ບີຄວາສືບຕໍ່ສ້າງກຸ່ມຜູ້ເຮັດວຽກສຶກສານິເທດຈຳນວນ 1.000 ກວ່າຄົນ ປະຈຳຢູ່ທີ 30 ເມືອງເປົ້າໝາຍ

    ກະຊວງສຶກສາທິການ ແລະ ກີລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ກໍາລັງສ້າງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນທົ່ວປະເທດ.

    ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງ ສສກ ໄດ້ໃຫ້ວ່າ: ໃນເດືອນກຸມພາ-ມິນາ 2023 ທີ່ຜ່ານມາ ໄດ້ຈັດກອງປະຊຸມຄັດເລືອກທີມງານຜູ້ເຮັດວຽກສຶກສານິເທດພາຍໃນໃຫ້ແກ່ 30 ເມືອງເປົ້າໝາຍໃນ 7 ແຂວງເປົ້າໝາຍ (ຜົ້ງສາລີ ຫຼວງນ້ຳທາ ບໍ່ແກ້ວ ຫົວພັນ ຊຽງຂວາງ ສະຫວັນນະເຂດ ແລະ ຄຳມ່ວນ) ກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ວິທະຍາໄລຄູ 3 ແຫ່ງ ເຊິ່ງເປັນວິທະຍາໄລເປົ້າໝາຍຂອງແຜນງານບີຄວາ (ວິທະຍາໄລຄູຫຼວງນໍ້າທາ ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູສະຫວັນນະເຂດ) ຄະນະກຳມະການຂັດເລືອກປະກອບດ້ວຍຜູ້ຕາງໜ້າຈາກຫ້ອງການສຶກສາທິ ການ ແລະ ກີລາ ຈາກແຕ່ລະເມືອງເປົ້າໝາຍຈຳນວນ 30 ທ່ານ ກຸ່ມຜູ້ເຮັດວຽກສຶກສານິເທດພາຍໃນທີ່ໄດ້ຮັບການຄັດເລືອກປະກອບມີຄູສອນ (60%) ຜູ້ອໍານວຍການ/ຮອງຜູ້ອຳນວຍການໂຮງຮຽນ(40%) ເງື່ອນໄຂການຄັດເລືອກ ສໍາລັບການເປັນສະມາຊິກຂອງກຸ່ມ ແມ່ນອີງໃສ່ຄຸນລັກສະນະຂອງຄູເຝິກທີ່ດີເຊັ່ນ: ປະສົບການການສອນຂັ້ນປະຖົມ ຄວາມຮູ້ເນື້ອໃນວິຊາ ຄວາມຮູ້ຂອງຫຼັກສູດໃໝ່ ຄວາມມຸ່ງໝັ້ນໃນການປັບປຸງຄຸນນະພາບຂອງຄູ ແລະ ມີພາລະບົດບາດໃນການສະໜັບສະໜູນຄູສອນໃນຫ້ອງຮຽນ ພ້ອມໃຫ້ບັນລຸໄດ້ຕົວເລກສະມາຊິກຍິງ-ຊາຍທີ່ເທົ່າທຽມກັນ ສຳລັບກຸ່ມໃນຂັ້ນເມືອງ ແມ່ນມີສະມາຊິກເພດຍິງກວມ 56% ແລະ ທັງໝົດ 30 ເມືອງເປົ້າໝາຍແມ່ນບັນລຸຕົວເລກຕ່ຳສຸດຕ້ອງມີເພດຍິງປະກອບ 50%.

    ທ່ານ ເກດ ພັນລັກ ຍັງໄດ້ກ່າວຕື່ມວ່າ: ວິທະຍາໄລຄູຈະນໍາພາການສ້າງຂີດຄວາມສາມາດຂອງກຸ່ມຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອໃຫ້ການຊ່ວຍເຫຼືອຄູສອນໃຫ້ມີຄຸນນະພາບດ້ານວິຊາສະເພາະ ການເຝິກອົບຮົມກຸ່ມຜູ້ເຮັດວຽກສຶກສານິເທດພາຍໃນ ຮອບທໍາອິດຈະເລີ່ມຕົ້ນໃນເດືອນເມສາ 2023 ເຊິ່ງຈະເຝິກໃຫ້ໂດຍ ຄູເຝິກຈາກວິທະຍາໄລຄູໃນ 3 ແຫ່ງເປົ້າໝາຍຂອງແຜນງານ ແລະ ຈະດຳເນີນຈົນເຖິງເດືອນມິຖຸນາ 2023 ການອົບຮົມແມ່ນຈະແນະນຳໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນມີຄວາມເຂົ້າໃຈອັນດຽວກັນກ່ຽວກັບວິໄສທັດຂອງກົມສ້າງຄູ ແລະ ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຄວາມສາມາດໃນການຈັດການອົມຮົມ ແລະ ການໃຫ້ຄຳແນະນຳໃນການຊ່ວຍເຫຼືອຄູ ການຕິດຕາມການປະຕິບັດໃນຂັ້ນເພື່ອນຮ່ວມງານດ້ວຍກັນ ການຈັດຮອບວຽນການຮຽນຮູ້ ແລະ ວິທີການດໍາເນີນການຢ້ຽມຢາມໂຮງຮຽນ ພ້ອມທັງວິທີການກໍານົດ ແລະ ຕອບສະໜອງຄວາມຕ້ອງການໃນການພັດທະນາວິຊາຊີບຂອງຄູແຕ່ລະຄົນ.

ການເຝິກອົບຮົມຮອບທີ2 ຈະຈັດຂຶ້ນໃນເດືອນກໍລະກົດຫາເດືອນສິງຫາ 2023 ກຸ່ມຜູ້ເຮັດວຽກສຶກສານິເທດພາຍໃນ ຈະເລີ່ມເຝິກອົບຮົມຄູຂັ້ນປະຖົມໃນເຂດທ້ອງຖິ່ນຂອງຕົນໃນລະຫວ່າງສົກຮຽນ 2023-2024 ພວກເຂົາເຈົ້າຈະດໍາເນີນການຢ້ຽມຢາມໂຮງຮຽນປະຖົມ ແລະ ໃຫ້ຄໍາແນະນໍາແບບລາຍບຸກຄົນກັບຄູ ເພື່ອຊ່ວຍໃຫ້ພວກເຂົາປັບປຸງທັກສະ ແລະ ຄວາມຮູ້ການສອນ ໃນການເຝິກອົບຮົມຈະປະກອບມີຫຼາຍເຄື່ອງມືດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ເຕັກນິກຕ່າງໆທີ່ຈະນຳໃຊ້ ເຊັ່ນ: ໃນການເຂົ້າຮ່ວມໂມງສອນ ການສອນຮ່ວມ ຮອບວຽນການຮຽນຮູ້ ແລະ ອື່ນໆ.

error: Content is protected !!