ໄຊຍະບູລີ ທົບທວນການຈັດປະຕີບັດກົດໝາຍວຽກງານກາແດງລາວ

    ທ້າຍເດືອນມີນາ 2023 ຜ່ານມາອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມທົບທວນການການຈັດຕັ້ງປະຕິບັດຜັນຂະຫຍາຍກົດໝາຍວ່າດ້ວຍວຽກງານກາແດງລາວ ທາບທາມຮ່າງກອງທຶນເລືອດກອງທຶນຊ່ວຍເຫຼືອສຸກເສີນ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ ຜູ້ຊີ້ນຳວຽກງານກາແດງແຂວງ ຮອງຫົວໜ້າອົງການກາແດງແຫ່ງຊາດລາວ ຫົວໜ້າ ຮອງຫົວໜ້າອົງການກາແດງແຂວງ 9 ແຂວງພາກເໜືອ (ແຂວງຜົ້ງສາລີ ຫົວພັນ ຊຽງຂວາງ ອຸດົມໄຊ ບໍ່ແກ້ວ ຫຼວງນ້ຳທາ ໄຊຍະບູລີ ໄຊສົມບູນ ຫຼວງພະບາງ) ຫົວໜ້າ-ຮອງຫົວໜ້າ ແລະ ວິຊາການຈາກຫ້ອງການວ່າປົກຄອງ 9 ແຂວງ ພາກເໜືອ ມີຜູ້ຕາງໜ້າຈາກກະຊວງຍຸຕິທຳ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍບັນດາພະແນກການພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

    ໃນພິທີ ທ່ານ ສຈ.ດຣ ພູທອນ ເມືອງປາກ ໄດ້ຂຶ້ນທົບທວນຕີລາຄາຄືນການນຳໃຊ້ກົດໝາຍວ່າດ້ວຍວຽກງານກາແດງກາແດງລາວ ແລະ ນິຕິກຳພາຍໃຕ້ກົດໝາຍແມ່ນເຄື່ອງມືໜຶ່ງທີ່ສຳຄັນໃນການເຄື່ອນໄຫວຂອງວຽງກງານຂອງອົງການກາແດງທົ່ວປະເທດ ໃຫ້ການຄຸ້ມຄອງ ບໍລິຫານ ມີປະສິດທິພາບ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ສອດຄ່ອງກັບຈຸດພິເສດເງື່ອນໄຂຂອງ ສປປ ລາວ ແລະ ສາກົນ ສຳລັບກົດໝາຍວ່າດ້ວຍວຽກງານກາແດງລາວ ສະບັບເລກທີ່ 288/ປປທ ລົງວັນທີ 8 ທັນວາ 2017 ນີ້ ມີຄວາມຈຳເປັນຈະຕ້ອງໄດ້ທົບທວນຄືນ ແລະ ປັບປຸງ ເພື່ອໃຫ້ສອດຄ່ອງກັບດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກາແດງແຫ່ງຊາດລາວ ສະບັບເລກທີ 22 ລົງວັນທີ 28 ມັງກອນ 2022 ໃນນັ້ນ ໄດ້ກຳນົດທີ່ຕັ້ງ ພາລະບົດ ແລະ ໜ້າທີ່ ເປັນອົງການເຄື່ອນໄຫວດ້ານວຽກງານມະນຸດສະທຳຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ສປປປ ລາວ.    

ນອກຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍກອງທຶນເລືອດ ແລະ ກົດໝາຍວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ ທັງເປັນການຖອດຖອນບົດຮຽນໄປພ້ອມ ທັງນີ້ກໍ່ເພື່ອ ແນ່ໃສ່ຮັບປະກັນເຮັດໃຫ້ການຈັດຕັ້ງເຄື່ອນໄຫວຽກງານກາແດງໃຫ້ໄດ້ດໍາເດີນໄປຢ່າງຖືກຕ້ອງ ສອດຄ່ອງ ເໝາະສົມ ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ ລັດຖະທໍາມະນູນ ກົດໝາຍ ແຜນພັດທະນາເສດຖະກິດແຫ່ງຊາດ ຍຸດທະສາດ ແລະ ແຜນພັດທະນາ ກ່ຽວກັບວຽກງານການແດງລາວ ເພື່ອເປັນການຜັນຂະຫຍາຍກົດໝາຍວ່າດ້ວຍ ວຽກງານກາແດງ ປີ 2017 ກໍານົດລະບຽບການຄຸ້ມຄອງການສ້າງຕັ້ງກອງທຶນຊ່ວຍເຫຼືອສຸກເສີນ ແລະ ກອງທຶນເລືອດ ເພື່ອສະໜອງໃນກໍລະນີ ເກີດໄພພິບັດ ແລະ ສະໜອງເລືອດທີ່ປອດໄພ ທັງເປັນການສະໜັບສະໜູນ ອາສາສະໝັກ ຜູ້ປະສົບໄພ ໃຫ້ໄດ້ຮັບການຊ່ວຍເຫຼືອບັນເທົາທຸກຢ່າງທັນການ ຄົນເຈັບໄດ້ຮັບເລືອດທີ່ພຽງພໍ ປອດໄພ.

error: Content is protected !!