ເປີດຊຸດຮຽນພາສາຫວຽດນາມ ປະກອບສ່ວນໃນການກ້າວເຂົ້າສູ່ການຫັນເປັນເສດຖະກິດດິຈິຕອນ

    ພິທີເປີດຊຸດຮຽນພາສາຫວຽດນາມ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ເມສາ 2023 ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍມີທ່ານ ສັນຕິສຸກ ສີມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ເຈີ້ນ ວັນ ຕຸງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທ່ານ ເລືອງ ມິ່ງ ກື ອະທິການບໍດີ ມະຫາວິທະຍາໄລກິວລອງ ມີບັນດາທ່ານຫົວໜ້າສະຖາບັນ ກົມ ສູນ ພະນັກງານ ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກ່າວວ່າ: ສູນພາສາຫວຽດນາມມິດຕະພາບ UCL-IICT ໄດ້ເປີດການນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2022 ນັບຈາກນັ້ນມາກໍໄດ້ກະກຽມຄວາມພ້ອມຮອບດ້ານ ມາຮອດມື້ນີ້ ສູນດັ່ງກ່າວແມ່ນພ້ອມແລ້ວໃນການສິດສອນ ພາສາຫວຽດນາມ ໃຫ້ກັບພະນັກງານພາຍໃນ ແລະ ພາຍນອກ ໂດຍມີອາຈານຈາກມະຫາວິທະຍາໄລກິວລອງ ສສ ຫວຽດນາມ ມາປະຈໍາການ ເພື່ອສິດສອນ ແລະ ຊ່ວຍເຫຼືອໃນການຈັດຕັ້ງປະຕິບັດວຽກພາຍໃນສູນ ເຊິ່ງພວກເຮົາໄດ້ອອກແຈ້ງການເປີດຮັບສະໝັກນັກເຝິກທັງພາຍໃນ ພາຍນອກກະຊວງ ນັບຕັ້ງແຕ່ ກາງເດືອນມີນາ 2023 ມາເຖິງ ວັນທີ 27 ມີນາ 2023 ມີຜູ້ສະໝັກເຝິກອົບຮົມທັງ ໝົດ 45 ຄົນ ແບ່ງອອກເປັນ 3 ຫ້ອງ ຄື: ຫ້ອງ 1 ຮຽນໃນເວລາ 17:00 ຫາ 20:00 ໂມງ ຂອງວັນຈັນ ພຸດ ແລະ ສຸກ ຫ້ອງ 2 ຮຽນໃນເວລາ 13:00 ຫາ 16:00 ໂມງ ຂອງວັນຈັນ ພຸດ ແລະ ສຸກ ແລະ ຫ້ອງ 3 ຮຽນໃນເວລາ 9:00 ຫາ 16:00 ໂມງ ຂອງວັນເສົາ ແລະ ອາທິດ.

    ສ່ວນວຽກງານການພັດທະນາບຸກຄະລາກອນ ໃນຂະແໜງການໄອຊີທີ ເປັນວຽກທີ່ທ້າທາຍ ແລະ ຮີບດ່ວນແນ່ໃສ່ສ້າງພະນັກງານ ໃຫ້ສາມາດປະກອບສ່ວນເຂົ້າໃນວຽກງານແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ຂ້າພະເຈົ້າຮັບຊາບວ່າ ສສ ຫວຽດນາມ ເປັນໜຶ່ງໃນປະເທດທີ່ມີທ່າແຮງໃນການພັດທະນາຮອບດ້ານ ໃນຂະແໜງການໄອຊີທີ ດັ່ງນັ້ນ ຫວັງຢ່າງຍິ່ງວ່າ ການຮຽນພາສາຫວຽດນາມທີ່ສູນແຫ່ງນີ້ ຈະສາມາດເປັນໜຶ່ງໃນຈຸດລິເລີ່ມ ເພື່ອໃຫ້ນັກເຝິກສາມາດຕໍ່ຍອດໃນການຮຽນຮູ້ ແລະ ເຂົ້າເຖິງສືຂໍ້ມູນເຕັກ ນິກ-ວິທະຍາສາດ ທີ່ເປັນປະໂຫຍດໄດ້ ພາຍໃຕ້ຂອບການຮ່ວມມືນີ້ ໃນຕໍ່ໜ້າຫວັງຢ່າງຍິ່ງວ່າຈະສາມາດຂະຫຍາຍບັນດາຫຼັກສູດການຮຽນ-ການສອນ ໃຫ້ຫຼາກຫຼາຍຂຶ້ນຕື່ມ ແລະ ຕອບສະຫນອງຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ ພ້ອມໃຫ້ສາມາດພັດທະນາບຸກຄະລາກອນ ທີ່ຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານທີ່ຕ້ອງການ.     ໂອກາດດຽວກັນນີ້ ທ່ານ ສັນຕິສຸກ ສີມມາລາວົງ ກ່າວວ່າ: ການພັດທະນາຂອງເຕັກໂນໂລຊີ ໃນຍຸກປັດຈຸບັນແມ່ນເປັນໄປແບບກ້າວກະໂດດ ສສ ຫວຽດນາມ ເປັນປະເທດໜຶ່ງທີ່ມີຄວາມກ້າວໜ້າ ແລະ ມີທ່າແຮງໃນການພັດທະນາ ໃນຂະແໜງງການດິຈິຕອນ ດັ່ງນັ້ນ ການຮຽນຮູ້ພາສາຫວຽດນາມ ຈຶ່ງສາມາດເປັນເງື່ອນໄຂ ແລະ ເປັນຂົວຕໍ່ໜຶ່ງທີ່ຈະຊ່ວຍໃຫ້ພວກເຮົາໄດ້ເຂົ້າເຖິງແຫຼ່ງຄວາມຮູ້ ເຕັກນິກວິທະຍາສາດ ໃໝ່ໆ ທີ່ມີປະໂຫຍດໄດ້ ປັດຈຸບັນ ສປປ ລາວ ກໍຄືກະຊວງຂອງພວກເຮົາ ແມ່ນໄດ້ມີການ ຊຸກຍູ້ການສຶກສາເພື່ອສື່ສານ ແລະ ນໍາໃຊ້ພາສາຕ່າງປະເທດ ໃນການແລກປ່ຽນຂໍ້ມູນຂ່າວສານ ການເຂົ້າເຖິງສື-ຂໍ້ມູນທີ່ເປັນປະໂຫຍດ ເພື່ອປະກອບສ່ວນເຂົ້າໃນໜ້າທີ່ວຽກງານ ໂດຍສະເພາະການປະກອບສ່ວນໃນການກ້າວເຂົ້າສູ່ການຫັນເປັນເສດຖະກິດດິຈິຕອນ.

error: Content is protected !!