ສຳມະນາ ພາຍໃຕ້ຫົວຂໍ້ “ຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ”

    ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ສູນອາຊີ-ອາຟຣິກກາ ວິທະຍຸໂທລະພາບສູນກາງຈີນ (CMG) ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ” ຂຶ້ນໃນວັນທີ 6 ເມສາ 2023ທີ່ໂຮງແຮມແລນມາກ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ​ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີບັນດາທ່ານທູດອາວຸໂສ ຄະນະກົມ ແລະ ຜູ້ເຂົ້າຮ່ວມ ຈາກກະຊວງການຕ່າງປະເທດ ຄະນະພົວພັນຕ່າງປະເທດສູນກາງພັກ ບັນດາກະຊວງອ້ອມຂ້ອງສູນກາງ ສະຖາບັນຄົ້ນຄວ້າຕ່າງໆຂອງ ສປປ ລາວ ສື່ມວນຊົນທັງຝ່າຍລາວ ແລະ ຈີນ ເຂົ້າຮ່ວມຮັບຟັງ 200 ທ່ານ.

    ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ແກ່ນັກການທູດຜູ້ມີປະສົບການ ນັກຄົ້ນຄວ້າຊ່ຽວຊານ ແລະ ຜູ້ເຂົ້າຮ່ວມ ຂອງສອງຝ່າຍ ລາວ-ຈີນ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາໃນຫົວຂໍ້ຕ່າງໆທີ່ສອງຝ່າຍໃຫ້ຄວາມສົນໃຈ ເຊິ່ງປະກອບດ້ວຍ 3 ວາລະ ເຊັ່ນ:ຄວາມທັນສະໄໝແບບຈີນ ຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຄູ່ຮ່ວມຊະຕາກໍາລາວ-ຈີນ ໃນພິທີກ່າວເປີດກອງປະຊຸມ ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການແລກປ່ຽນທິດສະດີ ແລະ ພຶດຕິກຳ ລະຫວ່າງ ລາວ-ຈີນ ພ້ອມນັ້ນ ທ່ານຍັງໄດ້ເນັ້ນຢໍ້າວ່າ ປີ 2023 ເປັນປີຄົບຮອບ 10 ປີ ທີ່ ສປ ຈີນ ສະເໜີຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງໄດ້ປະກອບສ່ວນສໍາຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ສ້າງວຽກເຮັດງານທໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ ຢູ່ບັນດາປະເທດທີ່ເຂົ້າຮ່ວມໃນບັນດາໂຄງການທີ່ຢູ່ພາຍໃຕ້ຂໍ້ລິເລີ່ມດັ່ງກ່າວ.

    ສໍາລັບ ສປປ ລາວ ໂຄງການທາງລົດໄຟ ລາວ-ຈີນ ເຊິ່ງແມ່ນໂຄງການຍຸດທະສາດ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ກາຍເປັນສັນຍາລັກທີ່ມີຄວາມໝາຍສໍາຄັນ ແລະ ເປັນແບບຢ່າງອັນດີ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຊ່ວຍເຮັດໃຫ້ ສປປ ລາວ ຫັນປ່ຽນຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ ສ້າງສະພາບແວດລ້ອມອັນດີໃນການລົງທຶນຢູ່ ສປປ ລາວ ຂອງຕ່າງປະເທດ ປະກອບສ່ວນໃນການສ້າງວຽກເຮັດງານທໍາ ແລະ ການເກັບລາຍຮັບຈາກການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ໂດຍຜ່ານການນໍາໃຊ້ລົດໄຟ ລາວ-ຈີນ.

     ໃນໂອກາດນີ້ ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ເນັ້ນໜັກຄວາມສໍາຄັນ ຂອງຄວາມກົມກຽວກັນ ໃນການດໍາລົງຊີວິດ ແລະ ການປົກປັກຮັກສາສິ່ງແວດລ້ອມ ເຊິ່ງ ສປປ ລາວ ກໍມີນະໂຍບາຍຄ້າຍຄືກັນການພັດທະນາເສດຖະກິດ ຕາມທິດສີຂຽວ ແລະ ຍືນຍົງ ສະນັ້ນ ຈຶ່ງເຫັນໄດ້ວ່າແມ່ນໜ້າທີ່ຂອງທຸກປະເທດໃນໂລກ ທີ່ຕ້ອງໄດ້ມີການປະສານງານ ປຶກສາຫາລື ແລະ ຮ່ວມມືກັນ ເພື່ອສະກັດກັ້ນ ແລະ ແກ້ໄຂໄພພິ ບັດຕ່າງໆທີ່ອາດສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ກໍຄືການດໍາລົງຊີວິດຂອງຄົນເຮົາຢູ່ປະເທດຕ່າງໆ.

    ພ້ອມດຽວກັນນີ້ ທ່ານ​ ຈຽງ ຈ້າຍຕົງ ຍັງໄດ້ຍົກໃຫ້ເຫັນຄວາມຫມາຍຄວາມສຳຄັນຂອງບັນດາຂໍ້ລິເລີ່ມຕ່າງໆ ທີ່ສະເໜີໂດຍ ປະທານ ສີ ຈີ້ນຜິງ ໂດຍສະເພາະຂໍ້ລິເລິ່ມ “ຄວາມສີວິໄລທົ່ວໂລກ” (Global Civilization Initiative) ໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ ການພັດທະນາ ຄວາມໝັ້ນຄົງ ຄວາມສີວິໄລ ແລະ ຄວາມກ້າວໜ້າຂອງມວນມະນຸດໃນທົ່ວໂລກ ພ້ອມນັ້ນ ຕະຫຼອດໄລຍະດຳເນີນກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນ ກັບຜູ້ບັນຍາຍທີ່ມີບົດຮຽນ ແລະ ປະ ສົບການສູງ ທັງຝ່າຍລາວ ແລະ ຝ່າຍຈີນ ຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມສໍາມະນາໃນຄັ້ງນີ້ ມີບັນຍາກາດຟົດຟື້ນ ແລະ ເນື້ອໃນເລິກເຊິ່ງ ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

error: Content is protected !!