ໃນວັນທີ 5 ເມສາ 2023 ທ່ານ ນາງ ປິ່ງຄໍາ ລາດຊະສິມມາ ກໍາມະການສູນກາງພັກ ກໍາມະການຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບຄະນະບໍລິຫານງານສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ນຳພາໂດຍທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ພ້ອມດ້ວຍຄະນະ ທີ່ໄດ້ນຳເອົາເຄື່ອງຊ່ວຍເຫຼືອ ມີປະເພດຢາທາປົວພະຍາດຜີວໜັງມາມອບໃຫ້ແກ່ສະພາແຫ່ງຊາດ ສປປ ລາວ ເພື່ອນໍາໄປມອບຕໍ່ໃຫ້ແກ່ຂະແໜງການສາທາລະນະສຸກ ແລະ ອົງການກ່ຽວຂ້ອງຂອງທ້ອງຖິ່ນ ໃນທົ່ວ ສປປ ລາວ.

ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ມີປະເພດຢາທາປົວພະຍາດຜີວໜັງ ທີ່ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມມິດຕະພາບ ສເກົາຫຼີ – ລາວ ລວມທັງໝົດມີ 54 ແກັດ ມີ 1 Nafri Cream 18 ແກັດ 2 Vanazole Cream 18 ແກັດ 3 Asiclover Cream 18 ແກັດ ມູນຄ່າລວມ 240 ລ້ານກີບ ຫຼື 14.112 ໂດລາສະຫະລັດ.
ທ່ານ ຄໍາສວຍ ແກ້ວດາລາວົງ ໄດ້ຕາງໜ້າໃຫ້ 2 ສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ແລະ ສະມາຄົມມິດຕະພາບ ສ ເກົາຫຼີ – ລາວ ໄດ້ກ່າວເຖິງຈຸດປະສົງ ແລະ ຄວາມເປັນມາຂອງການພົວພັນ ແລະ ຮ່ວມມືກັນ ໃນຜ່ານມາ ໂດຍສະເພາະແມ່ນສະມາຄົມມິດຕະພາບ ສ ເກົາຫຼີ – ລາວ ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ຫຼາຍດ້ານ ເປັນການປະກອບສ່ວນຊ່ວຍເຫຼືອໃນຂົງເຂດສາທາລະນະສຸກ ແລະ ສຶກສາ ໃນໄລຍະຕົ້ນປີ 2023 ທີ່ຜ່ານມານີ້ ສອງສະມາຄົມມິດຕະພາບດັ່ງກ່າວກໍ່ໄດ້ມອບຢາປົວພະຍາດໃຫ້ໂຮງໝໍສູນກາງ 2 ແຫ່ງ ໂຮງໝໍແຂວງ 1 ແຫ່ງ ແລະ ໂຮງໝໍຊຸມຊົນ 3 ແຫ່ງ.
ໂອກາດດັ່ງກ່າວ ທ່ານ ເລຂາທິການສະພາແຫ່ງຊາດ ນາງ ປິ່ງຄຳ ລາດຊະສິມມາ ໄດ້ສະແດງຄວາມຂອບໃຈ ຕໍ່ສອງສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ແລະ ສ ເກົາຫຼີ – ລາວ ທີ່ໄດ້ຍາດແຍ່ງ ແລະ ບິແບ່ງການຊ່ວຍເຫຼືອໃຫ້ແກ່ສະພາແຫ່ງຊາດໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນສຳລັບການປິ່ນປົວພະຍາດຜີວໜັງຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຜູ້ທີ່ຢູ່ຫ່າງໄກສອກຫຼີກ ໂດຍທາງສະພາແຫ່ງຊາດ ມີເປົ້າໝາຍຈະແຈກຢາຍໄປຍັງໂຮງໝໍຊຸມຊົນ ໂຮງໝໍນ້ອຍ ຕາມບັນດາເມືອງທຸກຍາກໃນຂອບເຂດທົ່ວປະເທດ ພ້ອມກັນນີ້ ເພິ່ນຍັງໄດ້ແຈ້ງສະພາບຄວາມຈຳເປັນ ແລະ ຄວາມຕ້ອງການຂອງພໍ່ແມ່ປະຊາຊົນ ໂດຍສະ ເພາະພວກລູກຫຼານ ທີ່ເປັນນັກຮຽນຢູ່ເຂດພູດອຍ ເຂດຫ່າງໄກສອກຫຼີກ ເປັນຕົ້ນເຄື່ອງກັນໜາວ ອຸປະກອນການຮຽນ ແລະ ຫວັງວ່າສອງສະມາຄົມມິດຕະພາບດັ່ງກ່າວ ຈະສືບຕໍ່ລະດົມຂົນຂວາຍຊອກຫາການຊ່ວຍເຫຼືອໃນອານາຄົດ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 4 ເມສາ 2023 ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ໄດ້ນຳເອົາເຄື່ອງຊ່ວຍເຫຼືອ ມີປະເພດຢາທາປົວພະຍາດຜີວໜັງ ມອບໃຫ້ແກ່ສູນຜິວໜັງ ກະຊວງສາທາ ລະນະສຸກ ນຳພາໂດຍທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ພ້ອມດ້ວຍຄະນະ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ດຣ ນາງ ອຳມາລາ ພິລາວັນ ຫົວໜ້າສູນຜິວໜັງ ກະຊວງສາທາລະນະສຸກ ພ້ອມຄະນະ ຢູ່ສູນດັ່ງກ່າວ ທີ່ນະຄອນຫຼວງວຽງຈັນ.
ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ມີປະເພດຢາທາປົວພະຍາດຜີວໜັງ ທີ່ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມມິດຕະພາບ ສ ເກົາຫຼີ – ລາວ ລວມທັງໝົດ ມີ 75 ແກັດ ມີ 1 Nafri Cream 30 ແກັດ 2 Vanazole Cream 36 ແກັດ 3 Asiclover Cream 9 ແກັດ ມູນຄ່າລວມ 360 ລ້ານກີບ ຫຼື 21.204 ໂດລາ.