ບໍລິສັດ ລາວ-ຈີນ ລົງນາມສັນຍາຮ່ວມທຸລະກິດ 4 ໂຄງການ

    ພິທີລົງນາມສັນຍາຮ່ວມທຸລະກິດ 4 ໂຄງການ ຄື: 1 ໂຄງການລົງທຶນພັດທະນາແຮ່ທອງ ແລະ ແຮ່ຕິດພັນ ຢູ່ບ້ານໂພນຕ້ອງ ບ້ານກ້ອນຄຳ ບ້ານນາຍາວ ບ້ານນໍ້າເພີນ ແລະ ບ້ານນາບົວ ເມືອງໝື່ນ ແຂວງວຽງຈັນ ລະຫວ່າງ ບໍລິສັດ ລັດວິສາຫະກິດ ພັດທະນາກະສິກຳ ອຸດສາຫະກຳ ແລະ ບໍລິການ ຂາອອກ-ຂາເຂົ້າ (DAI) ກັບ ບໍລິສັດ ເຄພີເອັສ ພັດທະນາແຮ່ທາດ ຈຳກັດ (KPS) ແລະ ກຸ່ມບໍລິສັດ Sichuan Panasia Investment and Development Group Co., Ltd (SPSI) ສປ ຈີນ 2 ໂຄງການຮ່ວມທຸລະກິດດ້ານການຄ້າກະສິກຳ ແລະ ແຮ່ທາດ ລະຫວ່າງ ບໍລິສັດ ລ້ານຊ້າງ ການຄ້າສາກົນ ຈຳກັດ ແລະ ກຸ່ມບໍລິສັດ SPSI 3 ໂຄງການຮ່ວມລົງທຶນການຜະລິດສະໜອງ ແລະ ຈຳໜ່າຍມັນຕົ້ນ ແລະ ຜະລິດຕະພັນກະສຳກຳທີ່ຕິດພັນ ຢູ່ ສປປ ລາວ ລະຫວ່າງ ບໍລິສັດ ລ້ານຊ້າງ ການຄ້າ ສາກົນ ຈຳກັດ ແລະ ກຸ່ມບໍລິສັດ SPSI 4 ໂຄງການຮ່ວມມືຍຸດທະສາດການຂົນສົ່ງປະເທດລາວ ລະຫວ່າງ ບໍລິສັດ ລົດໄຟ ລາວ-ຈີນ ຈຳກັດ ແລະ ກຸ່ມບໍລິສັດ ລົດໄຟຈີນ ເລກ 2 ແລະ ກຸ່ມບໍລິສັດ SPSI ຈັດຂຶ້ນວັນທີ 31 ມີນາ 2023 ຢູ່ນະຄອນຫຼວງວຽງຈັນ.

    ສໍາລັບໂຄງການທີ 1 ລົງນາມໂດຍທ່ານ ພັັນເອກ ວັນທອງ ສິດທິກຸນ ຜູ້ອໍານວຍການ DAI ທ່ານ ຄໍານ້ອຍ ສຸກຂະວົງ ຜູ້ອໍານວຍການ ບໍລິສັດ KPS ແລະ ທ່ານ QIU GE ປະທານກຸ່ມບໍລິສັດ SPSI ໂຄງການທີ 2 ລົງນາມໂດຍທ່ານ ວິສານ ແສງສຸວັນ ປະທານບໍລິສັດ KPS ຜູ້ອຳນວຍການບໍລິສັດ ລ້ານຊ້າງ ການຄ້າສາກົນ ຈຳກັດ ແລະ ທ່ານ QIU GE ປະທານກຸ່ມບໍລິສັດ SPSI. ໂຄງການທີ 3 ລົງນາມໂດຍທ່ານ ວິສານ ແສງສຸວັນ ປະທານບໍລິສັດ KPS ຜູ້ອຳນວຍການບໍລິສັດ ລ້ານຊ້າງ ການຄ້າສາກົນ ຈຳກັດ ແລະ ທ່ານ QIU GE ປະທານກຸ່ມບໍລິສັດ SPSI. ໂຄງການທີ 4 ລົງນາມໂດຍທ່ານ Gong Xiannian ຮອງຜູ້ອໍານວຍການບໍ ລິສັດ ລົດໄຟ ລາວ-ຈີນ ຈຳກັດ ແລະ ທ່ານ Wang Hai Wang ປະທານ ກຸ່ມບໍລິສັດ ລົດໄຟຈີນ ເລກ 2 ແລະ ທ່ານ He Xiaochun ປະທານກຸ່ມບໍລິສັດ SPSI ໂດຍເປັນສັກຂີພະຍານຂອງທ່ານ ຄຳພັນ ສິດທະດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ.

    ໂຄງການລົງທຶນພັດທະນາແຮ່ທອງ ແລະ ແຮ່ຕິດພັນ ມີມູນຄ່າໂຄງການຫຼາຍກວ່າ 400 ລ້ານໂດລາສະ ຫະລັດ ໂຄງການຮ່ວມທຸລະກິດດ້ານການຄ້າກະສິກຳ ແລະ ແຮ່ທາດ ມີມູນຄ່າໃນການຮ່ວມທຸລະກິດສູງເຖິງ 3 ຕື້ຢວນ ຫຼື 400 ລ້ານກວ່າໂດລາສະຫະລັດ ໂຄງການຮ່ວມລົງທຶນການຜະລິດສະໜອງ ແລະ ຈຳໜ່າຍມັນ ຕົ້ນ ແລະ ຜະລິດຕະພັນກະສຳກຳທີ່ຕິດພັນ ຢູ່ ສປປ ລາວ ມູນຄ່າໃນການລົງທຶນໃນເບື້ອງຕົ້ນ 50 ກວ່າລ້ານໂດລາສະຫະລັດ ເຊິ່ງການຈັດຕັ້ງປະຕິບັດບັນດາໂຄງການດັ່ງກ່າວ ແມ່ນບົນຈິດໃຈມິດຕະພາບ ແລະ ຄວາມສາມັກຄີອັນດີງາມ ທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ  ລາວ-ຈີນ ຈີນ-ລາວ ເພື່ອພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕິດພັນກັບການພັດທະນາ ບົນພື້ນ ຖານຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງຂອງ ສປ ຈີນ ທີ່ມີຕໍ່ ສປປ ລາວ.

    ທ່ານ ວັນທອງ ສິດທິກຸນ ກ່າວວ່າ: ນັບແຕ່ DAI ກັບ ບໍລິສັດ KPS ແລະ ກຸ່ມບໍລິສັດ SPSI ສປ ຈີນ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈນໍາກັນ ເດືອນກໍລະກົດ 2022 ເປັນຕົ້ນມາ ທັງ 3 ບໍລິສັດກໍໄດ້ຮີບຮ້ອນເຄື່ອນໄຫວດໍາເນີນເອກະສານ ແລະ ເກັບກໍາຂໍ້ມູນກ່ຽວກັບໂຄງການຕ່າງໆທີ່ 3 ຝ່າຍມີຄວາມພ້ອມ ເຊັ່ນ: ໂຄງການກະສິກໍາ ແລະ ປຸງແຕ່ງກະສິກໍາ ໂຄງການຂົນສົ່ງ-ໂລຈິສຕິກ ແລະ ໂຄງການພັດທະນາແຮ່ທາດຄົບວົງຈອນ, ໃນນີ້ພິເສດກວ່າໝູ່ທີ່ມີຄວາມຄືບໜ້າແມ່ນໂຄງການເກັບກໍາຂໍ້ມູນຮອບດ້ານກ່ຽວກັບແຮ່ທອງຢູ່ເຂດເມືອງໝື່ນ ແຂວງວຽງຈັນ ເຊິ່ງ 3 ບໍລິສັດ ໄດ້ຍື່ນຄໍາຮ້ອງຂໍລົງທຶນ ຫາ ກົມສົ່ງເສີມການລົງທຶນ ກະຊວງແຜນ ການ ແລະ ການລົງທຶນ ເພື່ອຂໍອະນຸຍາດສໍາປະທານຊອກຄົ້ນ-ສໍາຫຼວດ ແລະ ສ້າງບົດວິພາກເສດຖະກິດ-ເຕັກນິກ ກ່ຽວກັບແຮ່ທອງ ແລະ ແຮ່ຕິດພັນ ເຂດທີ 1 ເນື້ອທີ່ 8,6 ກິໂລຕາແມັດ ຢູ່ບ້ານໂພນຕ້ອງ, ບ້ານກ້ອນຄໍາ ແລະ ເຂດທີ 2 ເນື້ອທີ່ 175,84 ກິໂລຕາແມັດ ຢູ່ບ້ານນາຍາວ ບ້ານ ນໍ້າເພີນ ແລະ ບ້ານບົວນາ ເມືອງໝື່ນ ແຂວງວຽງຈັນ ຕາມລະບຽບ ແລະ ຫຼັກການທີ່ລັດຖະບານກໍານົດໄວ້.

    ເພື່ອເປັນການກະກຽມ ແລະ ດໍາເນີນການຈັດຕັ້ງປະຕິບັດໂຄງການການຊອກຄົ້ນ-ສໍາຫຼວດແຮ່ທອງດັ່ງ ກ່າວ ທັງ 3 ບໍລິສັດຈຶ່ງໄດ້ຕົກລົງເປັນເອກະພາບກັນສ້າງສັນຍາຮ່ວມທຸລະກິດ ເພື່ອລົງທຶນຊອກຄົ້ນ ແລະ ສໍາຫຼວດແຮ່ທອງ ແລະ ແຮ່ຕິດຳພັນຮ່ວມກັນ ຫຼັງຈາກນັ້ນກໍຈະກ້າວເຂົ້າສູ່ການລົງນາມສັນຍາຊອກຄົ້ນ-ສໍາຫຼວດ ກັບ ກະຊວງແຜນການ ແລະ ການລົງທຶນໃນໄວໆນີ້ ພາຍຫຼັງທີ່ໄດ້ລົງນາມສັນຍາຊອກຄົ້ນ-ສໍາຫຼວດແລ້ວ ຄາດວ່າຈະໃຊ້ເວລາ 2 ປີ ໃນການເຮັດສໍາເລັດວຽກງານທັງໝົດ ຕາມຂັ້ນຕອນທີ່ກະຊວງແຜນການ ແລະ ການລົງທຶນກໍານົດໄວ້ ໄປຄຽງຄູ່ກັນໃນມື້ນີ້ເຄືອຄ່າຍຂອງ 3 ບໍລິສັດພວກເຮົາຍັງຈະໄດ້ລົງນາມສັນຍາກັນອີກ 3 ສະບັບ ທີ່ປິ່ນອ້ອມໂຄງການພັດທະນາແຮ່ທາດຄົບວົງຈອນ ໂຄງການຜະລິດ ແລະ ປຸງແຕ່ງກະສິກໍາ ແລະ ຂົນສົ່ງ-ໂລຈິສຕິກ ຮ່ວມກັບຄູ່ສັນຍາໃໝ່ຕື່ມອີກ.

    ທ່ານ ຄໍາພັນ ສິດທິດຳພາ ກ່າວວ່າ: ຕົນ ມີຄວາມພາກພູມໃຈຢ່າງຍິ່ງທີ່ໄດ້ຕາງໜ້າໃຫ້ຄະນະນໍາແຂວງວຽງຈັນ ມາເຂົ້າຮ່ວມພິທີລົງນາມສັນຍາທີ່ມີຄວາມໝາຍຄວາມສໍາຄັນ ສະແດງອອກເຖິງຄວາມສົນໃຈຢາກມາລົງທຶນ ແລະ ດໍາເນີນທຸລະກິດຂອງບໍລິສັດຈາກແຂວງເສສວນ ສປ ຈີນ ຢູ່ ສປປ ລາວ ເວົ້າສະເພາະຢູ່ແຂວງວຽງຈັນ ໃນຂົງເຂດການຊອກຄົ້ນ ສໍາຫຼວດແຮ່ທາດ ແລະ ຂົງເຂດດ້ານກະສິກໍາ ແລະ ປຸງແຕ່ງກະສິກໍາໃນຄັ້ງນີ້ ນອກນີ້ຢູ່ແຂວງວຽງຈັນ ຍັງມີຫຼາຍຂົງເຂດທີ່ມີທ່າແຮງໃນການພັດທະນາ ເຊິ່ງມີຄວາມຕ້ອງການຄູ່ຮ່ວມພັດທະນາຈາກພາຍໃນ ແລະ ຕ່າງປະເທດ ໂດຍສະເພາະນັກລົງທຶນຈາກ ສປ ຈີນ ກໍຄືຈາກແຂວງເສສວນແຂວງວຽງຈັນ ຍິນດີຕ້ອນຮັບ ແລະ ຂໍເຊີນບັນດາບໍລິສັດ ນັກລົງທຶນຈາກແຂວງເສສວນ ເຂົ້າມາສຶກສາເກັບກໍາຂໍ້ມູນ ແລະ ສໍາຫຼວດສະພາບການເງື່ອນໄຂຕ່າງໆ ເພື່ອກ້າວໄປສູ່ການພິຈາລະນາລົງທຶນໃນໂຄງການຕ່າງໆທີ່ເຫັນວ່າມີຄວາມພ້ອມ ເຊິ່ງຈະປະກອບສ່ວນໃນການເພີ່ມທະວີຄວາມສາມາດດ້ານການຄ້າ ການຜະລິດສິນຄ້າສົ່ງອອກ ແລະ ອື່ນໆ ປະກອບສ່ວນໃນການຄ້າຕາມແລວທາງດ່ວນ ລາວ-ຈີນ ກໍຄືທາງລົດໄຟ ລາວ-ຈີນ ທີ່ຕັດຜ່ານແຂວງວຽງຈັນ ເປັນໄລຍະຍາວ ໃຫ້ມີຄວາມຄຶກຄື້ນກ່ວາເກົ່າ ການລົງທຶນຂອງບໍລິສັດພວກທ່ານ ຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ການສ້າງລາຍຮັບ ທັງເປັນການສ້າງວຽກເຮັດງານທໍາໃຫ້ປະຊາຊົນຊາວແຂວງວຽງຈັນ ເຮັດໃຫ້ເຂົາເຈົ້າມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນເທື່ອລະກ້າວ.

error: Content is protected !!