ນັບແຕ່ 1996 ເຖິງ 22 ກຸມພາ 2023 ໄດ້ກວດກູ້ເນື້ອທີ່ດິນທັງໜົດ 79.599 ກ່ວາເຮັກຕາ

    ພິທີຖະແຫຼງຂ່າວ ວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກຄົບຮອບ 18 ປີ (ວັນທີ 4 ເມສາ 2005 ຫາ ວັນທີ 4 ເມສາ 2023) ຈັດຂຶ້ນວັນທີ 4 ເມສາ 2023 ທີ່ນະຄອນຫຼວງວຽງຈັນ ເປັນກຽດຖະແຫຼງໂດຍທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ທ່ານນາງ ແຄັດທິນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳລາວ ມີທຸຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ປະເດີມພອນ ສົນທະນີ ກ່າວວ່າ: ໃນປີ 2005 ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ປະກາດກຳນົດເອົາວັນທີ 4 ເມສາ ຂອງທຸກໆປີ ເປັນວັນສາກົນໂຄສະນາເພື່ອຕ້ານລະເບີດບໍ່ທັນແຕກ ເຊິ່ງເປົ້າໝາຍແມ່ນເພື່ອໂຄສະນາ ແລະ ປູກຈິດສຳນຶກກ່ຽວກັບອັນຕະລາຍຂອງລະເບີດບໍ່ທັນແຕກ ຮຽກຮ້ອງໃຫ້ເອົາໃຈໃສ່ເພື່ອຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ລະດົມທຶນເຂົ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກໃນທົ່ວໂລກໂດຍສະເພາະປະເທດທີ່ໄດ້ຮັບຜົນກະທົບຫຼາຍ.

    ສຳລັບ ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີິ່ສຸດໃນໂລກຈາກການຖີ້ມລະເບີດຢ່າງໜັກໜ່ວງໃນປາງສົງຄາມອີນດູຈີນແຕ່ປີ 1964-1973 ເມື່ອທຽບໃສ່ຈໍານວນປະຊາກອນ ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນຫຼວງຫຼາຍ ໄດ້ສືບຕໍ່ສ້າງຄວາມເສຍຫາຍທາງດ້ານຮ່າງກາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເປັນອຸປະສັກຕໍ່ການນໍາໃຊ້ທີ່ດີນເພື່ອທໍາການຜະລິດກະສິກໍາ ເປັນໄພຂົ່ມຂູ່ຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ປີ 2030 ເຊິ່ງການແກ້ໄຂບັນຫາລະເບິດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ຍັງເປັນສິ່ງທີ່ໜັກໜ່ວງ ແລະ ປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະແມ່ນງົບປະມານ ເຕັກນິກວິຊາການທີ່ຕ້ອງການສະໜັບສະໜູນຈາກສາກົນເພື່ອເລັ່ງລັດການແກ້ໄຂບັນຫາດັ່ງກ່າວ ລັດຖະບານ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ໄດ້ສືບຕໍ່ຮ່ວມມືກັນໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໂຄງການຮ່ວມມືໃນໄລຍະໃໝ່ນີ້ເລີ່ມຈັດຕັ້ງປະຕິບັດໃນປີ 2022 ເຊິ່ງຈະເປັນຂີດໝາຍອັນສໍາຄັນໃນການສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງທີ 18 ໃຫ້ບັນລຸຜົນເປັນຈິງ.

    ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນໜຶ່ງ ໄດ້ຖືກເກັບກູ້ອອກຈາກພື້ນທີ່ເຮັດໃຫ້ການນໍາໃຊ້ທີ່ດີນມີຄວາມປອດໄພສໍາລັບເນື້ອທີ່ກະສິກໍາ ແລະ ເນື້ອທີ່ພັດທະນາ ນັບແຕ່ 1996 ເຖິງ 22 ກຸມພາ 2023 ໄດ້ກວດກູ້ເນື້ອທີ່ດິນທັງໜົດ 79.599 ກ່ວາເຮັກຕາ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ 1.808.254 ກວ່າໜ່ວຍ ສໍາລັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກທີ່ຕົກຄ້າງແມ່ນສາມາດເຄື່ອນໄຫວໂຄສະນາໄດ້ 4.092 ກວ່າບ້ານ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປີ 2015 ຫາ ປີ 2022 ມີ 2.846 ກວ່າຄົນ ການສຳຫຼວດບໍ່ແມ່ນວິຊາການແຕ່ປີ 2011 ຫາປີ 2022 ໄດ້ 2.709 ກວ່າບ້ານ ການສຳຫຼວດທາງດ້ານວິຊາການແຕ່ປີ 2010 ຫາ ປີ 2022 ໄດ້ 1.804 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານແຕ່ປີ 2010–2022 ມີ 174.638 ກວ່າເຮັກຕາ.

error: Content is protected !!