ຕົວແທນນັກຮຽນເກ່ງຊັ້ນມັດທະຍົມສຶກສາ 144 ຄົນ ເຂົ້າຮ່ວມການສອບເສັງລະດັບຊາດ

    ການສອບເສັງນັກຮຽນເກ່ງຊັ້ນມັດທະຍົມສຶກສາ (ມ4 ແລະ ມ7) ລະດັບຊາດ ປະຈໍາສົກຮຽນ 2022-2023 ຈັດຂຶ້ນວັນທີ 4 ເມສາ 2023 ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ມີຫົວໜ້າຫ້ອງການຫົວໜ້າ-ຮອງຫົວໜ້າກົມ ຜູ້ອຳນວຍການສະຖາບັນ ສຳນັກພິມ ສູນ ຄູນຳພາແຕ່ລະແຂວງທົ່ວປະເທດ ພະນັກງານ ຄູ-ອາຈານ ຄະນະກຳມະການຍາມຫ້ອງສອງເສັງ ແລະ ຕົວແທນນັກຮຽນເກ່ງຈາກແຕ່ລະແຂວງທົ່ວປະເທດ ເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການຈັດສອບເສັງນັກຮຽນເກ່ງຂັ້ນ ມ4 ແລະ ມ7 ລະດັບຊາດ ສົກຮຽນ 2022-2023 ແມ່ນເປັນການກະຕຸກຊຸກຍູ້ການຮຽນການສອນໃນໂຮງຮຽນໃຫ້ດີຂຶ້ນ ເຮັດໃຫ້ນັກຮຽນມີຄວາມບຸກບືນ ຫ້າວຫັນໃນການຄົ້ນຄວ້າຮໍ່າຮຽນ ຄູມີການພັດທະນາການສອນ ແລະ ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະຂອງຕົນ ເປັນເງື່ອນໄຂອັນດີປະກອບເຂົ້າໃນການປັບປຸງ ແລະ ພັດທະນາຄຸນນະພາບການສຶກສາໃນແຕ່ລະຊັ້ນຮຽນ ພ້ອມນັ້ນ ຍັງເປັນການສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກທາງດ້ານພອນສະຫວັນ ດ້ານຄວາມຮູ້ ຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນເອງ ໃນວິຊາພາສາລາວ-ວັນນະຄະດີ ຄະນິດສາດ ເຄມີສາດ ແລະ ຟີຊິກສາດ ສ້າງຂະບວນການ ສະພາບແວດລ້ອມໃຫ້ນັກຮຽນທີ່ມີຄວາມຮູ້ ພອນສະຫວັນໃນວິຊາທີ່ຕົນມາສອບເສັງນັກຮຽນເກ່ງລະດັບຊາດນີ້ ໄດ້ມີໂອກາດເຂົ້າຮ່ວມແຂ່ງຂັນ ແລະ ມີມາດຕະຖານທາງດ້ານຄວາມຮູ້ທີ່ຫຍັບເຂົ້າໃກ້ພາກພື້ນ ແລະ ສາກົນ ເປີດໂອກາດໃຫ້ນັກສອບເສັງທີ່ໄດ້ອັນດັບທີ 1 2 ແລະ 3 ໄດ້ຮັບການສະໜັບສະໜູນເຂົ້າຮຽນຕໍ່ໃນລະດັບທີ່ສູງ (ໃນວິຊາທີ່ຕົນສອບເສັງ).

    ພ້ອມດຽວກັນ ທ່ານລັດຖະມົນຕີ ສສກ ຍັງໄດ້ຮຽກຮ້ອງໃຫ້ຄະນະກຳມະການ ອະນຸກຳມະການທຸກຝ່າຍ ຕ້ອງເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເປັນເຈົ້າການ  ເຮັດສຳເລັດໜ້າທີ່ຢ່າງເປັນທຳ ແລະ ຮັບ ປະກັນຄວາມໂປ່ງໃສ ສຳລັບນັກສອບເສັງຕ້ອງຊື່ສັດສຸດຈະລິດ ປະຕິບັດຕາມລະບຽບການສອບເສັງຢ່າງເຂັ້ມງວດ ເພື່ອເຮັດໃຫ້ການຈັດການສອບເສັງນັກຮຽນເກ່ງໃນຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ຮັບປະກັນທາງດ້ານຄຸນນະພາບ ປາສະຈາກຫາງສຽງໃດໆ.

    ສຳລັບການສອບເສັງນັກຮຽນເກັ່ງລະດັບຊາດ ຂັ້ນ ມ4 ແລະ ມ7 ໃນສົກນີ້ ໄດ້ດໍາເນີນເປັນເວລາ 1 ວັນ ໂດຍສອບເສັງໃນ 4 ວິຊາ ຄື: ວິຊາພາສາລາວ-ວັນນະຄະດີ ຄະນິດສາດ ຟີຊິກສາດ ແລະ ວິຊາເຄມີສາດ ມີຕົວແທນນັກຮຽນເຂົ້າຮ່ວມແຂວງລະ 8 ຄົນ ລວມ 144 ຄົນ ຍິງ 64 ຄົນ ຫຼັງຈາກນັ້ນ ໃນວັນທີ 5 ເມສາ 2023 ແມ່ນໄດ້ນຳພານັກສອບເສັງໄປທ່ຽວຊົມ ແລະ ທັດສະນະສຶກສາ ຫໍພິພິຕະພັນ ທ່ານ ໄກສອນ ພົມວິຫານ ພະທາດຫຼວງວຽງຈັນ ສວນວັດທະນະທຳວັດຊຽງຄວນ ວັນທີ 6 ເມສາ 2023 ເຂົ້າຮ່ວມກິດຈະກຳ ຖາມ-ຕອບ ວິທະຍາສາດ ແລະ ວັນທີ 7 ເມສາ 2023 ສະຫຼຸບ ແລະ ປະກາດຜົນ.

error: Content is protected !!