ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ບໍລິສັດ ຢາງກວ້າງເຈ່ຍລັນ (ລາວ) ພັດທະນາກະສິກຳ ຈຳກັດ ແລະ ສະຖາບັນວິທະ ຍາສາດກະສິກໍາເຂດຮ້ອນ ຂອງສູນຄົ້ນຄວ້າການປູກພືດເຂດຮ້ອນອາຊີໃຕ້ ສປ ຈີນ ລົງນາມບົດບັນທຶກຄວາມເຂົ້າ ໃຈວ່າດ້ວຍ ການຮ່ວມມືສາກົນທາງດ້ານເຕັກນິກກະສິກຳ ເພື່ອຫັນປ່ຽນ ແລະ ນຳໃຊ້ການຄົ້ນຄວ້າການຜະລິດໃນລະບົບຕ່ອງໂສ້ອຸດສາ ຫະກຳທັງໝົດໃຫ້ສຳເລັດ ແລະ ການສ້າງຮູບແບບໃໝ່ຂອງການຮ່ວມມືດ້ານກະສິກຳສາກົນ ລະຫວ່າງສອງປະເທດ ສປປ ລາວ-ສປ ຈີນ.

ພາຍໃຕ້ຂອບເນື້ອໃນທີ່ໄດ້ກຳນົດໄວ້ໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືສາກົນຄັ້ງນີ້ ທຸກຝ່າຍຈະຕັ້ງໜ້າຕອບສະໜອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງລັດຖະບານຈີນ ແລະ ດໍາເນີນການຮ່ວມມືຢ່າງເລິກເຊິ່ງໃນຂົງເຂດເຕັກໂນໂລ ຊີດ້ານກະສິກຳ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ບົນພື້ນຖານການຮ່ວມມືໄມຕີຈິດທີ່ຜ່ານມາ ເພື່ອຫັນປ່ຽນ ແລະ ນຳໃຊ້ການຄົ້ນຄວ້າການຜະລິດໃນລະບົບຕ່ອງໂສ້ອຸດສາຫະກຳທັງໝົດໃຫ້ສຳເລັດ ແລະ ການສ້າງຮູບແບບໃໝ່ຂອງການຮ່ວມມືດ້ານກະສິກຳສາກົນ ລະຫວ່າງສອງປະເທດໃຫ້ໄດ້ຮັບການເລັ່ງລັດ ພ້ອມກັນນັ້ນທຸກຝ່າຍຍັງຈະອີງໃສ່ໂຄງການອຸດສາຫະກຳກະສິກຳນິເວດ ຢາງກ້ວາງເຈ່ຍລັນ (ລາວ)ເພື່ອຊຸກຍູ້ “ໂຄງການກໍ່ສ້າງພື້ນຖານການກະເສດແຫ່ງຊາດ ການສ້າງທະນາຄານຊັບພະຍາ ກອນເຊື້ອພືດເຂດຮ້ອນ ສ້າງຕັ້ງການຄົ້ນຄວ້າວິທະຍາສາດກະສິກຳເຂດຮ້ອນ ແລະ ໂຄງການທົດລອງ ແລະ ສ້າງຕັ້ງສູນເຝິກອົບຮົມກະສິກຳຢູ່ລາວ ສ້າງມາດຕະຖານ ແລະ ມາດຕະຖານການປູກຝັງກະສິກຳທີ່ກ່ຽວຂ້ອງ ແລະ ແຜນການເປົ້າໝາຍຫຼາຍຂົງເຂດອື່ນໆ ລົງເລິກການຮ່ວມມື ແລະ ກວດສອບໝາກຜົນ ສືບຕໍ່ຊຸກຍູ້ການປ່ຽນແປງໃໝ່ ແລະ ການພັດທະນາສີຂຽວຂອງສອງປະເທດໃນຂົງເຂດເຕັກໂນໂລຊີກະສິກຳ ການລົງທຶນກະສິກຳ ການຄ້າກະສິກຳ ອຸດສາຫະກຳກະສິກຳ ຍູ້ແຮງຂະບວນ ການຫັນເປັນກະສິກຳທັນສະໄໝຂອງສອງປະເທດ ປະຕິບັດ ໜ້າທີ່ເປັນຢ່າງດີໃນບັນດາວຽກງານຕົ້ນຕໍ ຄື: ການຄົ້ນຄວ້າເຕັກໂນໂລຊີກະສິກຳ ບຳລຸງສ້າງບຸກຄະລາກອນແລະ ຜັນຂະຫຍາຍຜົນສຳເລັດ ຊ່ວຍໃຫ້ສອງປະເທດມີຄວາມສາມາດບົ່ມຊ້ອນດ້ານການຄົ້ນຄວ້າ ແລະ ພັດ ທະນາ ສ້າງປະຊາຄົມຮ່ວມຊາຕາກຳ ເຕັກໂນໂລຊີການພັດທະນາກະສິກໍາທີ່ທັນສະໄໝ ເຂດພູສູງທີ່ມີທ່າແຮງ ເຂດເນີນສູງອຸດສາຫະກໍາ ແລະ ເຂດສູງເສດຖະກິດການຄ້າ ນໍາໃຊ້ພູມປັນຍາຈີນ ເພື່ອສ້າງຄວາມເຂັ້ມ ແຂງໃຫ້ແກ່ການພັດທະນາກະສິກໍາຂອງສອງປະເທດ ແລະ ຊຸກຍູ້ການປະສານງານ ແລະ ສາມັກຄີກັນຂອງເສດຖະກິດພາກ ພື້ນ ແລະ ການປົກປ້ອງສິ່ງແວດລ້ອມທາງນິເວດ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈສະບັບດັ່ງກ່າວ ຈັດຂຶ້ນໃນວັນທີ 31 ມີນາ 2023 ຢູ່ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງ ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງທ່ານ ເຊ້ເຟີຍ (Xie Fei) ຜູ້ອໍານວຍການບໍລິສັດ ຢາງກວ້າງ ເຈ່ຍລັນ ແລະ ທ່ານ ຕູ້ລິ້ຊິງ (Du liqing) ຜູ້ອໍານວຍການສະຖາບັນວິທະຍາສາດກະສິກໍາເຂດຮ້ອນ ຂອງສູນຄົ້ນຄວ້າການ ປູກພືດເຂດຮ້ອນອາຊີໃຕ້ ສປ ຈີນ (ລົງນາມຜ່ານທາງອອນລາຍ) ມີທ່ານ ນາງ ຄຳຈັນ ວົງແສງບູນ ຮອງລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ ທ່ານ ຢາງຊິງຜິງ (Yang Xingping) ຮອງເຈົ້າແຂວງແຂວງເສສວນ ແລະ ພາກສ່ວນກ໋ຽວຂ້ອງ ຮ່ວມເປັນສັກຄີພິຍານ.