ສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການວາງແຜນທຸລະກິດການວາງແຜນການເງິນ ແລະ ການບັນຊີເງິນສົດ

    ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດເຝິກອົບຮົມໃນຫົວຂໍ້ ການວາງແຜນທຸລະກິດ ການວາງແຜນການເງິນ ແລະ ການບັນຊີເງິນສົດ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ລະຫວ່າງວັນທີ 3-7 ເມສາ 2023 ທີ່ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ສາ ສີລິພົງ  ຮອງຫົວໜ້າກົມ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງກະຊວງອຸດສາຫະກຳ ແລະ ການຄ້າ ມີກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຄະນະຄູເຝິກຈາກ ບໍລິສັດທີ່ປຶກສາພັດທະນາວິສາຫະກິດ (EDC) ແລະ ນັກສຳມະນາກອນທີ່ເປັນຫົວໜ້າໜ່ວຍ SME ທີ່ສາມາດຜ່ານເງື່ອນໄຂກູ້ຢືມຂອງທະບ້ວງດອກເບ້ຍຕ່ຳຂອງລັດຖະບານທີ່ມອບໃຫ້ ກອງທືນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງທຶນເຊິ່ງໄດ້ປ່ອຍຜ່ານທະນາຄານ ເຂົ້າຮ່ວມ.

    ຈຸດປະສົງຂອງການເຝິກອົບຮົມຄັ້ງນີ້ ເພື່ອຜັນຂະຫຍາຍບາງເງື່ອນໄຂໃນການເຂົ້າເຖິງແຫຼ່ງທຶນ ມາດຕາ 14 ຂອງດໍາລັດວ່າດ້ວຍກອງທຶນສົ່ງເສີ່ມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 05/ລບ ລົງວັນທີ 12 ມັງກອນ 2023  ຂອງດໍາວ່າດ້ວຍກອງທຶນສົ່ງເສີມ SME  ທີ່ໄດ້ກໍານົດໄວ້ ທັງເປັນການສ້າງເງື່ອນໄຂໃຫ້ທະນາຄານເຂົ້າຮ່ວມໂຄງການປ່ອຍເງິນກູ້ຢືມ ອັດຕາດອກເບ້ຍຕໍ່າຂອງລັດຖະບານ ໃຫ້ລູກຄ້າໄດ້ໄວ ພາຍໃຕ້ແຫຼ່ງທຶນດອກເບ້ຍທີ່ເໝາະສົມ 3% ຕໍ່ປີ ຂອງກອງທຶນສົ່ງເສີມວິສາຫະກິດຂະ  ໜາດນ້ອຍ ແລະ ກາງ ທັງເປັນການສ້າງຄວາມເຂັມແຂງໃຫ້ນັກສຳມານະກອນຮູ້ວິທີວາງແຜນທຸລະກິດ ຕະຫຼອດຮອດການຈົດຮັບຈົດຈ່າຍບັນຊີເງີນສົດ ເພ່ືອນຳໄປປັບໃຊ້ຕົວຈິງເຂົ້າໃນທຸລະກິດຂອງພວກເຂົາ  ນອກຈາກນັ້ນ ຍັງເປັນເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການນຳກັນສ້າງເຄືອຂ່າຍໃໝ່ນຳສູ່ການພັດທະນາທຸລະກິດຂອງພວກເຂົາເອງ.

    ສຳລັບຊຸດເຝິກອົບຮົມນີ້ ຜູ້ເຂົ້າຮ່ວມແມ່ນບໍ່ໄດ້ເສຍຄ່າເຂົ້າຮຽນ ເຊິ່ງແມ່ນປະກອບດ້ວຍ ກຸ່ມຫົວໜ່ວຍ SME ທີ່ເປັນລູກຄ້າທະນາຄານ ຄື: ທະນາຄານມາຮູຮ້ານ ເຈແປນ ລາວ ທະນາຄານຮ່ວມທຸລະກິດ ລາວ -ຫວຽດ ທະນາຄານ ຫວຽດຕີນ ແລະ ທະນາຄານ ໄຊງ່ອນເທືອງຕິ່ນລາວ ຈໍາກັດ  ລວມທັງໝົດ 28 ຫົວໜ່ວຍ.

    ພາຍໃຕ້ໂຄງການຢັ້ງຢືນການເຝິກອົບຮົມໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອເຂົ້າເຖິງແຫຼ່ງທຶນ ຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ  ໂດຍການສະໜັບສະໜູນຈາກ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ.     ການຝຶກອົບຮົມນີ້ຈະດໍາເນີນໄປເປັນເວລາ 5 ວັນ ເຊິ່ງຈະມີທັງພາກທິດສະດີ ພາກໃຫ້ຄໍາປຶກສາໃນການຂຽນແຜນທຸລະກິດໃຫ້ກັບ 28 ຫົວໜ່ວຍ ໃຫ້ໄດ້ມີແຜນທຸລະກິດເປັນຂອງຕົນເອງ ພາຍຫຼັງສຳເລັດການເຝິກອົບຮົມ.

error: Content is protected !!