ເປີດຫ້ອງຂາຍ ແລະ ນໍາສະເໜີລົດ NETA V ພະລັງງານໄຟຟ້າ 100%

    ບໍລິສັດ Auto Asia ຈັດພິທິເປີດຫ້ອງຂາຍ ແລະ ນໍາສະເໜີລົດ NETA V ເຊິ່ງລົດເຄິ່ງ SUV ແລະ Hatchback ພະລັງງານໄຟຟ້າ 100% ຂຶ້ນທີ່ ບ້ານໂພນ ທັນ ເມືອງໄຊເສດຖາ ນະຄອນຫຼວງວຽງ ຈັນ.

ທ່ານ Bao Zhuangfei ຜູ້ຈັດການທົ່ວໄປບໍລິສັດ ເນ່ຕ້າ ໂອໂຕ ໄທແລນ ຮອງປະທານຝ່າຍທຸລະກິດພາກພື້ນ ASEAN ຂອງບໍລິສັດ Hozon Auto New Energy Automobile ກ່າວວ່າ: ນັບແຕ່ສ້າງຕັ້ງ NETA Auto ເປັນຕົ້ນມາ ພວກເຮົາໄດ້ວາງເປົ້າ  ໝາຍຈະໃຫ້ທຸກຄົນທົ່ວໂລກ ມີໂອກາດໄດ້ໃຊ້ລົດພະລັງງານໄຟຟ້າ 100% ພ້ອມເຕັກໂນໂລຊີທີ່ທັນສະໄໝຫຼາຍຂຶ້ນ NETA ເລີ່ມຂະຫຍາຍທຸລະກິດໄປພາກພື້ນຕ່າງໆທົ່ວໂລກແຕ່ທ້າຍປີ 2022 ໂດຍມີປະເທດໄທເປັນເປົ້າໝາຍທໍາອິດເພື່ອເຂົ້າເຖິງປະເທດອື່ນໆໃນພາກພື້ນອາຊຽນ ຂະນະດຽວກັນກໍໄດ້ສຶກສາຕະຫຼາດໃນເອີຣົບ ເພື່ອຕອບສະໜອງຄວາມຕ້ອງການລົດໄຟຟ້າທີ່ນັບມື້ເພີ່ມຂຶ້ນຂອງຜູ້ໃຊ້ທົ່ວໂລກ ການແນະນໍາ Brand NETA ສູ່ ສປປ ລາວ ເປັນໜຶ່ງໃນເປົ້າໝາຍຫຼັກຂອງພວກເຮົາ ພາຍໃຕ້ກົນລະຍຸດລະດັບສາກົນດັ່ງກ່າວ ລັດຖະບານລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ໃຫ້ຄວາມສໍາຄັນກັບການໃຊ້ລົດພະລັງງານໄຟຟ້າໃນປະເທດ ໂດຍມີນະ ໂຍບາຍສະໜັບສະໜູນຜູ້ປະກອບການ ແລະ ຜູ້ໃຊ້ງານຢ່າງເປັນຮູບປະທໍາ ເຊິ່ງຈະເຮັດໃຫ້ຄົນໃນປະເທດມີໂອ ກາດໃຊ້ລົດໄຟຟ້າຫຼາຍຮູບແບບຈາກການກໍານົດເປົ້າໝາຍໃຫ້ປີ 2025 ມີຍອດຂາຍລົດພະລັງງານໄຟຟ້າຄິດເປັນ 1% ຂອງຕະຫຼາດລວມ ແລະ ບັນລຸເປົ້າໝາຍການມີລົດແລ່ນຢູ່ຖະໜົນໃນປະເທດລາວຫຼາຍກວ່າ 30% ຕ້ອງເປັນລົດໄຟຟ້າ ພາຍໃນປີ 2030 ເຊິ່ງພວກເຮົາເຊື່ອວ່າປະເທດລາວຈະສາມາດບັນລຸເປົ້າໝາຍດັ່ງກ່າວຢ່າງແນ່ນອນ ແລະ NETA ພ້ອມເປັນສ່ວນໜຶ່ງໃນການສະໜັບສະໜູນນະໂຍບາຍດັ່ງກ່າວຢ່າງເຕັມທີ່. 

    ທ່ານ ກົງເພັດ ແກ້ວມະນີວົງ ຜູ້ອຳນວຍການບໍລິສັດ Auto Asia  ກ່າວວ່າ: ຫ້ອງຂາຍແຫ່ງນີ້ ຖືກອອກແບບໃຫ້ສອດຄ່ອງກັບຮູບແບບຫ້ອງຂາຍ ທີ່ບໍລິສັດ NETA ກໍານົດ ເພື່ອມອບຄວາມຮູ້ສຶກອົບອຸ່ນ ແລະ ສ້າງຄວາມປະທັບໃຈໃຫ້ລູກຄ້າສູງສຸດ ເປັນຈຸດສໍາຜັດສໍາຄັນໃນການພົວພັນ ລະຫວ່າງພະນັກງານ ແລະ ລູກຄ້າທີ່ມາໃຊ້ບໍລິການ ເຊິ່ງບໍລິສັດ Auto Asia ຈະມອບປະສົບການກ່ຽວກັບດ້ານບໍລິການທຸລະກິດຈຳໜ່າຍລົດຫຼາຍກວ່າ 30 ປີ ເປັນຕົ້ນການໃຫ້ຄຳແນະນຳຜະລິດຕະພັນ ການບໍລິການຫຼັງການຂາຍ ການຕອບສະໜອງອາໄຫຼ່ ການບໍລິການສິນເຊື່ອ ແລະ ອື່ນໆ ທີ່ສຳຄັນເມື່ອຊື້ລົດຈາກຕົວແທນຈຳໜ່າຍເປັນທາງການ ຈະໄດ້ຮັບສິດຄຸ້ມຄອງການຮັບປະກັນຢ່າງແທ້ຈິງຈາກໂຮງງານ ໂດຍສະເພາະການ update firmware ການ Claim ການ Recall ຫຼື ຊິ້ນສ່ວນອາໄຫຼ່ທີ່ອາດເກີດຄວາມບົກຜ່ອງ ນອກນີ້ຍັງຈະອຳນວຍຄວາມສະດວກ ແລະ ມອບຄຸນນະພາບການບໍລິການຢ່າງໝັ້ນໃຈ ສ້າງຄວາມພໍໃຈສູງສຸດ ມອບລົດທີ່ມີຄຸນນະພາບ ເຕັກໂນໂລຊີສູງ ເປັນມິດກັບສິ່ງແວດລ້ອມ ໃຫ້ຄວາມປອດໄພສູງສຸດ ແຕ່ລາຄາເໝາະສົມ NETA ຄື Brand ລົດພະລັງງານທີ່ເກີດຂຶ້ນໃໝ່ ໃນ ສປ ຈີນ ເຊິ່ງໄດ້ຮັບຄວາມນິຍົມສູງໃນຍຸກປັດຈຸບັນ ປີ 2022 ຄວ້າຍອດຂາຍອັນດັບ 1 ໃນກຸ່ມຍີ່ຫຍໍ້ລົດພະລັງງານທີ່ເກີດຂຶ້ນ  ໃໝ່ ເມື່ອບໍ່ດົນມານີ້ NETA V ຍັງຄວ້າລາງວັນ Thailand Car of The Year 2023 ປະເພດລົດ “Best Hatchback EV” ລົດ NETA V ເປັນລົດເຄິ່ງ SUV ແລະ Hatchback ພະລັງງານໄຟຟ້າ 100% ທີ່ປະ ສານດ້ວຍການອອກແບບທີ່ເປັນເອກກະລັກ ມີມິຕິຮູບໂສມທີ່ກວ້າຂວາງ ເຊື່ອມເຂົ້າກັບເຕັກໂນໂລຊີໃໝ່ໆໄດ້ຢ່າງລົງໂຕ ຕອບສະໜອງກັບ Lifestyle ຂອງຄົນຮຸ່ນໃໝ່ ແຕ່ລາຄາສຸດຄຸ້ມ ພວກເຮົາຫວັງວ່າ NETA ຈະເປັນ Brand ໜຶ່ງທີ່ຄົນລາວຮັກ ແລະ ໃຫ້ຄວາມເຊື່ອໝັ້ນ.

ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ເມສາ 2023 ຢູ່ຫ້ອງຂາຍລົດດັ່ງກ່າວ ໂດຍມີທ່ານ ກົງເພັດ ແກ້ວມະນີວົງ ທ່ານ Bao Zhuangfei ພ້ອມດ້ວຍຄະນະບໍລິຫານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

error: Content is protected !!