດເດີນທາງມາຮອດຈຸດນີ້ໄດ້ ແລະ ພວກເຮົາຫວັງວ່າ ຈະໄດ້ສືບຕໍ່ຮ່ວມມື ເພື່ອແກ້ໄຂບັນຫາຄົງຄ້າງຕ່າງໆອີກຕື່ມ ໃນ ຕໍ່ໜ້າ.

ທ່ານ ນາງ ດຣ ຍິງ-ຣູ ໂລ ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: ນັບຕັ້ງແຕ່ປະເທດລາວໄດ້ເຂົ້າຮ່ວມເປັນສະມາຊິກ ຂອງ ອົງການອະນາໄມໂລກ ໃນປີ 1950 ວຽກງານຂອງອົງການອະນາໄມໂລກ ແມ່ນສຸມໃສ່ການຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນລາວ ໃຫ້ສາມາດບັນລຸບັນດາເປົ້າໝາຍສຸຂະພາບ ໂດຍໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມພັດທະນາ ຂອງ ພວກເຮົາ ໃນຂະນະທີ່ພວກເຮົາພວມເບິ່ງໄປຂ້າງໜ້າ ແລະ ສືບຕໍ່ສ້າງຜົນສຳເລັດ ພວກເຮົາຕ້ອງຫວນຄືນເບິ່ງບົດຮຽນ ຈາກອະດີດ ບັນຫາສິ່ງທ້າທາຍທີ່ເຮົາກຳລັງປະເຊີນໃນຕອນນີ້ ອາດຈະເບິ່ງຄືຫຍຸ້ງຍາກເກີນຄວາມສາມາດ ບໍ່ວ່າຈະຍ້ອນປັດ ໄຈຂອງໄພເງິນເຟີ້ ງົບປະມານດ້ານສາທາລະນະສຸກທີ່ຫຼຸດລົງ ແລະ ບັນຫາການປ່ຽນແປງດິນຟ້າອາກາດ ກໍຕາມ ບັນຫາໃນ ອະດີດກໍຄືກັນ ທີ່ເບິ່ງຄືມືດມົນ ແຕ່ພວກເຮົາກໍສາມາດແກ້ໄຂ ແລະ ຜ່ານຜ່າບັນຫາເຫຼົ່ານັ້ນມາໄດ້.

ເຖິງເວລາແລ້ວທີ່ພວກເຮົາຈະຕ້ອງສຸມທຸກກຳລັງແຮງ ເພື່ອສືບຕໍ່ ເຊິ່ງມີ 3 ຢ່າງທີ່ພວກເຮົາຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ກໍຄື: ການຈັດສັນງົບປະມານເພີ່ມໃຫ້ແກ່ຂະແໜງສາທາລະນະສຸກ ຮັກສາ ແລະ ເພີ່ມການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ແກ່ບໍລິການສາທາລະນະສຸກທີ່ຈຳເປັນ ແລະ ສ້າງລາຍຮັບຈາກສິ່ງທີ່ບໍ່ຈຳເປັນ ໂດຍການຫຼີກເວັ້ນການຫຼຸດອາກອນສິນຄ້າທີ່ ອັນຕະລາຍ ເປັນຕົ້ນແມ່ນ ຢາສູບ ແລະ ບັນດາເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອເພີ່ມງົບປະມານໃຫ້ແກ່ສິ່ງທີ່ຈຳເປັນ ກໍຄື ກອງ ທຶນປະກັນສຸຂະພາບແຫ່ງຊາດ ເຖິງວ່າເປົ້າໝາຍຮັບປະກັນໃຫ້ປະຊາຊົນລາວທຸກຄົນມີສຸຂະພາບແຂງແຮງ ອາດຈະເປັນເປົ້າ ໝາຍທີ່ເບິ່ງຄືໃຫຍ່ເກີນຄວາມສາມາດ ແຕ່ວ່າຜົນສຳເລັດທີ່ພວກເຮົາສາມາດຍາດມາໄດ້ໃນໄລຍະຜ່ານມາ ກໍເຮັດໃຫ້ເຮົາ ເຫັນແລ້ວວ່າ ບໍ່ມີຫຍັງທີ່ເຮົາຈະເຮັດບໍ່ໄດ້.

ພາຍໃນງານດັ່ງກ່າວ ຍັງໄດ້ມີການເຮັດບົດຄົ້ນຄວ້າທີ່ດຳເນີນໂດຍກະຊວງສາທາລະນະສຸກ ສູນສະຖິຕິແຫ່ງຊາດ ແລະ ອົງ ການອະນາໄມໂລກ ກ່ຽວກັບ ການປົກປ້ອງທາງດ້ານການເງິນ ກ່ອນ ແລະ ຫຼັງຈາກການມີກອງທຶນປະກັນສຸຂະພາບແຫ່ງ ຊາດ ໃນໄລຍະກ່ອນການລະບາດຂອງພະຍາດໂຄວິດ-19 ຜົນການຄົ້ນຄວ້າ ໄດ້ຊີ້ໃຫ້ເຫັນວ່າ ຈຳນວນຄົນທີ່ຕ້ອງໄດ້ແບກ ຫາບພາລະຄ່າໃຊ້ຈ່າຍໃນການປິ່ນປົວສຸຂະພາບ ໄດ້ຫຼຸດລົງຢ່າງຫຼວງຫຼາຍ ແລະ ໃນຂະນະດຽວກັນ ກໍມີຄົນເຈັບເຂົ້າໄປ ໃຊ້ບໍລິການເພີ່ມຂຶ້ນ.

ນອກຈາກນັ້ນ ບົດຄົ້ນຄວ້າດັ່ງກ່າວ ຍັງໄດ້ກ່າວເຖິງບັນດາສິ່ງທ້າທາຍ ເຊັ່ນ ຊ່ອງຫວ່າງການໃຫ້ບໍລິການປິ່ນປົວສຳລັບປະ ຊາຊົນຜູ້ທຸກຍາກ ຜູ້ອາໄສຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ທີ່ບໍ່ຮູ້ຈັກກ່ຽວກັບກອງທຶນປະກັນສຸຂະພາບນີ້ແຫ່ງຊາດ ເວົ້າ ລວມແລ້ວ ກອງທຶນປະກັນສຸຂະພາບແຫ່ງຊາດ ຍັງປະສົບກັບບັນຫາການຂາດເຂີນດ້ານງົບປະມານ.

ອົງການອະນາໄມໂລກ ໄດ້ດຳເນີນວຽກງານໃນ ສປປ ລາວ ມາຫຼາຍກວ່າ 60 ປີ ໂດຍໄດ້ຮັບການສະໜັບສະໜູນຈາກຫຼາຍລັດ ຖະບານ ອົງກອນໃນຂະແໜງສາທາລະນະສຸກ ແລະ ການພັດທະນາ ມູນນິທິ ແລະ ຄູ່ຮ່ວມມືພາກເອກະຊົນ ໃນປັດຈຸບັນ ອົງການອະນາໄມໂລກໄດ້ຮັບການສະໜັບສະໜູນຈາກລັດຖະບານ ແລະ ການຈັດຕັ້ງຈາກ: ປະເທດອົດສະຕຣາລີ ການາດາ ສປ ຈີນ ສະຫະພາບເອີຣົບ ຝຣັ່ງ ເຢຍລະມັນ ຍີ່ປຸ່ນ ລຸກຊຳບວກ ນອກແວ ສ.ເກົາຫຼີ ສະວິດເຊີແລນ ສະຫະລາຊະອານາຈັກ ອັງກິດ ແລະ ສະຫະລັດອາເມລິກາ ພ້ອມທັງບັນດາອົງການຈັດຕັ້ງສາກົນຕ່າງໆ.

error: Content is protected !!