ເປີດກອງ​ປະ​ຊຸມວິຊາການລະດັບສາກົນຂອງຄະນະກຳມາທິການແມ່ນໍ້າຂອງ​ສາ​ກົນ MRC ຫາລືການຮ່ວມມືເພື່ອຄໍ້າປະກັນຄວາມຍືນຍົງຂອງແມ່ນໍ້າຂອງ

         ກອງ​ປະ​ຊຸມວິຊາການລະດັບສາກົນຂອງຄະນະກຳມາທິການແມ່ນໍ້າຂອງ​ສາ​ກົນ (MRC) ພາຍໃຕ້ຫົວຂໍ້: “ນະວັດຕະກໍາ ແລະ ການຮ່ວມມືເພື່ອຄໍ້າປະກັນຄວາມຍືນຍົງຂອງແມ່ນໍ້າຂອງ ຈັດຂຶ້ນວັນທີ 2-3 ເມສາ 20223 ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ດຣ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຜູ້ແທນຈາກປະເທດສະມາຊິກ MRC ພ້ອມດ້ວຍນັກຄົ້ນຄວ້າ ຊ່ຽວຊານຈາກພາກພື້ນ ແລະ ສາກົນເຂົ້າຮ່ວມ. 

   ທ່ານ ນາງ ບຸນຄໍາ ວໍລະຈິດ ກ່າວວ່າ:  ກອງປະຊຸມຄັ້ງນີ້ ເປັນໂອກາດອັນສໍາຄັນໃນການທົບທວນບັນດາວິທີການ ການພັດທະນາ ບັນດາສິ່ງທ້າທາຍ ແລະ ກາລະໂອກາດເພື່ອການຄຸ້ມຄອງອ່າງແມ່ນໍ້າຂອງແບບມີຄວາມຮັບຜິດຊອບຮ່ວມກັນ ແລະ ໃຫ້ມີຄວາມຍືນຍົງ ເພື່ອກ້າວໄປເຖິງວາລະ ແລະ ວິໄສທັດຂອງອ່າງແມ່ນ້ຳຂອງ “ເສດຖະກິດຈະເລີນຮຸ່ງເຮືອງ ສັງຄົມມີຄວາມຍຸຕິທໍາ ແລະ ສິ່ງແລດລ້ອມມີຄວາມອຸດົມສົມບູນໃນອ່າງແມ່ນໍ້າຂອງ” ແລະ ວາລະສາກົນປີ 2030  “ເປົ້າໝາຍການພັດທະນາແບບຍືນຍົງ” ການສ້າງນະໂຍບາຍ ເຕັກໂນໂລຊີ ແລະ ເສັ້ນທາງຂອງການຮ່ວມມືຢ່າງມີນະວັດຕະກຳແມ່ນເປັນສິ່ງທີ່ສຳຄັນເພື່ອສ້າງຂະບວນການໃຫ້ມີປະສິດທິຜົນ ໃນການແລກປ່ຽນຄວາມຮູ້ ແລະ ຂໍ້ມູນ-ຂ່າວສານ ແລະ ການຮ່ວມມືດ້ານການຄຸ້ມຄອງຊັບພະຍາກອນນໍ້າໃນອ່າງແມ່ນ້ຳຂອງ ໂດຍສະເພາະ ສປປ ລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ຕໍ່ການພັດທະນາທີ່ບໍ່ພຽງແຕ່ໃຫ້ຍືນຍົງ ແຕ່ຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບ ລັດຖະບານລາວ ໄດ້ໃຫ້ຄວາມສໍາຄັນສູງໃນການສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການຮ່ວມມືກັບບັນດາປະເທດແມ່ນ້ຳຂອງໂດຍອີງຕາມສັນຍາແມ່ນ້ຳຂອງປີ1995 ສັນຍາສະບັບດັ່ງກ່າວນີ້ ໄດ້ສ້າງພື້ນຖານໃຫ້ແກ່ພວກເຮົາເພື່ອສົ່ງເສີມອຸດົມການແຫ່ງການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ເທົ່າທຽມກັນໃນອ່າງແມ່ນ້ຳຂອງ ກົນໄກການຮ່ວມມືທີ່ມີນະວັດຕະກໍາເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍ ແລະ ຈຸດປະສົງຮ່ວມກັນໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງແບບຍືນຍົງ ກໍຄືການຫຼີກລ່ຽງ ແລະ ຫຼຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນ ໂດຍສະເພາະເຂດຊຸມຊົນທີ່ມີຄວາມສ່ຽງໃນລະດັບພາກພື້ນ.

    ໝາກຜົນທີ່ຈະໄດ້ຮັບຈາກກອງປະຊຸມສາກົນຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍ ສຳລັບ ບັນດາຜູ້ນຳຂອງພວກເຮົາ ເພາະວ່າບັນດາໝາກຜົນເຫຼົ່ານີ້ ຈະຖືກນໍາຂຶ້ນສະເໜີໃນກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມສຸດຍອດໃນວັນທີ 4-5 ເມສາ 2023 ນີ້   ຫວັງຢ່າງຍິ່ງວ່າ ການປຶກສາຫາລືຄັ້ງນີ້ຈະເຕັມໄປດ້ວຍລັກສະນະແບບສ້າງສັນ ແລະ ມີໝາກຜົນຈາກບັນດາຜູ້ເຂົ້າຮ່ວມ ພ້ອມທັງໄດ້ຮັບຄໍາຄິດຄໍາເຫັນທີ່ມີຄຸນຄ່າ ແລະ ເປັນປະໂຫຍດ ເພື່ອສືບຕໍ່ນໍາໄປປຶກສາຫາລື ແລະ ດຳເນີນການຈັດຕັ້ງຮ່ວມກັນກັບເພື່ອນຮ່ວມງານ ແລະ ບັນດາຜູ້ມີສ່ວນຮ່ວມທີ່ກ່ຽວຂ້ອງ ເພື່ອສ້າງຄວາມໝັ້ນຄົງທາງດ້ານນ້ຳ ແລະ ຄວາມຍືນຍົງໃນອ່າງແມ່ນ້ຳຂອງ.

ໂອການີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ກ່າວໃນກຶງປະຊຸມວ່າ: ນະຄອນຫຼວງວຽງຈັນ ເປັນສູນກາງທາງດ້ານການເມືອງ ເສດຖະກິດ-ສັງຄົມ ແລະ ວັດທະນະທຳ ຂອງ ສປປ ລາວ ມີພົນລະເມືອງອາໃສ 1 ລ້ານກວ່າຄົນ ເປັນໜຶ່ງໃນບັນດາແຂວງທີ່ຕິດກັບລຳແມ່ນ້ຳຂອງໄຫຼຜ່ານປຽບເໝືອນສາຍເລືອດລໍ່ລ້ຽງປະຊາຊົນຊາວນະຄອນຫຼວງວຽງຈັນ  ກໍຄືປະຊາຊົນລາວບັນດາເຜົ່າ ແມ່ນ້ຳຂອງແມ່ນແຫຼ່ງອາລະຍະທຳຕ່າງໆ ລວມທັງການດຳລົງຊີວິດຂອງປະຊາຊົນລາວ ກໍຄືຊາວນະຄອນຫຼວງວຽງຈັນມາແຕ່ດົນນານ ແມ່ນໍ້າຂອງບໍ່ພຽງແຕ່ເປັນເສັ້ນທາງຄົມມະນາຄົມທາງນ້ໍາທີ່ສໍາຄັນທີ່ເຊື່ອມຈອດການເດີນທາງຂອງປະຊາຊົນຂອງ ນະຄອນຫຼວງວຽງຈັນກັບແຂວງອື່ນໆ ຍັງເປັນບ່ອນທີ່ຄົນມາຫາກິນ ຍັງເປັນແຫຼ່ງວັດທະນະທຳ ແລະ ຮີດຄອງປະເພນີຫຼາຍຢ່າງນຳອີກ.

    ກອງປະຊຸມສາກົນ ວິຊາການລະດັບສາກົນຂອງ MRC ຄັ້ງນີ້ ເປັນບຸນມະໂຫລານທີ່ມີສ່ວນ ຈາກທົ່ວ ໂລກຈະປຶກສາຫາລື ລະດົມຄວາມຄິດເຫັນເພື່ອການພັດທະນາແບບຍືນຍົງຂອງການຄຸ້ມຄອງແມ່ນໍ້າຂອງ ໃນປີນີ້ MRC ໄດ້ເນັ້ນໃສ່ ” ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ນໍ້າຂອງ ທີ່ຫມັ້ນຄົງ ແລະ ຍືນຍົງ ” ດັ່ງນັ້ນ ຈະເປັນໂອກາດອັນທີ່ຈະແນໃສ່ການສ້າງວຽກງານດັ່ງກ່າວ ແລະ   ດ້ານຄວາມໝັ້ນຄົງທາງນ້ຳ ແລະ ຄວາມຍືນຍົງຂອງແມ່ນ້ຳຂອງຮ່ວມກັນ ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາຜູ້ແທນຈະໄດ້ແລກປ່ຽນຄວາມຮູ້  ແບ່ງປັນບົດຮຽນປະສົບການ ເພື່ອປຶກສາຫາລືໃນກອງປະຊຸມຄັ້ງນີ້ໃນລັກສະນະສ້າງ ແລະ ມີໝາກຜົນ.​

error: Content is protected !!