ຊັບພະຍາກອນທຳມະຊາດ ສ້າງປະໂຫຍດຫຼວງຫຼາຍ ຄວນປົກປັກຮັກສາໃຫ້ມີຄວາມຍືນຍົງ

ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ຄື​ສິ່ງ​ທີ່​ມີ​ເກີດ​ຂຶ້ນ​ເອງ​ຕາມ​ທຳ​ມະ​ຊາດ ເຊັ່ນ: ດິນ ນ້ຳ ປ່າ­ໄມ້ ພູ ແຮ່​ທາດ ແລະ​ອື່ນໆ ທີ່​ມີ​ຢູ່​ໃນ​ພື້ນ​ດິນ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ປະ­ໂຫຍດ ດັ່ງ­ນັ້ນ ທຸກ​ຄົນ​ໃນ​ສັງ­ຄົມ​ຈຶ່ງ​ຄວນ​ຮຽນ​ຮູ້​ທຳ​ຄວາມ​ເຂົ້າ­ໃຈ ເຖິງ​ປະ­ໂຫຍດ​ຂອງ​ຊັບ­ພະ­ຍາ­ກອນ​ທີ່​ສົ່ງ​ຜົນ​ປະ­ໂຫຍດ​ຢ່າງ​ຫຼວງ­ຫຼາຍ​ແກ່​ຄົນ​ເຮົາ ເພື່ອ​ຈະ​ໄດ້​ພ້ອມ​ກັນ​ເຫັນ​ຄຸນ­ຄ່າ ແລະ ເກີດ​ຄວາມ​ຫວງ​ແຫນ ຫັນ​ມາ​ອະ­ນຸ​ຮັກ ຮັກ­ສາ​ຊັບ­ພະ­ຍາ­ກອນ​ແຕ່​ລະ​ຊະ­ນິດ ໃຫ້​ມີ​ຄວາມ​ອຸ­ດົມ­ສົມ­ບູນ ແລະ ຍືນ​ຍົງ.

ດິນ​ຖື​ເປັນ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ທີ່​ແຕ່​ລະ​ທ້ອງ­ຖິ່ນ​ມີ​ຄື​ກັນ​ໝົດ ແຕ່​ຈະ​ແຕກ​ຕ່າງ​ກັນ​ໃນ​ດ້ານ​ຄຸນ​ນະ​ພາບ ເຊິ່ງ​ບາງ​ທ້ອງ­ຖິ່ນ​ອາດ​ເປັນ​ດິນ​ດຳ ບາງ​ທ້ອງ­ຖິ່ນ​ອາດ​ເປັນ​ດິນ​ໜຽວ​ການ​ໃຊ້​ປະ­ໂຫຍດ ຈຶ່ງ​ຕ້ອງ​ຄຳ­ນຶງ​ເຖິງ​ຄວາມ​ເໝາະ​ສົມ​ຂອງ​ດິນ​ແຕ່​ລະ​ປະ­ເພດ ເຊິ່ງ​ດິນ​ມີ​ຄວາມ​ສຳ­ຄັນ​ຕໍ່​ການ​ດຳ­ລົງ​ຊີ­ວິດ​ຂອງ​ຄົນ ສັດ ແລະ ພືດ​ເພາະ​ເປັນ​ບ່ອນ​ປູກ­ຝັງ ກໍ່­ໃຫ້­ເກີດ​ຜົນ​ຜະ­ລິດ​ທາງ​ອາ­ຫານ​ໃຫ້​ແກ່​ຄົນ ແລະ ສັດ ເປັນ​ທີ່­ຢູ່​ອາ​ໃສ​ຂອງ​ພືດ ແລະ ສັດ​ບາງ​ຊະ­ນິດ ດັ່ງ­ນັ້ນ ພວກ​ເຮົາ​ຈິ່ງ​ຄວນ​ເຫັນ​ຄຸນ​ປະ­ໂຫຍດ ແລະ ພ້ອມ​ກັນ​ປົກ​ປັກ​ຮັກ­ສາ​ດິນ​ໃຫ້​ມີ​ຄວາມ​ອຸ­ດົມ­ສົມ­ບູນ.

ນ້ຳ​ກໍ​ເຊັ່ນ​ດຽວ​ກັນ ແຕ່​ລະ​ທ້ອງ­ຖິ່ນ​ກໍ່​ມີ​ເຊັ່ນ​ດຽວ​ກັນ ແຕ່​ອາດ​ຈະ​ມີ​ຈຳ­ນວນ​ໜ້ອຍ ຫຼື ຫຼາຍ​ຕ່າງ​ກັນ ເຊິ່ງ​ນ້ຳ​ມີ​ຄວາມ​ສຳ­ຄັນ​ຕໍ່​ການ​ດຳ­ລົງ​ຊີ­ວິດ​ຂອງ​ສິ່ງ​ທີ່​ມີ​ຊີ­ວິດ ແລະ ນ້ຳ​ກໍ​ເປັນ​ປັດ​ໄຈ​ສຳ­ຄັນ​ໃນ​ການ​ຜະ­ລິດ​ກະ­ສິ­ກຳ ແລະ ອຸດ­ສາ­ຫະ­ກຳ​ຕ່າງໆ​ໃຊ້​ເປັນ​ແຫຼ່ງ​ພະ­ລັງ­ງານ​ຜະ­ລິດ​ກະ­ແສ​ໄຟ­ຟ້າ ດ້ວຍ​ເຫດ​ນີ້​ທຸກ​ຄົນ​ຄວນ​ນຳ​ໃຊ້​ນ້ຳ​ຢ່າງ​ປະ­ຢັດ ແລະ ຮູ້​ຄຸນ­ຄ່າ.

ອາ­ກາດ​ເປັນ​ສິ່ງ​ທີ່​ມີ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ ຖ້າ​ບໍ່​ມີ​ອາ­ກາດ​ສິ່ງ​ທີ່​ມີ​ຊີ­ວິດ​ກໍ​ຈະ​ດຳ­ລົງ​ຊີ­ວິດ​ຢູ່​ບໍ່​ໄດ້ ແຕ່​ອາ­ກາດ​ຈະ​ດີ ຫຼື ບໍ່​ນັ້ນ​ກໍ​ຂຶ້ນ​ຢູ່​ກັບ​ທຳ​ມະ​ຊາດ ຄົນ​ເຮົາ​ມີ​ສ່ວນ​ທີ່​ເຮັດ​ໃຫ້​ທຳ​ມະ​ຊາດ​ເສຍ​ສົມ​ດຸນ ອາ­ກາດ​ຈຶ່ງ​ປ່ຽນ­ແປງ​ໄປ​ອາ­ກາດ​ມີ​ຄວາມ​ສຳ­ຄັນ​ຕໍ່​ການ​ດຳ­ລົງ​ຊີ­ວິດ ເພາະ​ສິ່ງ​ມີ​ຊີ­ວິດ​ຕ່າງໆ​ຕ້ອງ­ການ​ອາ­ກາດ​ໃນ​ການ​ຫາຍ­ໃຈ ຖ້າ​ຂາດ​ອາ­ກາດ​ພຽງ​ແຕ່​ໄລ­ຍະ​ເວ­ລາ​ສັ້ນໆ​ກໍ​ຈະ​ເຮັດ​ໃຫ້​ສິ່ງ​ມີ​ຊີ­ວິດ​ຕາຍ​ໄດ້ ດັ່ງ­ນັ້ນ ເຮົາ​ຄວນ​ຮັກ­ສາ​ທຳ​ມະ​ຊາດ ເພື່ອ​ໃຫ້​ອາ­ກາດ​ດີ​ມີ​ຄຸນ­ຄ່າ​ຕໍ່​ມະ­ນຸດ​ເຮົາ​ຕໍ່​ໄປ.

ປ່າ­ໄມ້​ມີ​ຄວາມ​ສຳ­ຄັນ​ຕໍ່​ການ​ດຳ­ລົງ​ຊີ­ວິດ​ຂອງ​ສິ່ງ​ມີ​ຊີ­ວິດ ເພາະ​ເປັນ​ແຫຼ່ງ​ທີ່­ຢູ່​ອາ​ໃສ​ຂອງ​ສັດ­ປ່າ​ຕ່າງໆ ເປັນ​ແຫຼ່ງ​ຜະ­ລິດ​ອາ­ຫານ​ສະ​ໝຸນ​ໄພ ເປັນ​ແຫຼ່ງ​ຜະ­ລິດ​ໝາກ​ໄມ້ ເຊິ່ງ​ນຳ​ມາ​ໃຊ້​ເຮັດ​ສິ່ງ​ຂອງ​ເຄື່ອງ­ໃຊ້​ຕ່າງໆ ນອກ­ຈາກ​ນີ້ ປ່າ­ໄມ້​ຍັງ​ຊ່ວຍ​ສ້າງ​ສົມ​ດຸນ​ໃຫ້​ແກ່​ສະ­ພາບ​ແວດ​ລ້ອມ ເຊັ່ນ: ເປັນ​ແຫຼ່ງ​ຕົ້ນ​ນ້ຳ​ລຳ​ທານ ເຮັດ​ໃຫ້​ເກີດ​ຄວາມ​ຊຸ່ມ​ຊື່ນ​ປ້ອງ​ກັນ​ການ​ເຈາະ​ເຈື່ອນ​ຂອງ​ໜ້າ­ດິນ ແລະ ຫຼຸດ­ຜ່ອນ​ຄວາມ​ຮ້າຍ​ແຮງ​ຂອງ​ລົມ­ພາ­ຍຸ ແລະ ອື່ນໆ.

ສັດ­ປ່າ ທຸກ​ວັນ​ນີ້​ນັບ​ມື້​ສັດ­ປ່າ​ນັບ​ຫຼຸດ​ຈຳ­ນວນ​ລົງ ແລະ ອາດ​ຈະ​ສູນ­ພັນ​ໄປ​ໃນ​ອີກ​ບໍ່​ດົນ​ນີ້​ນັ້ນ ກໍ​ຍ້ອນ​ການ​ກະ­ທຳ​ຂອງ​ມະ­ນຸດ​ເຮົາ​ນັ້ນ​ເອງ ເຮົາ​ຄວນ​ອະ­ນຸ​ຮັກ​ສັດ­ປ່າ​ເອົາ​ໄວ້ ເພາະ​ສັດ­ປ່າ​ມີ​ຄວາມ​ສຳ­ຄັນ ໃນ​ດ້ານ​ການ​ຮັກ­ສາ​ສະ­ພາບ​ແວດ​ລ້ອມ​ໃຫ້​ມີ​ຄວາມ​ສົມ​ດຸນ​ດ້ານ​ການ​ສຶກ​ສາ​ຊີ­ວິດ ແລະ ທຳ​ມະ​ຊາດ​ຂອງ​ສັດ ດ້ານ​ການ­ທ່ອງ­ທ່ຽວ​ເພື່ອ​ເຊິ່ງ​ອະ­ນຸ​ຮັກ.

error: Content is protected !!