ເພື່ອຄວາມສະອາດ

ຢູ່​ຄຼີ​ນິກ​ແຫ່ງ​ໜຶ່ງ ລຸງ​ເຈີດ ທີ່​ມີ​ຮ່າງ­ກາຍ​ຈ່ອຍ​ຜອມ​ປານ​ຂຽດ ພວມ​ເລົ່າ​ອາ­ການ​ເຈັບ­ເປັນ​ຂອງ​ຕົນ​ໃຫ້​ທ່ານ­ໝໍ​ຟັງ​ຢ່າງ​ລະ­ອຽດ ພາຍ­ຫຼັງ​ກວດ​ເຊັກ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ທ່ານ­ໝໍ​ກໍ​ແນະ­ນຳ​ລຸງ​ວ່າ “ບໍ່​ເປັນ​ຫຍັງ​ດອກ ລຸງ​ຂາດ​ທາດ​ອາ­ຫານ​ບຳ­ລຸງ​ປະ­ເພດ​ຜັກ​ສົດ​ສີ­ຂຽວໆ ເຊັ່ນ: ຜັກ​ສະ­ຫຼັດ ຜັກ​ກາດ ຜັກ​ກະ​ລ່ຳ ແລະ ຜັກ​ສົດໆ​ຕາມ​ທຳ​ມະ​ຊາດ ລຸງ​ເຈີດ ງຶກ​ຫົວ​ຮັບ ກ່ອນ​ອອກ​ຈາກ​ຫ້ອງ​ກວດ ລຸງ​ຖາມ​ທ່ານ­ໝໍ​ຂຶ້ນ​ວ່າ “ອັນ​ຜັກ​ສົດໆ​ຂຽວໆ​ຫັ້ນ ກິນ​ກ່ອນ​ອາ­ຫານ ຫຼື ຫຼັງ​ອາ­ຫານ?”.

ໂດຍ: ບ່າວ​ກະ­ບື

error: Content is protected !!