ຂໍ້ມູນຈາກເຟດບຸກ ເອັຟຊີ ຈຳປາສັກ ແຈ້ງໃຫ້ຊາບເມື່ອບໍ່ດົນມານີ້ວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດ ການພັດທະນາຂອງສະຫະພັນບານເຕະແຂວງ ແນໃສ່ສົ່ງເສີມການພັດທະນາວົງການກີລາບານເຕະແຂວງ ໃຫ້ມີທ່າກ້າວທີ່ພົ້ນເດັ່ນ ພ້ອມທັງຊຸກຍູ້ສົ່ງເສີມໃຫ້ເຍົາວະຊົນ ແລະ ຊາວໜຸ່ມເຄື່ອນໄຫວຢ່າງຕໍ່ເນື່ອງ ສາມາດກ້າວຂຶ້ນຕິດທີມແຂວງ ແລະ ທີມຊາດ ສະຫະພັນບານເຕະແຂວງຈຳປາສັກ ຈະຈັດການແຂ່ງຂັນກີລາບານເຕະ 2 ລາຍການ ຄື: ຮຸ່ນອາຍຸບໍ່ເກີນ 19 ປີ ແລະ ຮຸ່ນທົ່ວໄປ ຊີງຂັນທ່ານເຈົ້າແຂວງຈຳປາສັກ ປະຈຳປີ 2020.
ສະໂມສອນໃດສົນໃຈເຂົ້າຮ່ວມແຂ່ງຂັນ ສາມາດມາພົວພັນແບບຟອມລົງທະບຽນທີ່ຫ້ອງການສະຫະພັນບານເຕະແຂວງ (ຫຼັກ 2) ນະຄອນປາກເຊ ໃນໂມງລັດຖະການ ແລະ ກຳນົດສົ່ງແບບຟອມບໍ່ໃຫ້ກາຍວັນທີ 5 ກໍລະກົດ 2020 ສ່ວນກອງປະຊຸມເຕັກນິກຈັດການແຂ່ງຂັນ ແລະ ຈັບສະຫຼາກແບ່ງກຸ່ມ ຈະຈັດຂຶ້ນວັນທີ 10 ກໍລະກົດ 2020 ເວລາ 9:00 ໂມງ ຢູ່ສະຫະພັນບານເຕະແຂວງ ແລະ ແຂ່ງຂັນເປັນທາງການ ວັນທີ 15 ກໍລະກົດ 2020 ລາຍການດັ່ງກ່າວກຳນົດທີມເຂົ້າຮ່ວມແຂ່ງຂັນ ຮຸ່ນລະ 8 ທີມ ເງື່ອນໄຂນັກກີລາຕ້ອງແມ່ນລູກຫຼານຊາວແຂວງຈຳປາສັກເທົ່ານັ້ນ ສ່ວນນັກກີລາທີມຊາດສາມາດລົງໄດ້ແບບບໍ່ກຳນົດ ນອກຈາກການແຂ່ງຂັນລາຍການດັ່ງກ່າວແລ້ວ ໃນທ້າຍປີນີ້ຍັງມີລາຍການໃຫຍ່ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາຕື່ມອີກ ເຊິ່ງຈະບໍ່ກຳນົດເງື່ອນໄຂນັກກີລາທຸກແຂວງ ແລະ ນັກກີລາຕ່າງຊາດສາມາດເຂົ້າຮ່ວມໄດ້.
ທີມແຈ້ງເຈດຈຳນົງເຂົ້າຮ່ວມແຂ່ງຂັນບານເຕະທົ່ວແຂວງຈຳປາສັກ ປະຈຳປີ 2020 ຢູ-19 ມີທີມນ້ຳດື່ມພູໄຟ ເມືອງປາກຊ່ອງ ບໍລິສັດ 3 ເອັສ ຟາຍເດ ເອັຟຊີ ຕາດຟານ ເອັຟຊີ ຕູ່ຂົນສົ່ງ ເມືອງໂພນທອງ ແລະ ໄອດີຊີ ຈຳປາສັກ ສ່ວນຮຸ່ນທົ່ວໄປ ມີ ກອງບັນຊາການທະຫານແຂວງ ກອງພົນທະຫານຫາບທີ 5 ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄອດີຊີ ຈຳປາສັກ ບໍລິສັດໂຮມຊັບ ກໍ່ສ້າງສະມາຄົມຫວຽດນາມ ມະຫາວິທະຍາໄລຈຳປາສັກ ແລະ ວິທະຍາໄລເຕັກນິກວິຊາຊີບຈຳປາສັກ.