ເປີດໂຕ New MG4 ELECTRIC ລົດໄຟຟ້າ100% ພ້ອມຈໍາໜ່າຍໃນປະເທດລາວແລ້ວ

      ໃນວັນທີ 1 ເມສາ ທີ່ຜ່ານມາ ບໍລິສັດ MG Laos ໄດ້ຈັດ ງານເປີດໂຕລົດນ້ອງໃໝ່ ລຸ້ນ New MG4 ELECTRIC ຢ່າງເປັນທາງການ ເປັນກຽດເຂົ້າຮ່ວມໂດຍ ທ່ານ ດາວວົງ ແກ້ວມະນີວົງ (ປະທານ MG ລາວ) ທ່ານ ກົງສະດາ ແກ້ວ ມະນີວົງ (ຮອງປະທານ MG ລາວ) ທ່ານ ສົມປະສົງ ແກ້ວ ມະນີວົງ (CCEO ທ່ານ ພັນໂທ ບຸນເສີມ ພົມມະຈັນ (ຮອງ ຫົວຫນ້າກົມຄຸ້ມຄອງ) ແລະບັນດາແຂກທີ່ມີກຽດຈາກ ຫຼາຍພາກສ່ວນ.

     New MG4 ELECTRIC  ເປັນລົດສາກດ້ວຍໄຟຟ້າ 100% ສາກງ່າຍປອດໄພ ແລະມາພ້ອມກັບການອອກແບບທີ່ ທັນສະໄໝ ແລະສິ່ງອຳນວຍສະດວກໃນຫ້ອງໂດຍສານ ແບບຄົບວົງຈອນ ເໝາະສຳລັບຜູ້ຊົມໃຊ້ໃນຍຸກປັດຈຸບັນ New MG4 ELECTRIC ມີຮູບຊົງທັນສະໄໝ ສວຍງາມ ຮູບແບບລົດສະປອດ ທັງດ້ານໃນ ແລະ ດ້ານນອກ ເປັນມິດກັບສິ່ງແວດລ້ອມ ມີລະບົບທີ່ທັນສະໄໝ ທົນທານ ມີອັດຕາເລັ່ງ 0-100 ກມ/ຊມ ຄວາມໄວສູງສຸດ 160 ກມ/ຊມ ແຮງຈັກ 125 ກິໂລວັດ 150 ກິໂລວັດ ມີລະບົບສາກໄຟຟ້າ ທີ່ສະດວກສະບາຍ ໂດຍຖືກອອກແບບໃຫ້ແບັດເຕີຣີ ສາມາດຮັບການສາກໄຟຟ້າ ໄດ້ 2 ລະບົບຄື: ລະບົບສາກໄຟຟ້າ ກັບສະຖານີ ແລະ ກ່ອງສາກພິເສດ ເຊິ່ງໃຊ້ເວລາສາກພຽງແຕ່ 35 ນາທີ ແລະ ລະບົບສາກໄຟຟ້າ ທີ່ສາມາດສາກໄດ້ກັບໄຟຟ້າທີ່ໃຊ້ໃນຄົວເຮືອນ ໃຊ້ເວລາສາກປະມານ 5-7 ຊົ່ວໂມງ ໂຄງສ້າງຂອງຕົວລົດ ໄດ້ຖືກອອກແບບ ໃຫ້ມີຄວາມແຂງແກ່ນ ທົນທານ ຂັບເຄື່ອນໄດ້ຢ່າງຍິ້ມນວນ ເຂົ້າໂຄ້ງໄດ້ຢ່າງດີ ມີໄຟຕາລົດ LED ທີ່ມີແສງສະຫວ່າງແຈ້ງຊັດເຈນ ແລະ ສາມາດເປີດ/ປິດ ໄດ້ອັດຕະໂນມັດ.ນອກນີ້ ລົດ NEW MG4 ELECTRIC ຍັງມີລະບົບ ທີ່ສາມາດນໍາໃຊ້ໄຟຂອງແບັດເຕີຣີ ອອກມານຳໃຊ້ຢູ່ນອກໄດ້ຢ່າງສະດວກສະບາຍ..

• ງານດີໄຊນ໌ແບບ Racing spirit identity ຄວາມສວຍ ງາມທີ່ພ້ອມສະກົດທຸກສາຍຕາ.

• ໂຄງສ້າງອອກແບບຢ່າງພິຖີພິຖັນ ເພື່ອລົດຍົນພະລັງງານໄຟຟ້າໃນການອອກໂຕໄປໄດ້ໄວ ແລະ ແຮງກວ່າທີ່ເຄີຍມີ

• ລະບົບຂັບເຄື່ອນລໍ້ຫຼັງເພີ່ມປະສິດທິພາບໃນການສົ່ງກຳ ລັງໄດ້ດີຍິ່ງຂຶ້ນ

• ມໍເຕີໄຟຟ້າ ເຮັດວຽກກັບລະບົບຂັບເຄື່ອນລໍ້ຫຼັງ ຊ່ວຍ ເພີ່ມປະສິດທິພາບການສົ່ງກຳລັງສູງສຸດເຖິງ 170 ແຮງ ມ້າ ເຮັດໃຫ້ລົດມີອັດຕາເລັ່ງທີ່ໄຫຼລື່ນ ມ່ວນໃນທຸກຈັງຫວະ ຂັບຂີ່ໄວ ແລະ ນີ້ມນວນ.

• ແບັດເຕີຣີ ມາດຕະຖານສູງລະດັບ IP67 ຈັດຮຽງແບບ ເຊວອິດສະຫຼະ ເຮັດໃຫ້ລະບາຍຄວາມຮ້ອນໄດ້ດີ.

ທີ່ສຳຄັນ ເປີດໃຫ້ຈອງລົດ New MG4 ELECTRIC ໄດ້ແລ້ວມື້ນີ້! ພິເສດສຸດໆ! ຈອງໄລຍະນີ້ ຮັບທັນທີ ທອງຄຳນ້ຳໜັກ 2 ບາດ ພ້ອມສ່ວນຫຼຸດ ແລະ ຂອງ ແຖມອີກຫຼາຍຢ່າງ,ທ່ານສາມາດເຂົ້າມາຊົມລົດ ທົດ ລອງຂັບທີ່ສູນ MG City Laos

ເບີໂທຕິດຕໍ່ຫ້ອງການMG city Laos : 021 226 333 ,030 56 88888 ,030 56 99999

ແຜນທີ່ສູນ MGCITY

error: Content is protected !!